ສະມາຊິກ ພັກລັດຖະບານ ໃນຊີເຣຍ ພາກັນລາອອກ

  • ໄພສານ ວໍຣະຈັກ

ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ ປະຊຸມກັນ ເພື່ອຫາລືກ່ຽວກັບສະຖານະການໃນຊີເຣຍ (27 ເມສາ 2010)

ສະມາຊິກຢ່າງນ້ອຍ 228 ຄົນຂອງພັກ Baath ຊຶ່ງເປັນພັກລັດຖະບານຂອງຊີເຣຍ ໄດ້ພາ
ກັນລາອອກ ເພື່ອປະທ້ວງຕໍ່ການປາບປາມພວກເດີນຂະບວນປະທ້ວງ ຮຽກຮ້ອງເອົາປະຊາ
ທິປະໄຕ ໂດຍປະທານາທິບໍດີ Bashar al-Assad.

ສະມາຊິກກຸ່ມນຶ່ງຂອງພັກຫຼາຍກວ່າ 200 ຄົນຈາກແຂວງ Daraa ໄດ້ພາກັນລາອອກໃນ
ມື້ວັນພຸດວານນີ້ ຊຶ່ງເປັນການໃຫ້ສັນຍານເຖິງຄວາມໂກດແຄ້ນຂອງພວກເຂົາເຈົ້າ ຕໍ່ການ
ໂຈມຕີແບບນອງເລືອດໂດຍກຳລັງຮັກສາຄວາມສະຫງົບ ທີ່ເມືອງ Daraa ນະຄອນຫຼວງ
ຂອງແຂວງນັ້ນ.

ທີ່ຫົວເມືອງແຄມທະເລ Banias ສະມາຊິກຂອງພັກ Baath ອີກ 28 ຄົນກໍໄດ້ພາກັນລາ
ອອກໂດຍກ່າວຫາພວກທະຫານແລະມືປືນທີ່ນິຍົມລັດຖະບານວ່າ ຍິງປືນເຂົ້າໃສ່ປະຊາຊົນ
ຜູ້ບໍ່ມີຄວາມຜິດ ຕະຫຼອດທັງເຮືອນຊານບ້ານຊ່ອງ ວັດຕ່າງໆຂອງສາສະໜາອິສລາມແລະ
ຂອງສາສະໜາຄຣິສຕ໌.

ໃນມື້ວັນພຸດວານນີ້ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດບໍ່ສາມາດຕົກລົງກັນ
ໄດ້ກ່ຽວກັບການອອກຖະແຫຼງການປະນາມການປາບປາມຢ່າງຮຸນແຮງໃນຊີເຣຍ.

ການດຳເນີນຄວາມພະຍາຍາມທາງດ້ານການທູດ ເພື່ອຢຸດຕິຄວາມຮຸນແຮງ ຈະດຳເນີນຕໍ່ໄປ
ໃນວັນສຸກມື້ອື່ນ ເວລາສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ເປີດສະໄໝປະຊຸມ
ພິເສດກ່ຽວກັບຊີເຣຍ.

ຣັດເຊຍ ທີ່ໄດ້ຄັດຄ້ານຕໍ່ການປະຕິບັດງານທາງທະຫານຢູ່ໃນປະເທດດັ່ງກ່າວຮຽກຮ້ອງໃຫ້ຊີ
ເຣຍນຳເອົາໂຕພວກທີ່ຮັບຜິດຊອບໃນການສັງຫານພົນເຮືອນໃນລະຫວ່າງການໂຮມຊຸມນຸມ
ປະທ້ວງນັ້ນມາດຳເນີນຄະດີ.

ມີພົນລະເຮືອນຫຼາຍກວ່າ 450 ຄົນແລ້ວໄດ້ເສຍຊີວິດ ນັບແຕ່ການປະທ້ວງເພື່ອປະຊາທິປະ
ໄຕໄດ້ເລີ່ມຂຶ້ນໃນເດືອນແລ້ວ. ນອກນັ້ນ ຍັງມີອີກຫຼາຍໆຮ້ອຍຄົນໄດ້ຖືກຈັບກຸມ.