ການເຈລະຈາ ສັນຕິພາບ ໃນຊີເຣຍ ຖືກເລື່ອນ ອອກໄປໃສ່ ວັນພະຫັດມື້ອື່ນ

ພົນລະເມືອງຄົນນຶ່ງ ຍ່າງຢູ່ຖະໜົນສາຍນຶ່ງ ໃນນະຄອນຫຼວງ Astana ຂອງປະເທດ Kazakhstan, ວັນທີ 25 ມັງກອນ 2017.

ການ​ເຈລະຈາ​ສັນຕິພາບ​ຮອບ​ໃໝ່​ໃນ​ຊີ​ເຣຍ ຊຶ່ງມີ​ກຳນົດ​ຈະ​ເລີ່ມຂຶ້ນຢູ່​ກາ​ຊັກ​ສະຖານ ​
ໃນ​ວັນ​ພຸດ​ມື້ນີ້ ຖືກ​ເລື່ອນ​ໄປ​ໃສ່ວັນ​ພະຫັດ​ມື້ອື່ນ.

ກະຊວງ​ການ​ຕ່າງປະ​ເທ​ກາ​ຊັກ​ສະຖານ ບໍ່​ໄດ້​ໃຫ້ການ​ອະທິບາຍ​ໃດໆ​ ກ່ຽວ​ກັບ​ ການ
ປ່ຽນ​ແປງ​ດັ່ງກ່າວ.

ຈຸດ​ເພັ່​ງ​ເລັງ​ໃນ​ການ​ເຈລະຈາ​ທີ່​ນະຄອນ Astana ​ແມ່ນ​ການ​ເຈລະຈາ​ຢຸດ​ຍິງ ​ເປັນ
​ບາງ​ສ່ວນ ຊຶ່ງ​ໄດ້​ມີ​ການ​ບັງຄັບໃຊ້​ເລີ່ມມາ​ແຕ່​ທ້າຍ​ເດືອນ​ທັນວາ. ​ໃນການ​ພົບປະກັນ
​ທີ່​ນະຄອນ Astana ​ຄັ້ງກ່ອນ ​ເມື່ອ​ເດືອນ​ມັງກອນຜ່ານ​ມາ ຣັດ​ເຊຍ ອີຣ່ານ ​ແລະ ​ເທີ​ກີ
​ໄດ້​ຕົກລົງ​ຮັບ​ເອົາ​ຖານະ​ຜູ້​ສັງ​ເກດ​ການ ​ກ່ຽວ​ກັບ ການ​ຢຸດ​ຍິງ​ດັ່ງກ່າວ.

ຂັ້ນຕອນ​ການ​ເຈລະຈາ​ທີ່​ນະຄອນ Astana ​ແມ່ນ​ເປັນ​ທີ່​ສັງ​ເກດ​ໄດ້​ວ່າ ບໍ່​ໄດ້​ມີ ສະຫະລັດ
​ເຂົ້າຮ່ວມ​ນຳ ຊຶ່ງ​ໃນ​ຊຸມ​ປີຕົ້ນໆ​ຂອງ​ບັນຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍນັ້ນ ສະຫະລັດ ​ມັກ​ຈະ​ເປັນ
​ຄູ່​ຮ່ວມ​ງານ ​ກັບ ຣັດ​ເຊຍ ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ ຊຸກຍູ້​ໃຫ້​ລັດ​ຖະບານ
ຊີ​ເຣຍ ​ແລະ​ ພວກ​ຕໍ່ຕ້ານ ​ເປີດ​ການເຈລະຈາ ​ສັນຕິພາບ ​ກັນ.

ອົງການ​ສະຫະ​ປະຊາ​ຊາດ​ວາງ​ແຜນ​ທີ່​ຈະ​ເປີດ​ການ​ເຈລະຈາ​ສັນຕິພາບ​ຮອບ​ຕໍ່​ໄປ ​ໃນ​
ອາທິດ ໜ້ານີ້ ທີ່​ແນ​ໃສ່​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ ຍຸຕິ​ການ​ສູ້​ລົບ​ກັນ​ທີ່​ດຳ​ເນີນ​ມາ ​ເປັນ
​ເວລາ​ເກືອບ 6 ປີ​ແລ້ວນັ້ນ.

ການ​ດຳ​ເນີນ​ຄວາມ​ພະຍາຍາມ​ກ່ອນ​ໜ້ານີ້ຊຶ່ງ​ພົວພັນ​ກັບ​ການ​ເຈລະຈາ​ໂດຍ​ທາງອ້ອມ
​ທີ່​ໄກ່​ເກ່ຍ​ໂດຍ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ​ຮັບຜິດຊອບ​ໃນ​ເລື່ອ​ງຊີ​ເຣຍ ​ໄດ້ພາ​ໃຫ້​ມີ​
ຄວາມ​ກ້າວໜ້າ​ແຕ່​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ ​ເພື່ອ​ແກ້​ໄຂ​ສົງຄາມ​ທີ່​ເລີ່ມຂຶ້ນ ດ້ວຍ​ການ
​ປະ​ທ້ວງ​ຕໍ່ຕ້ານ​ທ່ານ Assad ແບບ​ສັນຕິ ກ່ອນ​ທີ່​ຈະ​ກາຍ​ເປັນ​ບັນຫາ ຂັດ​ແຍ້​ງຫຼາຍ​ຝ່າຍ.

ປະຊາຊົນ​ຈຳນວນ​ຫຼາຍພັນ​ຄົນ​ໄດ້​ເສຍ​ຊີວິດ ນັບ​ແຕ່​ເດືອນ​ມີນາ​ປີ 2011 ​ເປັນຕົ້ນ​ມາ
​ແລະ​ອີງ​ຕາມ​ອົງການ​ສະຫະ​ປະຊາ​ຊາດ​ແລ້ວ ​ເກືອບ 5 ລ້ານ​ຄົນ​ຕ້ອງ ​ໄດ້​ຫລົບ​ໜີ​ອອກ
​ຈາກ​ປະ​ເທດ ​ໃນ​ຂະນະ​ທີ່ອີກ 6 ລ້ານ​ຄົນຕ້ອງ​ໄດ້​ກາຍ​ເປັນ​ຜູ້ ຫລົບ​ໄພ​ພາຍ​ໃນ​ປະ​ເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ