ປະທານາທິບໍດີຊີເຣຍ ສັ່ງປົດ ເຈົ້າແຂວງໆ Hama

  • ໄພສານ ວໍຣະຈັກ

ພວກປະທ້ວງຕໍ່ຕ້ານລັດຖະບານຊາວຊີເຣຍຈຳນວນຫຼາຍຮ້ອຍພັນຄົນ ພາກັນໂຮມຊຸມທີ່ເມືອງ Hama (1 ກໍລະກົດ 2011)

ປະທານາທິບໍດີຊີເຣຍທ່ານ Bashar al-Assad ໄດ້ສັ່ງປົດເຈົ້າແຂວງໆ Hama ບ່ອນທີ່
ປະຊາຊົນຈຳນວນຫຼາຍສິບພັນຄົນ ໄດ້ພາກັນລົງຖະໜົນຫົນທາງປະທ້ວງໃນມື້ວັນສຸກວານນີ້ ຮຽກຮ້ອງໃຫ້ຂັບໄລ່ປະທານາທິບໍດີ Assad ອອກຈາກຕຳແໜ່ງ.

ອົງການຂ່າວ SANA ຂອງທາງການຊີເຣຍປະກາດກ່ຽວກັບການປົດເຈົ້າແຂວງໃນວັນເສົາ
ມື້ນີ້ ແຕ່ບໍ່ໄດ້ໃຫ້ເຫດຜົນໃດໆ ກ່ຽວກັບການເຄື່ອນໄຫວທາງ ດ້ານການເມືອງທີ່ວ່ານີ້.

ໃນມື້ວານນີ້ພວກນັກເຄື່ອນໄຫວກ່າວວ່າກຳລັງຮັກສາຄວາມສະຫງົບຂອງຊີເຣຍໄດ້ສັງຫານ
ປະຊາຊົນຢ່າງນ້ອຍ 14 ຄົນ ໃນການປະທະກັນກັບພວກປະທ້ວງຢູ່ໃນທົ່ວປະເທດ. ພວກ
ເຂົາເຈົ້າເວົ້າວ່າ ການປະທ້ວງໃນມື້ວັນສຸກວານນີ້ເປັນການປະທ້ວງທີ່ໃຫຍ່ທີ່ສຸດນັບແຕ່ການ ເດີນຂະບວນຕໍ່ຕ້ານລັດຖະບານທ່ານ Assad ໄດ້ເລີ່ມຂຶ້ນໃນເດືອນມີນາຜ່ານມາ.

ໃນມື້ວານນີ້ ພວກປະທ້ວງໄດ້ໂຮມຊຸມນຸມກັນ ຢູ່ໃກ້ໆບໍລິເວນຊາຍແດນເຕີກກີ ຕະຫຼອດ
ທັງເຂດພາກຂອງຊີເຣຍ ແລະບໍລິເວນອ້ອມແອ້ມນະຄອນຫຼວງ Damascus.

ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າ ກຳລັງຮັກສາຄວາມສະຫງົບຂອງຊີເຣຍ ໄດ້ຍິງ
ພວກປະທ້ວງເສຍຊີວິດຫຼາຍກວ່າ 1,400 ຄົນ ນັບແຕ່ກາງເດືອນມີນາ ເປັນຕົ້ນມາ ຊຶ່ງ
ສ່ວນໃຫຍ່ແລ້ວກໍເປັນພວກປະທ້ວງທີ່ບໍ່ມີອາວຸດ.

ລາຍລະອຽດກ່ຽວກັບເຫດການຕ່າງໆທີ່ໄດ້ເກີດຂຶ້ນຢູ່ໃນຊີເຣຍ ແມ່ນຍາກທີ່ຈະໄດ້ຮັບ
ການຢືນຢັນ ຈາກແຫຼ່ງຂ່າວທີ່ເປັນອິດສະຫຼະ ທັງນີ້ກໍຍ້ອນ ລັດຖະບານຊີເຣຍໄດ້ອະນຸ
ຍາດໃຫ້ພວກນັກຂ່າວຕ່າງປະເທດພຽງບໍ່ເທົ່າໃດຄົນເທົ່ານັ້ ເຂົ້າໄປໃນປະເທດດັ່ງກ່າວ ແລະກໍຈຳກັດການເຄື່ອນໄຫວໄປມາຂອງພວກເຂົາເຈົ້າ.