ຊີເຣຍກ່າວວ່າ ຕົນຕຽມພ້ອມ ທີ່ຈະພົບປະ ກັບຝ່າຍຄ້ານ ຢູ່ຣັດເຊຍ

ຊາຍຄົນໜຶ່ງກວດກາເບິ່ງ ຂຸມເລິກທີ່ພວກເຄື່ອນໄຫວກ່າວວ່າ ເກີດຈາກການໂຈມຕີທາງອາກາດ ຂອງຝ່າຍລັດຖະບານຊີເຣຍ ຕໍ່ຝ່າຍຄ້ານໃນແຂວງ Idlib, ວັນທີ 26 ທັນວາ 2014.

ລັດຖະບານ​ຊີ​ເຣຍ ກ່າວ​ວ່າ ຕົນເຕັມ​ໃຈ​ທີ່​ຈະ​ໄປ​ພົບ​ປະ​ກັບ
​ຝ່າຍ​ຄ້ານ​ຢູ່​ມອສ​ໂກ ​ເພື່ອ​ຊອກ​ຫາ​ທາງ​ຍຸດຕິ​ສົງຄາມ​ກາງ​ເມືອງ​
ທີ່​ດຳ​ເນີນ​ມາ​ໄດ້​ເກືອບ 4 ປີ​ແລ້ວ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ຊີ​ເຣຍ ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຕົນ
ພ້ອມແລ້ວ​ທີ່​ຈະ​ເຂົ້າ​ປະກອບ​ສ່ວນ “​ໃນ​ການ​ພົບ​ປະ​ຂັ້ນ​ຕົ້ນ​
ແລະ
​ປຶກສາ​ຫາລື​ກັນ” ​ໃນຣັດ​ເຊຍ ​ເພື່ອ​ຫາ​ທາງ​ແກ້​ໄຂ​ວິ​ກິດ​
ການ​ດັ່ງກ່າວ.

​ເຖິງ​ຢ່າງ​ໃດ​ກໍ​ດີ ອຸບປະສັກ​ກີດຂວາງ​ຕ່າງໆ​ຍັງ​ຄົງ​ມີ​ຢູ່ ​ໃນ​ການ
​ຊອກ​ຫາ​ເສັ້ນ​ທາງ​ໄປ​ສູ່​ສັນຕິພາບ​ນັ້ນ. ກຸ່ມ​ລັດ​ອິສລາມ​ຫົວ​ຮຸນ
​ແຮງ ທີ່​ຄວບ​ຄຸມພື້ນ​ທີ່​ນຶ່ງ​ສ່ວນ​ສາມ​ຂອງ​ຊີ​ເຣຍ ບໍ່​ໄດ້​ມີ​ສ່ວນ​
ໃດໆ ​ໃນ​ການ​ແຜນ​ລິ​ເລີ້ມ​ເພື່ອ​ຍຸດຕິ​ການ​ສູ້​ລົບ​ກັນ​ນີ້. ພວກ
ກຸ່ມ​ຝ່າຍ​ຄ້ານອື່ນໆ ກໍບໍ່​ໄດ້ເປັນ ອັນ​ໜຶ່ງ​ອັນ​ດຽວ​ກັນ ໃນ​ການ
​ຕອບ​ສະໜອງ​ຂອງ​ພວກ​ເຂົາ​ ຕໍ່​ການ​ພົບ​ປະ​ທີ່​ອາດ​ມີ​ຂຶ້ນ​ກັບ
​ພວກ​ເຈົ້າ​ໜ້າ​ທີ່​ຊີ​ເຣຍ​ໃນມອສໂກ​ນີ້​.

ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ວ່າ ໄດ້ມີ​ການ​ຄາດ​ກັນ​ໄວ້
​ວ່າ ການ​ພົບ​ປະກັນ​ລະຫວ່າງຊີ​ເຣຍ​ແລະ​ຝ່າຍ​ຄ້ານ ​ຈະ​ມີ​ຂຶ້ນ​ໃນ
​ທ້າຍ​ເດືອນ​ມັງກອນ​ຕໍ່ໜ້າ​ນີ້ ​ແລະ​ຈະ​ເປັນ​ການ​ພົບ​ປະ​ແບບ “ບໍ່​ເປັນ​ທາງ​ການ”.