ພວກຝ່າຍຄ້ານ ເວົ້າວ່າ ທະຫານຊີເຣຍ ສັງຫານໝູ່ ປະຊາຊົນ 150 ກວ່າຄົນ (ສະໄລດ໌)

  • ໄພສານ ວໍຣະຈັກ

ນັກຂ່າວສະມັກຫຼິ້ນ ຖ່າຍຮູບຜູ້ເຄາະຮ້າຍຄົນນຶ່ງ ທີ່ອ້າງວ່າໄດ້ຮັບບາດເຈັບ ໃນການໂຈມຕີຂອງລັດຖະບານ ຢູ່ບ້ານ Treimsa ໃນແຂວງຮາມາ (13 ກໍລະກົດ 2012)

ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ໃນ​ຊີ​ເຣຍ ກ່າວ​ວ່າ ກຳລັງ​ທະຫານ​ລັດຖະບານ​ພ້ອມ​ດ້ວຍ​ລົດ​
ຖັງ​ແລະ​ເຮືອບິນ​ເຮຣີຄອບ​ເຕີ້​ໄດ້​ສັງຫານ​ໝູ່​ປະຊາ​ຊົນ​ຫຼາຍກວ່າ 150 ຄົນ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ
​ແມ່ນ​ພົນລະ​ເຮືອນ ທີ່​ບ້ານໆ​ນຶ່ງ​ໃນ​ແຂວງ​ຮາ​ມາ.

ພວກ​ນັກ​ເຄື່ອນ​ໄຫວ​ແລະ​ພວກ​ທີ່ເຫັນ​ເຫດການກ່າວ​ວ່າທະຫານ​ລັດຖະບານ​ໄດ້​ຍິງ​ປືນ​ໃຫຍ່
ຖະຫຼົ່ມບ້ານ Treimsa ​ໃນ​ວັນ​ພະຫັດ​ວານ​ນີ້ກ່ອນ​ຈະ​ບຸກ​ເຂົ້າ​ໄປ​ໃນ​ບ້ານ​ດັ່ງກ່າວ. ຜູ້ນຳ​ກະ
ບົດ​ຄົນ​ນຶ່ງເວົ້າວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ ແມ່ນ​ມີ ຫຼາຍກວ່າ 200 ຄົນ.

ສື່​ມວນ​ຊົນ​ຂອງ​ທາງ​ການ​ຊີ​ເຣຍ​ແຈ້ງວ່າ ທະຫານ​ໄດ້​ສູ້​ລົບ​ກັບ​ກຸ່ມ​ກຳລັງ​ປະກອບອາວຸດ​ຢູ່ໃນ
​ບໍລິ​ເວນ​ດັ່ງກ່າວ ​ແລະ​ດັ່ງ​ດຽວ​ກັນ​ກັບ​ການ​ສັງຫານ​ໝູ່​ເທື່ອ​ກ່ອນໆລັດຖະບານ​ໄດ້ຖິ້ມ​ໂທດ
​ການ​ສັງຫານ​ໝູ່ຄັ້ງນີ້ ​ໃສ່​ອັນ​ທີ່​ລັດຖະບານ​ເອີ້ນວ່າ “ພວກ​ກໍ່​ການ​ຮ້າຍ” ນັ້ນ.

ລາຍ​ງານ​ກ່ຽວ​ກັບ​ການ​ສັງຫານ​ໝູ່​ໃນ​ຄັ້ງນີ້ມີ​ຂຶ້ນ​ໃນ​ຂະນະ​ທີ່​ສະພາ​ຄວາມ​ໝັ້ນຄົງຂອງ​ອົງ
ການ​ສະຫະ​ປະຊາ​ຊາດ ​ອະພິປາຍ​ກ່ຽວ​ກັບ​ການ​ລົງ​ໂທດ​ທີ່​ໜັກ​ຂຶ້ນຄັ້ງ​ໃໝ່​ຕໍ່​ລັດຖະບານ​ຊີ​
ເຣຍ ຖ້າ​ຫາກ​ຍັງ​ສືບ​ຕໍ່ໃຊ້​ອາວຸດ​ໜັກ​ໂຈມ​ຕີ​ພົນລະ​ເຮືອນ.

ຣັດ​ເຊຍ​ຂູ່​ວ່າ​ຈະ​ໃຊ້​ສິດ​ຢັບຢັ້ງຕໍ່​ຮ່າງ​ຍັດຕິ​ທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ບັນດາ​ປະ​ເທດ
​ຕາ​ເວັນ​ຕົກ​ດັ່ງກ່າວ​ນີ້. ຣັດ​ເຊຍ​ ມີ​ພຽງ​ແຕ່​ຢາກ​ຕໍ່​ອາຍຸ ​ການ​ປະຕິບັດງານ​ຂອງ​ຄະນະ​ສັງ
​ເກດ​ການ​ສະຫະ​ປະຊາ​ຊາດ​ໃນ​ຊີ​ເຣຍຕື່ມ​ອີກ​ເປັນ​ເວລາ 3 ​ເດືອນ​ທໍ່​ນັ້ນ.

ສື່​ມວນ​ຊົນ​ຂອງຣັດ​ເຊຍ​ລາຍ​ງານ​ວ່າທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Kofi
Annan ຈະ​ເດີນທາງ​ໄປ​ຢ້ຽມຢາມ​ກຸງ​ມົສກູ​ໃນ​ວັນ​ຈັນ​ຈະ​ມານີ້​ເພື່ອ​ເຈລະຈາ​ຫາລື​ກ່ຽວ​ກັບ
​ເລື່ອງ​ຊີ​ເຣຍ.