ທະຫານຊີເຣຍ ບຸກເຂົ້າໄປໃນ ອີກເມືອງນຶ່ງ ໃກ້ຊາຍແດນເຕີກກີ

  • ໄພສານ ວໍຣະຈັກ

ອົບພະຍົບຊີເຣຍ ພວມພາກັນສວດມົນພາວະນາ ທີ່ສູນ Boynuyogun ໃນປະເທດເຕີກກີ ໃກ້ໆຊາຍແດນຊີເຣຍ (16 ມິຖຸນາ 2011)

ພວກນັກເຄື່ອນໄຫວຊີເຣຍກ່າວວ່າ ທະຫານລັດຖະບານໄດ້ບຸກເຂົ້າໄປໃນເມືອງໆນຶ່ງ ໃກ້ໆ
ຊາຍແດນເຕີກກີ ໂດຍໄດ້ຍິງປືນກົນເຂົ້າໃສ່ແລະຈັບກຸມປະຊາຊົນໃນເມືອງດັ່ງກ່າວ.

ກຳລັງທະຫານທີ່ຈົງຮັກພັກດີຕໍ່ປະທານາທິບໍດີ Bashar al-Assad ໄດ້ບຸກເຂົ້າໄປໃນເມືອງ
Bdama ໃນວັນເສົາມື້ນີ້ ພ້ອມດ້ວຍລົດຖັງ ຢ່າງນ້ອຍ 6 ຄັນ ລົດຫຸ້ມເກາະລຳລຽງພົນ 10
ຄັນ ແລະລົດທະຫານອີກຈຳນວນນຶ່ງ. ພວກທີ່ເຫັນເຫດການກ່າວວ່າ ມີຊາວເມືອງ 70 ຄົນ
ຖືກຈັບແລະພວກທະຫານໄດ້ຈູດເຮືອນ 2 ຫຼັງ.

ເມືອງ Bdama ຕັ້ງຢູ່ໃກ້ໆກັບຊາຍແດນເຕີກກີ. ນັກເຄື່ອນໄຫວຄົນນຶ່ງຂອງກຸ່ມສັງເກດການ
ສິດທິມະນຸດໃນຊີເຣຍທີ່ມີສຳນັກງານຢູ່ກຸງລອນດອນກ່າວວ່າປະຊາຊົນໃນເມືອງດັ່ງກ່າວແມ່ນ
ເປັນພາກສ່ວນນຶ່ງຂອງພວກອົບພະຍົບ ທີ່ໄດ້ຂ້າມຊາຍແດນເຂົ້າໄປອາໄສຢູ່ໃນສູນຕູບຜ້າຕັ້ງ
ໃນເຕີກກີ.

ປັດຈຸບັນນີ້ມີຊາວຊີເຣຍຫຼາຍກວ່າ 10,000 ຄົນໄດ້ຫຼົບໜີເຂົ້າໄປອາໄສຢູ່ໃນຕູບຜ້າຕັ້ງສີຂາວ ໃນສູນຂະໜາດໃຫຍ່ທີ່ເຕີກກີ. ຫຼາຍໆຄົນໄດ້ພາກັນຫຼົບໜີເຂົ້າໄປໃນຫົວເມືອງທາງພາກໃຕ້
ຂອງເຕີກກີ ຍ້ອນທະຫານຂອງທ່ານ Assad ໄດ້ແນເປົ້າໝາຍໃສ່ພວກເຂົາເຈົ້າໃນການປາບ
ປາມພວກປະທ້ວງຕໍ່ຕ້ານລັດຖະບານທີ່ດຳເນີນມາເປັນເວລາ 3 ເດືອນນັ້ນ.

ຂະນະທີ່ຄວາມວຸ້ນວາຍໃນຊີເຣຍພວມແຜ່ລາມອອກໄປນັ້ນກະຊວງການຕ່າງປະເທດອັງກິດ
ໃນວັນເສົາມື້ນີ້ ໄດ້ຮຽກຮ້ອງໃຫ້ພົນລະເມືອງຂອງຕົນເດີນທາງອອກຈາກຊີເຣຍໃນທັນທີ ໃນ ຂະນະທີ່ການຂົນສົ່ງໂດຍສານ ຍັງມີໃຊ້ຢູ່. ກະຊວງຕ່າງປະເທດອັງກິດເຕືອນປະຊາຊົນຂອງ
ຕົນວ່າ ຖ້າພວກເຂົາເຈົ້າຍັງຢູ່ໃນຊີເຣຍຕໍ່ໄປ ແລະໄດ້ເກີດຄວາມວຸ້ນວາຍເພີ່ມຂຶ້ນຈຶ່ງມີຄວາມ
ເປັນໄປໄດ້ສູງ ທີ່ສະຖານທູດອັງກິດ ໃນນະຄອນຫຼວງ Damascus ຈະບໍ່ສາມາດໃຫ້ຄວາມ
ຊ່ອຍເຫຼືອໄດ້.

ການບຸກໂຈມຕີຫຼ້າສຸດຂອງຊີເຣຍໃນເຂດພາກຕາເວັນຕົກສຽງເໜືອຂອງປະເທດມີຂຶ້ນຂະນະ
ທີ່ສະຫະຣັດກຳລັງພິຈາລະນາເບິ່ງວ່າ ຈະມີການຕັ້ງຂໍ້ຫາກໍ່ອາດຊະຍາກຳສົງຄາມໄດ້ຫຼືບໍ່ຕໍ່ປະ
ທານາທິບໍດີຊີເຣຍ ອັນເປັນສ່ວນນຶ່ງ ໃນການດຳເນີນຄວາມພະຍາຍາມທາງດ້ານການທູດໃນ
ຂອບເຂດທີ່ກວ້າງຂວາງ ເພື່ອບັງຄັບໃຫ້ລັດຖະບານຂອງທ່ານຢຸດເຊົາການປາບປາມພວກປະ
ທ້ວງ.