ເຮືອບິນບໍ່ມີຄົນຂັບ ສັງຫານ ຜູ້ນຳອາວຸໂສ ຂອງກຸ່ມ Al-Qaida ໃນ ຊີເຣຍ

ພາບນີ້ສະແດງໃຫ້ເຫັນຄວາມເສຍຫາຍ ຢູ່ນອກໂຮງຮຽນແຫ່ງໜຶ່ງ ຫຼັງຈາກພວກກະບົດ ໄດ້ໂຈມຕີ ຍິງໃສ່ພາກຕາເວັນຕົກຂອງເມືອງ Aleppo ທີ່ຄວບຄຸມ ໂດຍລັດຖະບານ, ຊີເຣຍ. 20 ພະຈິກ, 2016.

ທຳນຽບຫ້າແຈກ່າວວ່າ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບລຳໜຶ່ງໃນພາກຕາເວັນຕົກ ສຽງເໜືອຂອງ ຊີເຣຍ ໃນສັບປະດາທີ່ຜ່ານມາໄດ້ສັງ ຫານຜູ້ນຳອາວຸໂສ ຂອງພວກ al- Qaida ທີ່ມີສາຍພົວພັນກັບກຸ່ມຫົວຮຸນແຮງຕ່າງໆ ທີ່ໄດ້ປະຕິບັດການທົ່ວພາກພື້ນ ເອ ເຊຍ ຕາເວັນຕົກສຽງໃຕ້ ທີ່ຢຽດຍາວກ້ວາງຂວາງ.

ໂຄສົກທຳນຽບຫ້າແຈ ໄດ້ກ່າວໃນວັນອັງຄານວານນີ້ວ່າ ການໂຈມຕີໄດ້ແນເປົ້າໃສ່ທ້າວ Abu Afghan al-Masri ສັນຊາດ ອີຈິບ ໃນວັນທີ 18 ພະຈິກທີ່ຜ່ານມາ, ໃກ້ກັບເມືອງ Sarmada, 50 ກິໂລແມັດທາງພາກຕາເວັນຕົກຂອງເມືອງ Aleppo.

ໂຄສົກ ທ່ານ Peter Cook ໄດ້ກ່າວວ່າ “ລາວໄດ້ເປັນເປົ້າໝາຍຂອງພວກເຮົາມາດົນ ແລ້ວ.” ທ່ານຍັງໄດ້ກ່າວວ່າ ທ້າວ al-Masri ມີສ່ວນ​ພົວພັນໂດຍກົງກັບພວກຫົວຮຸນແຮງ ທີ່​ຮັບຜິດ​ຊອບ​ໃນການໂຈມຕີກອງກຳລັງ ສະຫະລັດ ແລະພັນທະມິດໃນປະເທດ ອັຟກາ ນິສຖານ. ທ່ານໄດ້ອະທິບາຍເພີ່ມເຕີມ ກ່ຽວກັບ ທ້າວ al-Masri ວ່າ ຕໍ່ມາລາວໄດ້ເຂົ້າ ຮ່ວມກັບພວກກະບົດ ຊີເຣຍ ແລະ ໄດ້ກ່າວວ່າ ລາວຍັງ​ໄດ້ວາງແຜນ ການໂຈມຕີປະເທດ ຕາເວັນຕົກນຳ​ດ້ວຍ.

ໃນເວລາດຽວກັນ, ບັນດານັກສັງ​ເກດ​ການ​ທັງ​ຢູ່ໃນ ແລະ ໃກ້ກັບເມືອງ Aleppo ທີ່ຖືກ ໂຈມຕີ ໄດ້ລາຍງານວ່າ ກອງກຳລັງທີ່ໄດ້ຮັບການໜູນຫຼັງຈາກ ຣັດເຊຍ ແລະ ກຸ່ມ Hezbollah ທີ່​ນັບຖືນິກາຍຊີໄອ ຊຶ່ງ​ເປັນ ພັນທະມິດຂອງພວກເຂົາ ໄດ້ບຸກເລິກເຂົ້າໄປ ໃນຄຸ້ມ​ຕ່າງໆທີ່ຄວບຄຸມໂດຍພວກຕໍ່ຕ້ານ. ໃນຂະນະທີ່ພວກເຂົາເຈົ້າໄດ້ກົດດັນການບຸກ ໂຈມຕີ ເພື່ອຍຶດຄືນເມືອງທີ່ຖືກຄວບຄຸມໂດຍພວກກະບົດນີ້.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ໄດ້ກ່າວວ່າ ເຮືອບິນຮົບ ແລະ ເຮືອບິນເຮລິຄັອບເຕີ ໄດ້ຖິ້ມລະເບີດໃສ່ສອງຄຸ້ມທີ່ມີຄວາມສຳຄັນເປັນ ມື້ທີ 8 ຕິດຕໍ່ກັນ. ໂຄສົກຄົນໜຶ່ງໄດ້ກ່າວ ເຖິງຈຳນວນຜູ້ທີ່ເສຍຊີວິດທັງໝົດໃນສອງມື້ທີ່ຜ່ານມາຈາກການໂຈມຕີທາງອາກາດ ແລະ ປືນໃຫຍ່ວ່າ ມີ 27 ຄົນ, ແລະ ໄດ້ເຕືອນວ່າ ຕົວເລກຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ແມ່ນແນ່ນອນຈະເພີ່ມຂຶ້ນ.

ອົງການສິ້ງຊອມສິດທິ​ມະນຸດ​ໃນ​ຊີ​ເຣຍ ໄດ້ລວບລວມ ຈຳນວນພົນລະເຮືອນທີ່​ເສຍ​ຊີວິດ 143 ຄົນ, ລວມທັງເດັກນ້ອຍ 19 ຄົນ ນັບຕັ້ງແຕ່ການໂຈມຕີຄັ້ງຫຼ້າສຸດຂອງລັດຖະບານ ໄດ້ເລີ່ມຂຶ້ນເມື່ອສັບປະດາທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ