ສະຫະລັດ ໃຊ້ຄໍາເວົ້າແຮງຂຶ້ນ ກ່ຽວກັບ ສະຖານະການ ໃນຊີເຣຍ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວຕໍ່ພວກນັກຂ່າວ ລຸນຫຼັງກອງປະຊຸມ ປະເທດເພື່ອນມິດຊີເຣຍ ທີ່ນະຄອນຫຼວງຕູນິສ ປະເທດຕູນີເຊຍ (24 ກຸມພາ 2012)

ປະທານາທິບໍດີບາຣັກ ​ໂອ​ບາ​ມາແລະ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດສະຫະລັດທ່ານ
ນາງ Hillary Clinton ​ໃນ​ມື້ວັນ​ສຸກ​ວານ​ນີ້​ໄດ້​ໃຊ້​ຖ້ອຍ​ຄຳ​ທີ່ແຮງ​ຂຶ້ນກ່ຽວ​ກັບ​ສະຖານະ​ການ
ທີ່​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນຢູ່​ໃນ​ຊີ​ເຣຍ.

ທ່ານ​ໂອ​ບາ​ມາ​ເວົ້າວ່າສະຫະລັດ​ແລະ​ບັນດາ​ປະ​ເທດ​ພັນທະ​ມິດ​ຈະ​ພິຈາລະນານຳ​ໃຊ້​ທຸກ​ເຄື່ອງ
ມື​ທີ່​ມີ​ຢູ່ ​ເພື່ອ​ຍຸຕິ​ການ​ສັງຫານ​ປະຊາຊົນ​ທີ່​ບໍ່​ມີ​ຄວາມ​ຜິດ​ຢູ່​ໃນ​ຊີເຣຍ. ທ່ານ​ກ່າວ​ວ່າ ມັນ​ເປັນ
ສິ່ງ​ຈຳ​ເປັນ​ທີ່​ສຸດ​ສຳລັບ​ປະຊາ​ຄົມນາໆ​ຊາດ​ທີ່​ຈະສົ່ງ​ຄຳ​ເຕືອນ​ອັນ​ຈະ​ແຈ້ງ​ໄປ​ຍັງ​ປະທານາທິບໍ
ດີ​ຊີ​ເຣຍ ທ່ານ Bashar al-Assad ​ໃຫ້​ຊາບ​ວ່າມັນ​ເຖິງ​ເວລາ​ແລ້ວ​ທີ່​ອຳນາດ​ການ​ປົກຄອງ
ຊີ​ເຣຍຈະ​ຕ້ອງ​ສ້າງຄວາມ​ກ້າວໜ້າ.

ການ​ໃຫ້​ຄວາມ​ເ​ຫັນ​ດັ່ງກ່າວ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ ​ມີ​ຂຶ້ນຫຼັງຈາກ​ທ່ານ​ນາງ Clinton
ທຳນາຍ​ວ່າ ທ່ານ Assad ຈະ​ຕ້ອງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຍ້ອນ​ການ​ລ່ວງ​ລະ​ເມີດ​
ສິດທິ​ມະນຸດ​ ຂອງ​ປະຊາຊົນ​ຊາວ​ຊີ​ເຣຍ ແລະ​ບໍ່​ເອົາ​ຫົວຊາຕໍ່ຄຳ​ເຕືອນຂອງ​ນາໆ​ຊາດ ​ກ່ຽວ​
ກັບ​ການ​ປາບ​ປາມ​ພວກ​ຝ່າຍ​ຄ້ານ​ນັ້ນ.

ທ່ານ​ນາງ Clinton ​ໄດ້​ພົບ​ປະ​ກັບ​ພວກ​ຜູ້ຕາງໜ້າ​ຂອງ 70 ກວ່າ​ປະ​ເທດ​ ແລະອົງການ​ຈັດ
ຕັ້ງສາກົນ​ ທີ່​ປະ​ເທດ​ຕູ​ນີ​ເຊຍ ​ໃນ​ມື້ວັນ​ສຸກ​ວານ​ນີ້ ໃນ​ການ​ດຳ​ເນີນ​ຄວາມພະຍາຍາມ​ຄັ້ງ​ໃໝ່​
ເພື່ອ​ຍຸຕິ​ການ​ນອງ​ເລືອດ​ໃນ​ຊີ​ເຣຍທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປແລ້ວ​ຫຼາຍພັນ​ຄົນ​ນັ້ນ.

ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ແລະ​ປະ​ເທດພາຍ​ໃຕ້​ການ​ນຳພາ​ຂອງ​ອາຣັບກຸ່ມ​ນຶ່ງ ​ທີ່​ເອີ້ນກັນ​ວ່າ
“​ເພື່ອນ​ມິດ​ຂອງ​ຊີ​ເຣຍ” ນັ້ນ ​ໄດ້​ໂຮມ​ຊຸມນຸມ​ກັນ​ທີ່​ນະຄອນຫຼວງຕູ​ນິສ ຮຽກຮ້ອງ​ໃຫ້​ເຈົ້າໜ້າ​
ທີ່​ຊີ​ເຣຍໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ຢຸດ​ເຊົາ​ການ​ກໍ່​ຄວາມ​ຮຸນ​ແຮງທັງ​ໝົດ​ໃນ​ທັນທີແລະ​ອະນຸຍາດ
ໃຫ້​ຕ່າງປະ​ເທດ​ຈັດ​ສົ່ງ​ການ​ຊ່ອຍ​ເຫຼືອທາງ​ດ້ານມະນຸດ​ສະ​ທຳ ​ໄປ​ຍັງ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​
ຮ້າຍ​ແຮງ​ທີ່​ສຸດ​ນັ້ນ ພາຍ​ໃນ​ເວລາສອງ​ສາມມື້.

http://www.voanews.com/templates/widgetDisplay.html?id=140398613&player=article

ອົງການ​ສະພາ​ແຫ່ງ​ຊາ​ດຂອງ​ຊີ​ເຣຍ ​ໄດ້​ກົດ​ດັນ​ໃຫ້​ບັນດາ​ປະ​ເທດ ​ທີ່​ເຂົ້າຮ່ວມ​ປະຊຸມ​ຄັ້ງນີ້ພິ
ຈາລະນາ​ປະກອບ​ອາວຸດ ​ໃຫ້​ແກ່​ພວກ​ຝ່າຍ​ຄ້ານ ຖ້າ​ລັດຖະບານ​ທ່ານ Assad ຫາກ​ບໍ່​ຍອມ
ຮັບ​ເອົາຂໍ້​ລິ​ເລີ່​ມຂອງ​ສັນນິບາດ​ອາຣັບເພື່ອ​ຍຸຕິ​ຄວາມ​ຮຸນ​ແຮງ​ແລະ​ບໍ່​ຢຸດ​ເຊົາ​ການ​ໂຈ​ມຕີ​ແບບ​
ນອງ​ເລືອດ ຕໍ່​ປະຊາຊົນ​ຊາວ​ຊີ​ເຣຍ.

ທີ່​ຊີ​ເຣຍສະພາກາ​ແດງ​ສາກົນ​ກ່າວ​ວ່າ ຕົນ​ໄດ້​ຍົກຍ້າຍ​ພວກ​ບາດ​ເຈັບ 7 ຄົນ ອອກ​ໄປ​ຈາກ​
ຄຸ້ມ Baba Arm ​ໃນ​ເມືອງ Homs. ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງວ່າພວກ​ນັກ​ຂ່າວ​ຕ່າງປະ​ເທດ
3 ຄົນ ​ແມ່ນ​ຮວມຢູ່​ໃນ​ຈຳນວນ​ພວກ​ທີ່​ຖືກ​ຍົກຍ້າຍຫຼືບໍ່.

ພວກ​ນັກ​ຂ່າວ​ທັງ 3 ​ໄດ້​ຮັບ​ບາດ​ເຈັບ ​ຍ້ອນ​ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີໃນຕົ້ນອາທິດນີ້ຊຶ່ງ​ເຮັດ​
ໃຫ້​ນັກ​ຂ່າວ​ສົງຄາມ​ອະ​ວຸ​ໂສ​ຊາວ​ອາ​ເມຣິກັນ​ໂດຍ​ກຳ​ເນີ​ດນາງ Marie Colvin ​ແລະ​ຊ່າງ​
ພາບ​ຊາວ​ຝຣັ່ງ Remi Ochlik ​ເສຍ​ຊີວິດ​ນັ້ນ. ສົບ​ຂອງ​ນັກຂ່າວ​ທັງ​ສອງ​ຍັງ​ຢູ່​ໃນ​ເມືອງ​ດັ່ງ
ກ່າວ.

ໃນ​ມື້ວັນ​ສຸກ​ວານ​ນີ້ ກຳລັງ​ທະຫານ​ລັດຖະບານ​ຊີ​ເຣຍຍັງ​ສືບ​ຕໍ່​ ການ​ຍິງ​ໂຈມ​ຕີ​ທີ່​ດຳ​ເນີນ​ມາ​
ເປັນ​ເວລາ 3 ອາທິດ​ຕໍ່​ເມືອງ Homs ຊຶ່ງ​ພວກ​ນັກ​ເຄື່ອນ​ໄຫວກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າງ​
ນ້ອຍ 15 ຄົນ​ໃນ​ການ​ຍິງ​ໂຈມ​ຕີ​ທີ່​ວ່າ​ນີ້.