ສະຫະລັດ ຊອກຫາຊ່ອງທາງ ຍຸຕິການປາບປາມ ໃນຊີເຣຍ

  • ໄພສານ ວໍຣະຈັກ

ກະສັດ Abdullah ແຫ່ງ Saudi Arabia ຊົງພົບປະກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ທີ່ນະຄອນຫຼວງຣິຢາດ (30 ມີນາ 2012)

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ສືບ​ຕໍ່ການ​ຢ້ຽມຢາມ
Saudi Arabia ​ໃນ​ວັນ​ເສົາ​ມື້ນີ້ ​ໂດຍ​ການ​ພົບ​ປະ​ກັບ​ບັນດາພວກ​ນັກ​ການ​ທູດອາຣັບ ​ຢູ່​ໃນ
ເຂດ​ອ່າວ​ເປີ​ເຊຍເພື່ອ​ປຶກສາ​ຫາລື​ຫາ​ທາງ​ຍຸຕິການ​ປາບ​ປາມ​ການ​ລຸກຮື​ຂຶ້ນຕໍ່ຕ້ານ​ລັດຖະບານ
ຢູ່​ໃນ​ຊີ​ເຣຍ.

ການ​ພົບ​ປະ​ທີ່​ວ່າ​ນີ້​ ແມ່ນ​ການ​ອາ​ລຳ​ພະ​ບົດ ຫຼືການ​ດຳ​ເນີນ​ການ​ໃນ​ເບື້ອງຕົ້ນ ສຳ​ຫຼັບກອງ​
ປະຊຸມເພື່ອນມິດ​ຂອງ​ຊີ​ເຣຍ ຊຶ່ງ​ຈະໄຂ​ຂຶ້ນທີ່​ນະຄອນ​ອິສຕັນ​ບູລ​ ໃນ​ວັນ​ອາທິດ​ມື້ອື່ນ. ທ່ານ
ນາງ Clinton ພ້ອມໆ​ກັບ​ພວກ​ນັກ​ການ​ທູດ​ອື່ນໆ​ຈາກ​ປະເທດ​ອາຣັບ​ແລະ​ປະ​ເທດ​ຕາ​ເວັນ
ຕົກ​ທີ່​ໃຫ້ການ​ສະໜັບສະໜຸນ​ຕໍ່​ກຸ່ມ​ກະບົດ​ຊີ​ເຣຍມີ​ໝາຍ​ກຳ​ນົດທີ່​ຈະ​ໄປ​ຮ່ວມ​ກອງ​ປະຊຸມ​ດັ່ງ
ກ່າວ​ຢູ່​ທີ່​ເທີ​ກີ. ສະຫະລັດ​ຍັງ​ສືບ​ຕໍ່​ຄັດຄ້ານ ​ຕໍ່​ການປະກອບ​ອາວຸດ​ໃຫ້​ແກ່​ພວກ​ກະບົດ​ໃນ​ຊີ
ເຣຍ ຊຶ່ງ​ບາງ​ປະ​ເທດ​ໃນ​ເຂດອ່າວ​ເປີ​ເຊຍ​ໄດ້​ສະ​ເໜີ​ໄປ​ນັ້ນ. ​ວໍ​ຊິງ​ຕັນໄດ້​ດຳ​ເນີນ​ການ​ເພື່ອ
ເຕົ້າໂຮມ​ກຸ່ມ​ຝ່າຍຄ້ານ​ຕ່າງໆ​ໃຫ້​ເຂົ້າກັນ​ແທນແລະ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຈັດ​ສົ່ງ​ການ​ຊ່ອຍ
ເຫຼືອ ທາງ​ດ້ານ​ມະນຸດສະທຳ​ເຂົ້າ​ໄປ​ໃນ​ຊີ​ເຣຍ.

ການ​ປະ​ທະ​ກັນ​ຮອບ​ໃໝ່​ລະຫວ່າງ​ພວກ​ປະ​ທ້ວງ​ ແລະ​ກຳລັງ​ຮັກສາ​ຄວາມ​ສະຫງົບ​ໄດ້​ລະ​
ເບີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ຊີ​ເຣຍ​ໃນ​ວັນ​ສຸກ​ວານ​ນີ້. ພວກ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດ​ກ່າວ​ວ່າ ມີ
11 ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ດັ່ງກ່າວ.

ແຜນທີ່ສະແດງຈໍານວນຄົນຕາຍໃນເມືອງຕ່າງໆຂອງຊີເຣຍ:


ທ່ານ Kofi Annan ທູດ​ພິ​ເສດ
ຂອງ​ອົງການ​ສະຫະ​ປະຊາ​ຊາດ​
ແລະ​ສັນນິບາດອາຣັບ​ໄດ້​ຮຽກ
ຮ້ອງ ​ໃຫ້​ລັດຖະບານ​ຊີ​ເຣຍຈັດ
ຕັ້ງປະຕິບັດ​ການ​ຢຸດ​ຍິງ​ໃນ​ທັນ
ທີ​ແລະ​ຢຸດ​ເຊົາ​ການ​ໂຈມ​ຕີ​ຕໍ່​ກຸ່ມ
ຝ່າຍ​ຄ້ານ. ໂຄສົກ​ຂອງ​ທ່ານ
Annan ກ່າວ​ຕໍ່​ພວກ​ນັກ​ຂ່າວ​
ທີ່​ນະຄອນ​ເຈ​ນີວາ​ໃນ​ມື້ວັນ​ສຸກ
ວານ​ນີ້ວ່າກຳນົດ​ເສັ້ນຕາຍ​ແມ່ນ
ເວ​ລານີ້​ໂລດສຳລັບ​ປະທານາທິ
ບໍດີ Bashar al-Assad ຈັດ
ຕັ້ງປະຕິບັດ​ ແຜນການ​ສັນຕິ
ພາບ 6 ຂໍ້ຊຶ່ງ​ຮ່າງ​ຂຶ້ນ​ໂດຍ​ອະ
ດີດຫົວໜ້າ ​ອົງການ​ສະຫະ​ປະຊາ​ຊາດ. ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ຢ່າງ​ເຈາະ​ຈົງ​ວ່າ ຈະ​ມີ​
ການ​ເອົາມາດ​ຕະການ​ອັນ​ໃດ​ ຖ້າທ່ານ Assad ຫາກ​ບໍ່​ຈັດຕັ້ງປະຕິບັດ​ຂໍ້ ຕົກລົງ​ທີ່​ວ່າ​ນີ້.

ບັນດາ​ຜູ້ນຳ​ຂອງ​ປະ​ເທດ​ອາຣັບ ທີ່​ກອງ​ປະຊຸມ​ສຸດ​ຍອດ​ຢູ່​ນະຄອນຫຼວງ​ແບັກ​ແດັດໃນ​ມື້ວັນ​
ພະຫັດ​ຜ່ານ​ມາ​ໄດ້​ໃຫ້ການ​ສະໜັບສະໜຸນ​ຕໍ່​ແຜນການ​ສ້າງສັນ​ຕິ​ພາບ​ໃນຊີ​ເຣຍ ​ແລະຮຽກ
ຮ້ອງ​ໃຫ້​ມີ​ການຈັດຕັ້ງປະຕິບັດ​ແຜນການ​ນີ້​ໃນ​ທັນທີ.

ທ່ານ Assad ​ໄດ້​ຕົກລົງ​ຮັບ​ເອົາ​ແຜນການ​ດັ່ງກ່າວ​ ໃນ​ມື້ວັນ​ອັງຄານ​ຜ່ານ​ມາ ແຕ່​ທະຫານ​
ລັດຖະບານ​ຊີ​ເຣຍຍັງ​ບໍ່​ໄດ້​ສະ​ແດງ​ຮ່ອງຮອຍ​ໃຫ້​ເຫັນ​ ກ່ຽວ​ກັບ​ການ​ໃຊ້​ຄວາມ​ຢັບຢັ້ງ. ພວກ​
ຝ່າຍ​ຄ້ານ​ກ່າວ​ວ່າຕົນ​ສົງ​ໄສ​ວ່າ​ທ່ານ Assad ບໍ່​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຢຸດ​ເຊົາ​ການ​ປາບ​ປາມ​
ພວກ​ປະ​ທ້ວງ​ແລະ​ສວຍ​ໃຊ້​ຂໍ້​ຕົກລົງ​ສັນຕິ​ພາບ​ເປັນ​ກົນລະຍຸດ​ເພື່ອ​ໜ່ວງ​ເວລາ.

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຄວາມ​ຮຸນ​ແຮງ​ທີ່​ພົວພັນ​ກັບ​ການ​ປາບປາມການ​ລຸກ​ຮື​
ຂຶ້ນ​ໃນ​ຊີ​ເຣຍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ​ຫຼາຍກວ່າ 9,000 ຄົນ.