15 ຄົນ ເສຍຊີວິດ ໃນການຍິງໂຈມຕີ ຂອງທະຫານ ຊີເຣຍ (ວີດີໂອ)

  • ໄພສານ ວໍຣະຈັກ

ຮູບຖ່າຍໂດຍມືກ້ອງສະໝັກຫຼິ້ນ ທີ່ນຳເຜີຍແຜ່ໂດຍຕາໜ່າງຂ່າວ Shaam ໃນວັນສຸກວານນີ້ ສະແດງໃຫ້ເຫັນ ເຫດລະ ເບີດທີ່ເມືອງ Khaldiyeh ທີ່ຕັ້ງຢູ່ໃກ້ໆເມືອງ Homs ໃນພາກກາງຊີເຣຍ (9 ມິຖຸນາ 2012)

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ປະ​ເທດ​ອັງກິດ ກ່າວວ່າ ທະຫານ​
ຊີ​ເຣຍ​ໄດ້​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ເມືອງ Daraa ຊຶ່ງ​ຕັ້ງຢູ່​ໃນ​ພາກ​ໃຕ້​ຂອງປະ​ເທດ ​ເຮັດ​ໃຫ້​ມີ​
ຜູ້​ເສຍ​ຊີວິດ ​ຢ່າງ​ນ້ອຍ 15 ຄົນ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ດັ່ງກ່າວ ​ແຈ້ງ​ໃຫ້​ຊາບ​ຕື່ມ​ວ່າ ນອກ​ນັ້ນ​ແລ້ວ​ຍັງ​ມີ​ຜູ້​ໄດ້ຮັບ​ບາດ
​ເຈັບອີກຫຼາຍສິບ​ຄົນ ​ໃນ​ການ​ຍິງ​ຖະຫຼົ່ມ ​ໃນ​ຕອນ​ເຊົ້າຂອງ​ວັນ​ເສົາ​ມື້ນີ້.

ການ​ເສຍ​ຊີ​ວິດທີ່​ເມືອງ Daraa ມີ​ຂຶ້ນທ່າມກາງ​ການ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຂອງນາໆ​ຊາດ​
ກ່ຽວ​ກັບ​ການ​ສັງຫານ​ໝູ່​ພົນລະ​ເຮືອນໃນ​ມື້ວັນ​ພຸດ​ແລ້ວ​ ໃນ​ການ​ໂຈມ​ຕີບ້ານ Mazraat
al-Qubeir ຊຶ່ງ​ເປັນ​ບ້ານ​ນ້ອຍໆ​ທີ່​ຕັ້ງຢູ່​ໃນ​ເຂດ​ພາກ​ກາງຂອງຊີ​ເຣຍນັ້ນ.

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຄະນະ​ສັງ​ເກດ​ການ​ຂອງ​ຕົນ​ໄດ້​ຮັບ​ອະນຸຍາດໃຫ້​ເຂົ້າ​
ໄປ​ໃນ​ບ້ານ​ດັ່ງກ່າວ​ໃນ​ມື້ວານ​ນີ້ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ເຫັນຮອຍ​ລົດ​ຫຸ້ມເກາະ​ຢູ່​ອ້ອມ​
ບ້ານ ແລະ​ເຮືອນ​ຊານ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຍ້ອນ​ຈະ​ຫຼວດ ລະ​ເບີດມື ​ແລະ ​ອາວຸດ​ຊະ
ນິດ​ຕ່າງໆ.

ຖະ​ແຫຼງການ​ສະບັບ​ນຶ່ງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ ກ່າວ​ວ່າ ​ໄດ້​ເຫັນ​ຮອຍເລືອດ​ຢູ່​
ຕາມ​ຝາ​ແລະ​ພື້ນ​ເຮືອນ​ບາງ​ຫຼັງ ​ແລະ​ຄະນະ​ສັງ​ເກດ​ການ​ໄດ້​ກິ່ນ​ເໝັນ ທີ່​ມາ​ຈາກ​ໄຟ​ໄໝ້
​ສົບ.

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ມີ​ຢ່າງ​ນ້ອຍ 78 ຄົນ ຮວມທັງ​ແມ່ຍິງ​ແລະເດັກນ້ອຍໄດ້​ຖືກ
​ຂ້າ​ຕາຍ​ທີ່​ບ້ານ Mazraat al-Qubeir.

ລັດຖະບານ​ຊີ​ເຣຍ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ກໍ່​ການ​ຮ້າຍ​ທີ່​ບໍ່​ໄດ້​ລະບຸ​ຊື່ ກ່ຽວ​ກັບ​ການສັງຫານ​
ໝູ່​ດັ່ງກ່າວ​ນີ້.