300 ກວ່າຄົນ ເສຍຊີວິດ ໃນວັນພະຫັດ ຢູ່ຊີເຣຍ (ວີດີໂອ)

  • ໄພສານ ວໍຣະຈັກ

ຮູບຈາກໂທລະພາບຊີເຣຍ ທີ່ອອກອາກາດໃນວັນທີ 20 ກໍລະກົດ 2012 ທີ່ສະແດງໃຫ້ເຫັນວ່າ ມີພວກຜູ້ຊາຍຈຳນວນ ນຶ່ງນອນຕາຍ ຢາຍກັນຢູ່ ໃກ້ໆກັບອາວຸດ ທີ່ຄຸ້ມ Teshrin ໃນນະຄອນຫຼວງດາມັສກັສ

ໂທລະພາບ​ຂອງ​ທາງການ​ຊີ​ເຣຍລາຍ​ງານ​ວ່າ ຫົວໜ້າ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​
ຊີ​ເຣຍ​ໄດ້​ເສຍ​ຊີວິດ​ແລ້ວຍ້ອນ​ທົນ​ຕໍ່​ພິດ​ບາດ​ແຜ​ບໍ່​ໄດ້ ​ໃນ​ການວາງລະ​ເບີດ​ໂຈມ​ຕີ​ຂອງ​ພວກ​
ກະບົດ​ທີ່​ນະຄອນຫຼວງດາ​ມັສກັສ ​ໃນ​ມື້ວັນ​ພຸດແລ້ວນີ້.

ນາຍ​ພົນ Hisham Ikhtiyar ​ແມ່ນ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງ​ຊີ​ເຣຍຄົນທີສີ່​ທີ່ ​ໄດ້​ເສຍ​ຊີວິດ​
ໃນ​ເຫດ​ລະ​ເບີດ​ດັ່ງກ່າວ.

​ໃນ​ສັບປະດາ​ນີ້ ​ໄດ້​ເກີດ​ການ​ປະ​ທະ​ກັນ​ຢ່າງ​ໜັກ​ ໃນນະຄອນຫຼວງດາ​ມັສກັສ ລະຫວ່າງ​
ທະຫານ​ລັດຖະບານ​ແລະ​ກຳລັງ​ຂອງ​ພວກ​ກະບົດ. ສື່​ມວນ​ຊົນ​ຂອງທາງ​ການ​ຊີ​ເຣຍລາຍ​
ງານ​ໃຫ້​ຊາບ​ໃນ​ວັນ​ສຸກ​ມື້ນີ້ວ່າ ທະຫານ​ລັດຖະບານ​ໄດ້​ເຂົ້າຢຶດ​ເອົາຄຸ້ມ Midan ທີ່​ມີ​ການ​
ສູ້​ລົບ​ກັນໃນ​ນະຄອນຫຼວງຊີ​ເຣຍ ຄືນ​ໄດ້ທັງໝົດ​ແລ້ວ.

​ຄວາມຮຸນ​ແຮງ​ໄດ້​ບະ​ເລີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ຊີ​ເຣຍ ​ໃນ​ວັນ​ພະຫັດ​ວານ​ນີ້. ກຸ່ມສິ້ງຊອມ
​ສິດທິ​ມະນຸດ​ໃນ​ຊີ​ເຣຍທີ່​ມີ​ສຳນັກງານ​ຢູ່​ປະ​ເທດ​ອັງກິດ​ກ່າວ​ວ່າ ມີ 300 ກວ່າ​ຄົນ​ໄດ້​ເສຍ
​ຊີ​ວິດ​ໃນ​ອັນທີ່​ເຊື່ອ​ກັນ​ວ່າ ​ເປັນ​ມື້ທີ່ຮ້າຍ​ແຮງ​ສຸດ ນັບ​ແຕ່​ມີ​ການ ລຸກ​ຮື​ຂຶ້ນຕໍ່ຕ້ານ​ປະທາ
ນາທິບໍດີ Bashar al-Assad ​ເປັນ​ເວລາ 16 ​ເດືອນ​ນັ້ນ.

ຂະນະ​ດຽວ​ກັນ ຣັດ​ເຊຍ​ໄດ້​ປະຕິ​ເສດ​ຕໍ່​ການ​ຕຳ​ໜິຕິຕຽນ​ຂອງ​ບັນດາ​ປະ​ເທດ​ຕາເວັນ​
ຕົກ ທີ່ຕົນໄດ້​ໃຊ້​ສິດ​ຢັບຢັ້ງຫຼືວີ​ໂຕ້​ຮ່າງຍັດຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​
ປະຊາ​ຊາດ ທີ່​ຂົ່ມຂູ່​ຈະ​ທຳ​ການ​ລົງ​ໂທດ​ຕໍ່​ຊີ​ເຣຍ ຖ້າ​ປະ​ເທດ​ດັ່ງກ່າວ​ຫາກບໍ່​ຍຸຕິ​ການ​ກໍ່​
ຄວາມ​ຮຸນ​ແຮງ.