ການສູ້ລົບກັນ ລະເບີດຂຶ້ນ ໃນບາງເຂດ ຂອງຊີເຣຍ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ຮູບທີ່ນຳເຜີຍແຜ່ໂດຍຕາໜ່າງຂ່າວ Shaam ຂອງກຸ່ມຝ່າຍຄ້ານ ສະແດງໃຫ້ເຫັນພວກປະທ້ວງຊາວຊີເຣຍພວມ ໂບກທຸງຊາດເກົ່າ ກ່ອນການເຂົ້າກຳອຳນາດຂອງພັກ Baath ໃນລະຫວ່າງການເດີນຂະບວນປະທ້ວງຕໍ່ຕ້ານລັດ ຖະບານທີ່ເມືອງ Dael ໃນແຂວງ Daraa ທາງພາກໃຕ້ຂອງປະເທດຊີເຣຍ (12 ເມສາ 2012)

ມີ​ຮ່ອງຮອຍ​ບາງຢ່າງ​ສະ​ແດງ​ໃຫ້​ເຫັນ​ວ່າການ​ຢຸດຍິງ​ທີ່​ໄດ້​ຮັບ​ການ​ໄກ່​ເກ່ຍ​ໂດຍອົງການ​ສະ
ຫະ​ປະຊາ​ຊາດ​ໃນ​ປະ​ເທດ​ຊີ​ເຣຍ ​ເລີ່​ມ​ຈະ​ແຕກ​ຫັກ​ລົງ​ແລ້ວ.

ພວກ​ນັກ​ເຄື່ອນ​ໄຫວ​ສອງ​ກຸ່ມ​ໃນ​ຊີ​ເຣຍລາຍ​ງານ​ວ່າ ​ໄດ້​ເກີດ​ການ​ປະ​ທະ​ກັນ ລະຫວ່າງ​ທະ
ຫານ​ລັດຖະບານ​ຊີ​ເຣຍ ​ແລະ​ກຳລັງ​ຂອງ​ພວກ​ກະບົດ ໃກ້ໆ​ຊາຍ​ແດນ​ເທີ​ກີ ​ໃນ​ວັນ​ສຸກ​ມື້ນີ້.
ມີ​ລາຍງານ​ວ່າ ການ​ສູ້​ລົບ​ກັນ​ຈຳນວນ​ນຶ່ງ ແມ່ນ​ຢູ່​ໃນ​ຂັ້ນໜັກໜ່ວງ.

ອົງການ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍທີ່​ມີ​ສຳນັກງານ​ຢູ່​ປະ​ເທດ​ອັງກິດ​ກ່າວ​ວ່າ ລັດຖະບານ​
ຊີ​ເຣຍ ​ໄດ້​ສົ່ງ​ລົດ​ຖັງ​ ໄປ​ຍັງ​ບ້ານ Khirbet el-Joz ທີ່​ຕັ້ງຢູ່​ໃນ​ພາກຕາ​ເວັນ​ຕົກ​ສຽງ​ເໜືອ
ຂອງ​ປະ​ເທດ ກ່ອນ​ທີ່​ສຽງ​ປືນ​ລະ​ເບີດ​ຂຶ້ນ. ​ໃນ​ອີກ​ດ້ານ​ນຶ່ງນັ້ນ ຄະນະ​ກຳມະການ​ປະສານ
ງານ​ທ້ອງ​ຖິ່ນໄດ້​ລາຍ​ງານ​ໃຫ້​ຊາບ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ຂອງ​ລົດ​ຖັງ​ແລະການ​ສູ້​ລົບ​ກັນ​
ຢ່າງ​ໜັກໃກ້ໆ​ບ້ານ Khirbet el-Joz.

ເຖິງ​ແມ່ນ​ໄດ້​ມີ​ລາຍ​ງານ ​ກ່ຽວ​ກັບ​ການ​ສູ້​ລົບ​ກັນ​ກໍ​ຕາມ ​ແຕ່​ພວກ​ນັກ​ເຄື່ອນ​ໄຫວ ກ່າວ​ວ່າ
ເປັນທີ່​ປາກົດ​ວ່າການ​ຢຸດ​ຍິງ​ຍັງ​ໄດ້​ຮັບ​ການ​ເຄົາລົບ​ຢູ່​ໃນ​ເຂດ​ອື່ນໆ​ຂອງປະ​ເທດທັງໆ​ທີ່​ລັດ
ຖະບານ​ຍັງ​ບໍ່​ທັນ​ຖອນ​ລົດ​ຖັງແລະ​ກຳລັງ​ທະຫານ​ຂອງ​ຕົນອອກ​ໄປ​ຈາກ​ຫຼາຍໆເຂດ​ທີ່​ມີ​ປະ
ຊາຊົນ​ອາ​ໄສ​ຢູ່​ທີ່​ສຳຄັນໆ​.

ກຳລັງ​ຂອງ​ພວກ​ຝ່າຍ​ຄ້ານ​ຊີ​ເຣຍ​ ໄດ້ຮຽກຮ້ອງ​ໃຫ້​ທຳ​ການ​ປະ​ທ້ວງ ​ໃນ​ຂອບ​ເຂດທີ່​ກວ້າງ
ຂວາງ​ຂຶ້ນໃນ​ວັນ​ສຸກ​ມື້ນີ້ ​ເພື່ອ​ທົດ​ສອບ​ເບິ່ງ​ການ​ຕັດສິນ​ໃຈ​ຂອງ​ລັດຖະບານຊີ​ເຣຍທີ່​ຈະ​ປະ
ຕິບັດ​ຕາມ​ຂໍ້​ຕົກລົງຢຸດ​ຍິງ.

http://www.voanews.com/templates/widgetDisplay.html?id=147196545&player=article

ການ​ຢຸດ​ຍິງເລີມມີ​ຜົນ​ບັງຄັບ​ໃຊ້​ແຕ່​ເວລາ 6 ​ໂມງ​ເຊົ້າ ຕາມ​ເວລາ​ທ້ອງ​ຖິ່ນ​ໃນ​ວັນ​ພະຫັດ
ວານ​ນີ້ ເຖິງ​ແມ່ນ​ວ່າ​ພວກ​ນັກ​ເຄື່ອນ​ໄຫວ​ໄດ້​ກ່າວ​ຫາ​ອຳນາດ​ການປົກຄອງ​ຂອງ​ຊີ​ເຣຍວ່າ
ໄດ້​ສັງຫານ​ພົນລະ​ເຮືອນ​ຢ່າງ​ນ້ອຍ 3 ຄົນ ຫຼັງຈາກ​ເສັ້ນຕາຍ​ ຂອງ​ການ​ຢຸດ​ຍິງ ​ຜ່ານ​ໄປ
ແລ້ວ.

ຕໍ່​ມາ​ໃນ​ວັນ​ພະຫັດ​ວາ​ນນີ້ ທ່ານ Kofi Annan ທູດ​ພິ​ເສດ​ຂອງ​ອົງການ​ສະຫະປະຊາ​ຊາດ​
ແລະ​ສັນນິບາດ​ອາຣັບ​ ໄດ້​ເຕືອນ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະປະຊາ​ຊາດ​ວ່າ ຊີ​ເຣຍ
ຍັງ​ບໍ່​ທັນ​ບໍ່​ປະຕິບັດ​ໂດຍເຕັມ​ ຕາມ​ເງື່ອນ​ໄຂ​ຂອງ​ແຜນການສັນຕິພາບ. ​ແຕ່​ແນວ​ໃດ​ກໍ​ຕາມ
ທ່ານ Annan ​ເວົ້າວ່າທ່ານໄດ້​ຮັບ​ກຳລັງ​ໃຈຈາກ​ລາຍ​ງານ​ຕ່າງໆ​ທີ່​ວ່າການ​ຢຸດ​ຍິງຍັງ​ໄດ້​ຮັບ
ການເຄົາລົບ​ຢູ່​ຕໍ່ມາ.

ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ກົດ​ດັນ​ໃຫ້​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດສົ່ງ​ຄະນະ​
ສັງ​ເກດ​ການ​ສອງ​ຈຸ​ໄປ​ຍັງ​ຊີ​ເຣຍ ​ເພື່ອ​ຕິດຕາມ​ເບິ່ງ​ການຈັດຕັ້ງປະຕິບັດ ກ່ຽວ​ກັບ​ການ​ຢຸດ
ຍິງ. ຮ່າງ​ມະຕິ​ສະບັບ​ດັ່ງກ່າວ​ນີ້ຮຽກຮ້ອງ​ໃຫ້​ຊີ​ເຣຍ​ໃຫ້​ສິດໂດຍ​ເຕັມ​ແກ່​ພວກ​ນັກ​ສັງ​ເກດ​
ການ​ໃນ​ການ​ເດີນທາງ​ໄປມາ​ທົ່ວ​ປະ​ເທດ ​ແລະ​ນອກ​ນັ້ນ ຍັງ​ທວງ​ໃຫ້​ຊີ​ເຣຍຖອນ​ທະຫານ​
ແລະ​ອາວຸດ​ໜັກ​ອອກ​ຈາກ​ເຂດ​ທີ່​ມີ​ປະຊາຊົນ​ອາໄສ​ຢູ່.