ທ່ານ Lavrov ສົນທະນາກັບ ຮອງ ປທນ Joe Biden ກ່ຽວກັບຊີເຣຍ

.ລມຕ ຕ່າງປະເທດຣັດເຊຍ ຂະນະພົບປະກັບ ຮອງ ປທນ ສະຫະລັດ ໂຈ ບາຍເດັນ ກ່ຽວກັບຊີເຣຍ

ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ​ໄດ້​ທໍາ​ການ​ເຈລະຈາ​ໂດຍ​ກົງ​ເທື່ອ​ທໍາ​ອິດ ​ກັບ​ຜູ້​ນໍາພັກ​ຝ່ານຄ້ານ​ຂອງ​ຊີ​ເຣຍ ຢູ່​ນອກ​ກອງປະຊຸມ​ດ້ານ​ຄວາມໝັ້ນຄົງ​ ທີ່​ເມືອງ Munich ປະ​ເທດ​ເຢຍຣະມັນ.

ການ​ພົບ​ປະກັນ​ດັ່ງກ່າວເມື່ອ​ວັນ​ເສົາ​ວານ​ນີ້ ລະຫວ່າງ ທ່ານ Lavrov ​ແລະ ທ່ານ Moaz al-Khatib ​ບໍ່​ໄດ້​ຮວມ​ເອົາທ່ານ ​ໂຈ ບາຍ​ເດັນ ຮອງ​ປະທາ​ນາ​ທິບໍດີ​ສະຫະລັດ​ ​ແລະທ່ານ Lakhdar Brahimi ທູດ​ພິ​ເສດ ສະຫະ​ປະຊາ​ຊາດ ເຂົ້ານໍາ ທັງໆ​ທີ່​ໄດ້​ມີ​ການກ່າວແນະ​ໃຫ້​ຮູ້ໃນ​ເບື້ອງ​ຕົ້ນ​ ວ່າ ​ທັງ​ສີ່​ທ່ານອາດ​ຈະພົບ​ປະກັນໃນ​ພາກ​ໃຕ້​ເຢຍຣະມັນ​ນັ້ນ​ກໍ​ຕາມ. ​ແຕ່​ກົງກັນ​ຂ້າມ ​ຮອງ​ປະທານາ​ທິບໍດີ ໂຈ ບາຍ​ເດັນ​ ໄດ້​ພົບ​ປະ​ກັນຄົນ​ລະ​ເທື່ອ ກັບ​ທ່ານ Lavrov, Brahimi ​ແລະ ທ່ານ al-Khatib.

ກອງ​ປະຊຸມ​ໃຫຍ່​ດ້ານ​ຄວາມ​ໝັ້ນຄົງ​ທີ່​ເມືອງ Munich ປະ​ຈໍາປີ​ນີ້ ​ແມ່ນ​ມີ​ເປົ້າ​ໝາຍ​ເພື່ອຮື້​ຟື້ນ​ຄວາມພະຍາຍາມ ​ໃນ​ການ​ຊອກ​ຫາ​ຊ່ອງ​ທາງ​ຍຸຕິ​ສົງ ຄາມ​ກາງ​ເມືອງ​ໃນ​ຊີ​ເຣຍນັ້ນ. ​ເມື່ອ​ຕົ້ນ​ອາທິດ​ນີ້ ທ່ານ al-Khatip ​ເວົ້າວ່າ​ທ່ານ​ເຕັມ​ໃຈ​ທີ່​ຈະ​ເຈລະຈາ​ກັບ​ລັດຖະບານ​ຂອງ​ທ່ານ Bashar al-Assad ປະທານາທິບໍດີ​ຊີເຣຍ.

ທໍານຽບຂາວ​ເວົ້າ​ວ່າ ຮອງ​ປະທານາທິບໍດີ ​ໂຈ ບາຍ​ເດັນ ​ໄດ້​ເນັ້ນ​ຢໍ້າ​ໃນລະຫວ່າ​ງການພົບ​ປະ​
ກັບ​ທ່ານ Lavrov ​ເຖິງ​ຄວາ​ມສໍາຄັນ​ຂອງ​ການ ປະຕິບັດ​ງານ​ຮ່ວມ​ກັນ ລະຫວ່າງ ຣັດ​ເຊຍກັບ
ສະຫະລັດ ເພື່ອ​ຜົນ​ປະ​ໂຫຍ​ດ ຂອງ​ສັນຕິພາ​ບ​ແລະ ສະຖຽນລະ​ພາບ​ຂອງ​ສາກົນນັ້ນ.

ທັງ​ວໍ​ຊິງ​ຕັນ ​ແລະ Moscow ມີ​ຄວາມເຫັນແຕກ​ຕ່າງ​ກັນ​ຢ່າງ​ໃຫຍ່​ຫລວງ ກ່ຽວ​ກັບ​ວິທີ​ແກ້​ໄຂ​ບັນຫາ​ວິ​ກິດ​ການ​ຂອງ​ຊີ​ເຣຍ.

ທ່ານ ​ໂຈ ບາຍ​ເດັນ ​ໄດ້​ຮັບປາກ​ຢູ່​ທີ່​ກອງ​ປະຊຸມ​ວ່າວ່າ ​ສະຫະລັດ​ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອພັກ​ຝ່າຍ​ຄ້ານ​ຂອງ​ຊີ​ເຣຍຕໍ່​ໄປ ​ແລະ​ເວົ້າ​ຕື່ມ​ວ່າ​ ປະທານາທິບໍດີ Bashar al-Assad
ບໍ່​ເໝາະ​ສົມ​ທີ່​ນໍາພາ​ປະ​ເທດ​ຊາດ​ອີກ​ຕໍ່​ໄປແລ້ວ ​ແລະ​ຕ້ອງ​ອອກ​ຈາ​ກຕໍາ​ແໜ່​ງ.

ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ​ເວົ້າ​ຢູ່​ທີ່ກອງ​ປະຊຸມ​ວ່າ ​ເງື່ອນ​ໄຂ​ແບບ​ນັ້ນ​ ຮັບ​ເອົາ​ບໍ່​ໄດ້.