ການເຈລະຈາ ສັນຕິພາບ ຊີເຣຍ ຮອບທຳອິດ ສິ້ນສຸດລົງ ໂດຍບໍ່ກ້າວໜ້າ (ສະໄລດ໌/ວີດີໂອ)

ທູດພິເສດອົງການສະຫະປະຊາຊາດ ແລະສັນນິບາດອາຣັບ ທ່ານ Lakhdar Brahimi ທີ່ກອງປະຊຸມຖະແຫຼງຂ່າວ ກ່ຽວກັບ ການເຈລະຈາສັນຕິພາບຊີເຣຍ ທີ່ສຳນັກງານໃຫຍ່ ສປຊ ໃນນະຄອນເຈນີວາ (31 ມັງກອນ 2014)

ການເຈລະຈາສັນຕິພາບ ຮອບທຳອິດ ທີ່ພົວພັນກັບລັດຖະບານ
ຊີເຣຍແລະພວກຕໍ່ຕ້ານ ມີກຳນົດທີ່ຈະມ້ວນທ້າຍລົງ ໃນວັນສຸກ
ມື້ນີ້ໂດຍບໍ່ມີຄວາມກ້າວໜ້າຫຍັງຫຼາຍ ກ່ຽວກັບບັນຫາສຳຄັນໆ.

ການຕົກລົງທີ່ຈະພົບປະກັນອີກ ຊຶ່ງເບິ່ງຊົງວ່າ ຈະມີຂຶ້ນພາຍໃນ
ນຶ່ງອາທິດນັ້ນ ເປັນທີ່ຄາດວ່າ ຈະເປັນຜົນພຽງອັນດຽວ ໃນການ
ເຈລະຈາເປັນເວລາ 7 ມື້ ທີ່ນະຄອນເຈນີວາ ຊຶ່ງເປັນມື້ສຸດທ້າຍ
ໃນມື້ນີ້.

ຜູ້ໄກ່ເກ່ຍຂອງອົງການສະຫະປະຊາຊາດ ທ່ານ Lakhdar Bra-
himi ກ່າວວ່າ ທ່ານຫວັງວ່າ ຈະມີການເຈລະຈາກັນເພີ້ມຕື່ມໃນ
ຮອບໜ້າ ໂດຍໃຫ້ຂໍ້ສັງເກດວ່ານີ້ເປັນພຽງການເລີ້ມຕົ້ນຂອງຂັ້ນຕອນເທົ່ານັ້ນ.

ພາບຫຼ້າສຸດ ຈາກ ຊີເຣຍ



ທັງສອງຝ່າຍໄດ້ຜິດຖຽງກັນກ່ຽວກັບແມ່ນກະທັງວ່າຈະນຳເອົາຫົວຂໍ້ຫຍັງຂຶ້ນມາໂອ້ລົມກັນຢູ່
ໃນການເຈລະຈາທີ່ມີການຄອງຄອຍຖ້າມາເປັນເວລາດົນນານແລ້ວນັ້ນ.

ລັດຖະບານຊີເຣຍຢາກໃຫ້ເລີ້ມແກ້ໄຂ ບັນຫາພວກກໍ່ການຮ້າຍ. ໃນວັນພະຫັດວານນີ້ ຝ່າຍ ລັດຖະບານໄດ້ນຳສະເໜີການແກ້ໄຂໂດຍຮຽກຮ້ອງໃຫ້ຍຸຕິການໃຫ້ທຶນສະໜັບສະໜຸນການ ກະທຳທີ່ເປັນການກໍ່ການຮ້າຍ.

ພວກຕໍ່ຕ້ານລັດຖະບານໄດ້ປະຕິເສດຖະແຫຼງການຮ່ວມນັ້ນວ່າ ມັນເປັນຂອງຝ່າຍດຽວໂດຍ ເວົ້າວ່າ ມັນບໍ່ມີປະໂຫຍດຫຍັງ ທີ່ຈະຫາລືກັນ ໂດຍປາສະຈາກການສ້າງຕັ້ງລັດຖະບານ ໃນ ໄລຍະຂ້າມຜ່ານ.

ເພື່ອເປັນການຕອບຕໍ່ເລື່ອງນີ້ ຄະນະຜູ້ແທນຂອງລັດຖະບານຊີເຣຍໄດ້ສະເໜີແນະຕໍ່ຄະນະ ຜູ້ແທນຂອງພວກຕໍ່ຕ້ານທີ່ໄດ້ປະຕິເສດຕໍ່ຖະແຫຼງການເລື່ອງກໍ່ການຮ້າຍຍ້ອນພວກເຂົາເຈົ້າ ເອງກໍແມ່ນຜູ້ກໍ່ການຮ້າຍ.

Your browser doesn’t support HTML5

Syria