ສຫລ ຍັງບໍ່ໄດ້ສົ່ງອາວຸດ ໃຫ້ແກ່ຝ່າຍຕໍ່ຕ້ານ ລັດຖະບານຊີເຣຍເທື່ອ (ວີດິໂອ)

Your browser doesn’t support HTML5

ຝ່ານຕໍ່ຕ້ານລັດຖະບານຊີເຣຍມີຄວາມຍິນດີນໍາ ການໃຫ້ຄໍາໝັ້ນສັນຍາຂອງສະຫະລັດ ທີ່ວ່າຈະໃຫ້ ການຊ່ວຍເຫລືອດ້ານອາວຸດ ແກ່ຕົນ.

ເວົ້າກັນວ່າ ກຸ່ມຕ່າງໆຂອງຊາວຊີເຣຍທີ່ຕໍ່ສູ້ກັບລັດຖະບານ
ຂອງປະທານາທິບໍດີ Bashar al-Assad ນັ້ນ ຍັງລໍຖ້າຮັບ
ເອົາອາວຸດຈາກສະຫະລັດຢູ່ ຫຼັງຈາກທີ່ວໍ​ຊິງ​ຕັດໄດ້ໃຫ້ຄໍາໝັ້ນ
ສັນຍາວ່າ ຈະສົ່ງໃຫ້ເຂົາເຈົ້າໃນເດືອນແລ້ວນີ້. ແຕ່ວ່າ Kent
Klein ຜູ້ສື່ຂ່າວຂອງວີໂອເອ ລາຍງານຈາກທໍານຽບຂາວວ່າ
ການຈັດ ສົ່ງອາວຸດ​ໃຫ້​ຝ່າຍ​ຕໍ່ຕ້ານ​ໃນ​ຊີ​ເຣຍ ຍັງບໍ່ທັນໄດ້ຮັບ
ການອະນຸມັດ ຂັ້ນສຸດ​ທ້າຍ ຈາກວໍຊິງຕັນເທື່ອ.

ໃນຂະນະທີ່ ກໍາລັງທະຫານຂອງຝ່າຍລັດຖະບານ ໄດ້ຮັບ
ໄຊຊະນະຢູ່ການສູ້ລົບທາງພາກພື້ນດິນ ການຊ່ວຍເຫລືອ
ດ້ານອາວຸດຮ້າຍແຮງ ທີ່ປະທານາທິ ບໍດີສະຫະລັດ ທ່ານ
Barack Obama ໄດ້ສັນຍາວ່າ ຈະມອບໃຫ້ແກ່ຝ່າຍ ຕໍ່ຕ້ານລັດຖະບານນັ້ນ ແມ່ນຍັງບໍ່
ທັນສົ່ງໄປເທື່ອ ຊຶ່ງໄດ້ເກືອບນຶ່ງເດືອນແລ້ວ ນັບແຕ່ມື້ທ່ານໄດ້ອອກປະກາດດັ່ງກ່າວ ເປັນຕົ້ນມາ.

ບັນຫາເບິ່ງຄືວ່າ ຍັງຢູ່ໃນລັດຖະສາພາ ທີ່ການອະນຸມັດດັ່ງກ່າວ ໄດ້ຖືກ​ໂຈະ​ໄວ້ ໃນຂະນະ
ທີ່ພວກຜູ້ແທນພາກັນໂຕ້ແຍ້ງສົນທະນາກັນວ່າ ຄວນຈະສົ່ງອາວຸດປະເພດໃດ ແລະສົ່ງໃຫ້
ກຸ່ມໃດແດ່.

ທ່ານ Jay Carney ຫົວໜ້າກອງ​ເລຂານຸການ​ຝ່າຍຂ່າວປະຈໍາທໍານຽບຂາວ ກ່າວຕໍ່ນັກ
ຂ່າວ ໃນວັນສຸກຜ່ານມາວ່າ ຝ່າຍບໍລິຫານໄດ້ສົນທະນາກັນກັບ ພວກຜູ້ແທນໃນການດໍາ
ເນີນຄວາມພະຍາຍາມ ທີ່ຈະຕອບຄໍາຖາມເຫລົ່ານັ້ນ ແລະເລັ່ງຂັ້ນຕອນອະນຸມັດດັ່ງກ່າວ
ໃຫ້ໄວຂຶ້ນ.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້:


http://www.voanews.com/flashembed.aspx?t=vid&id=1701011&w=640&h=429&skin=embeded