ພວກກະບົດ ແລະທະຫານ ຍັງສືບຕໍ່ ປະທະກັນ ໃນພາກເໜືອ ຊີເຣຍ

  • ໄພສານ ວໍຣະຈັກ

People line up to be evacuated outside Tacloban airport, central Philippines, Nov. 13, 2013.

ທະຫານ​ລັດຖະບານ​ຊີ​ເຣຍ ​ແລະ​ພວກ​ກະບົດ​ ໄດ້​ປະທະ​ກັນ​ເປັນ​ມື້ທີ​ສອງ​ລຽນຕິດ ທີ່​ເມືອງ
Aleppo ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ.

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການ​ສູ້​ລົບ​ກັນ​ໃນ​ຕອນ​ກາງຄືນ ​ແມ່ນ​ເປັນ​ການ​ສູ້​ລົບກັນ​ທີ່​ດຸ
​ເດືອດ​ທີ່​ສຸດຄັ້ງ​ນຶ່ງ​ເທົ່າ​ທີ່​ເຄີຍ​ມີ​ມາຢູ່​ໃນ​ເມືອງ Aleppo ທີ່​ເປັນ​ສູນ​ກາງການ​ຄ້າ​ໃນ​ເຂດ​ພາກ
​ເໜືອ​ຂອງ​ຊີ​ເຣຍ.

ຄະນະ​ກຳມະການ​ປະສານ​ງານ​ທ້ອງຖິ່ນ ຊຶ່ງ​ເປັນຕາ​ໜ່າງຂອງ​ພວກ​ນັກ​ເຄື່ອນໄຫວ​ກ່າວ​ວ່າ
ການ​ປະ​ທະ​ກັນ​ທີ່​ວ່າ​ນີ້ ເຮັດ​ໃຫ້​ປະຊາຊົນ​ຈຳນວນ​ຫຼວງຫຼາຍ ພາກັນ​ຫຼົບໜີ​ອອກ​ຈາກ​ເມືອງ
ດັ່ງກ່າວ.

​ໃນ​ມື້ວານ​ນີ້ ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ໃຫ້ການອະນຸມັດ​ຢ່າງ​
ເປັນ​ເອກ​ກະສັນ ​ເພື່ອ​ຕໍ່​ອາຍຸ 30 ມື້​ໃຫ້​ແກ່ການ​ປະຕິບັດ​ງານ​ຂອງ​ຄະນະ​ສັງ​ເກດ​ການ​ອົງ
ການ​ສະຫະ​ປະຊາ​ຊາດ​ໃນ​ຊີ​ເຣຍແຕ່​ກໍ​ຍັງ​ມີ​ຄວາມ​ເຫັນ​ບໍ່ລົງ​ຮອຍ​ກັນກ່ຽວ​ກັບ​ວ່າຈະ​ແກ້​ໄຂ​
ບັນຫາ​ທີ່​ມີ​ການ​ນອງ​ເລືອດ​ເພີ່ມ​ຂຶ້ນດັ່ງກ່າວ​ນີ້​ແບບ​ໃດ.

ຄະນະ​ສັງ​ເກດ​ການ​ທາງ​ທະຫານ​ທີ່​ບໍ່​ຕິດ​ອາວຸດ 300 ຄົນ​ໄດ້​ຖືກ​ສົ່ງ​ເຂົ້າ​ໄປ​ປະຕິ​ບັດ​ງານ
​ໃນຊີ​ເຣຍ ​ໃນ​ຖານະ​ທີ່​ເປັນ​ພາ​ກສ່ວນ​ນຶ່ງ ​ຂອງ​ແຜນການ​ຍຸຕິ​ບັນຫາຂັດ​ແຍ້​ງທີ່​ເຮັດ​ໃຫ້​ມີ​
ຜູ້​ເສຍ​ຊີວິດ​ໄປ​ແລ້ວ​ຫຼາຍໆ​ພັນ​ຄົນ​ຂອງ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດທ່ານ Kofi Annan.
ແຕ່​ມີ​ການ​ມອງ​ກັນ​ວ່າການ​ປະຕິບັດ​ງານດັ່ງກ່າວ​ນີ້ສ່ວນ​ໃຫຍ່​ແລ້ວ​ແມ່ນ​ບໍ່​ມີ​ປະສິດທິ​ຜົນ​
ເລີຍ.