ຊີເຣຍ ກຳຈັດ ພວກອາວຸດເຄມີ ຂອງຕົນ ໄດ້ 80 ເປີເຊັນແລ້ວ

ທ່່ານນາງ Sigrid Kaag, ຫົວໜ້າທີມສະຫະປະຊາຊາດ ທີ່ກຳກັບນຳ ການທຳລາຍອາວຸດເຄມີ ຂອງຊີເຣຍ ກ່າວຕໍ່ບັນດານັກຂ່າວ ຢູ່ດາມັສກັສ, ວັນທີ 22 ຕຸລາ 2013

ຊີ​ເຣຍ​ໄດ້​ຍົກຍ້າຍ ຫຼື​ທຳລາຍ​ ພວກ​ວັດຖຸ​ອາວຸດ​ເຄມີ​ ທີ່
ໄດ້ປະກາດ​ໃຫ້​ຮູ້​ນັ້ນ​ແລ້ວ ໃນ​ຈຳນວນ 80 ​ເປີ​ເຊັນ.

ທ່ານນາງ Sigrid Kaag ຜູ້​ປະສານ​ງານ​ພິ​ເສດ​ຂອງ​ ພາ
ລະກິດ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ​ແລະ​ອົງການ​ເພື່ອ​ການ
​ເກືອດ​ຫ້າມອາວຸດ​ເຄມີ ຫຼື OPCW ກ່າວ​ວ່າ ຖ້າ​ຈັງ​ວະ​ເວ
ລາ​ໃນ​ການ​ກຳຈັດ​ພວກ​ອາ​ວຸດ​ເຄມີ​ດັ່ງກ່າວ​ ດຳ​ເນີນ​ໄປ​
ເຊັ່ນ​ນີ້ ຊີ​ເຣຍກໍ​ໜ້​າຈະ​ສາມາດທຳລາຍ​ພວກ​ອາວຸດ​ດັ່ງກ່າວ
ໃຫ້​ໝົດ​ໄປໄດ້​ທັນຕາມ​ກຳນົດ​ເວລາ​ທີ່​ອົງການ OPCW
ຕັ້ງ​ໄວ້​ ຄື​ກ່ອນ​ທ້າຍ​ເດືອນ​ເມສາ​ນີ້.

ທ່ານນາງ Kaag ກ່າວ​ຕື່ມ​ວ່າ ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໃນຈັງ​ວະ​ທີ່​ໄວ​ຂຶ້ນ​ນັ້ນ
​ແມ່ນ​ເຫດການ “ໃນ​ທາງ​ບວກ​ແລະ​ຈຳ​ເປັນ” ​ເພື່ອ​ຮັບປະກັນ​ຄວາມ​ຄືບ​ໜ້າ
ໄປ​ສູ່​ເວລາ​ເສັ້ນຕາຍ​ທີ່ໃກ້​ຈະ​ມາ​ເຖິງ​ແລ້ວ​ນັ້ນ.

ປະທານາທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍ ​ໄດ້​ຕົກລົງ​ທີ່​ຈະ​ທຳ ລາຍ​ພວກ
​ຄັງ​ອາວຸດ​ເຄມີ​ຂອງ​ຕົນ ຫຼັງ​ຈາກ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ຫຼາຍ​ຂຶ້ນ​ເລື້ອຍໆ​ຈາກ
ນາໆ​ຊາດ ພາຍຫຼັງ​ການ​ເສຍ​ຊີວິດ​ຂອງ​ປະຊາຊົນຈຳນວນ​ຫຼາຍ​ຮ້ອຍ​ຄົນ​ໃນ​ການ​
ໂຈມ​ຕີ​ດ້ວຍແກ​ສ sarin ​ໃນ​ຫລາຍໆ ເຂດ​ຂອງຊານ​ເມືອງຫລວງດາ​ມັສກັສ​ ໃນ​
ປີ​ແລ້ວ​ນີ້.

ວໍ​ຊິງ​ຕັນ​ແລະ​ພວກ​ປະ​ເທດ​ພັນທະ​ມິດ​ຝ່າຍ​ຕາ​ເວັນຕົກ ​ໄດ້​ຖິ້ມ​ໂທດ​ໃສ່​ກຳລັງ​
ຂອງ​ປະທານາທິບໍດີ ອັສສັດ ວ່າ​ເປັນ​ຜູ້​ທຳ​ການ​ໂຈມ​ຕີ​ດ້ວຍ​ແກ​ສ sarin ທີ່ທຳ
ລາຍເສັ້ນປະສາດນັ້ນ. ​ແຕ່​ລັດຖະບານ​ຊີ​ເຣຍ ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ກຳລັງ​ຝ່າ​ຍຕໍ່
ຕ້ານ​ໃນ​ສົງຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ ຊຶ່ງ​ມາ​ຮອດ​ປັດຈຸບັນ​ນີ້ ​ໄດ້​ຍ່າງ​ເຂົ້າ​ເປັນ​ປີ
​ທີ​ສີ່​ແລ້ວ.