ຣັດ​ເຊຍ​ ​ສັນຍາວ່າ​ ຈະ​​ສະໜັບສະໜູນ ຊີເຣຍ ​ຈົນກວ່າ ອາເລັບໂປ “ປອດ​ຈາກ​ພວກ​ກໍ່​ການ​ຮ້າຍ”

ພາບນີ້ ສະໜອງໂດຍ ກຸ່ມປ້ອງກັນພົນລະເຮືອນຂອງຊີເຣຍ ທີ່ເອີ້ນວ່າ White Helmets ຊຶ່ງໄດ້ຖືກຢັ້ງຢືນຄວາມເຊື່ອຖື ອີງຕາມເນື້ອໃນຕ່າງໆ ຂອງພາບ ແລະ ການລາຍງານອື່ນໆ ຂອງອົງການຂ່າວ AP, ສະແດງໃຫ້ເຫັນຊາຍໜຸ່ມ ຊີເຣຍ ນັ່ງໃກ້ກັບສົບ ຫຼັງຈາກ ລູກປືນໃຫຍ່ຕົກໃສ່ເຂດ Jub al-Quba ໃນເມືອງອາເລັບໂປ ຂອງຊີເຣຍ, ວັນທີ 30 ພະຈິກ 2016. (Syrian Civil Defense White Helmets via AP)

ຣັດ​ເຊຍ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ໃນ​ວັນ​ພະຫັດ​ມື້ນີ້ວ່າ ຈະ​ສືບ​ຕໍ່​ໃຫ້ການ​ສະໜັບສະໜູນ
​ແກ່​ກຳລັງ​ຂອງ​ຊີ​ເຣຍ ​ໃນ​ເມືອງ Aleppo ຈົນ​ກວ່າ​ວ່າ ຫົວ​ເມືອງ​ດັ່ງກ່າວ “ປອດ​ຈາກ​
ພວກ​ກໍ່​ການ​ຮ້າຍ.”

ການ​ໃຫ້​ຄວາມ​ເຫັນ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຣັດ​ເຊຍ ທ່ານ Sergei Lavrov
ມີ​ຂຶ້ນຫລັງ​ຈາກ​ ການ​ພົບ​ປະ​ກັບ​ ຄູ່​ຕຳ​ແໜ່​ງຝ່າຍ​ເທີ​ກີ ທ່ານ Melvut Cavusoglu ທີ່​
ກ່າວ​ວ່າ ພວກ​ນັກ​ການ​ທູດ​ທັງ​ສອງ​ ໄດ້​ຕົກລົງ​ກັນໃນ​ຄວາມຈຳ​ເປັນ ​ທີ່​ຈະ​ບັນ​ລຸ​ການ​
ຢຸດ​ຍິງຢູ່​ໃນ​ຊີ​ເຣຍ.

ທະຫານລັດຖະບານຊີເຣຍ ຄົນໜຶ່ງ ຍົກນິວມື ສັນຍາລັກ ເປັນໂຕ V ຢູ່ກ້ອງທຸງຊາດຂອງຊີເຣຍ ໃນຂະນະທີ່ແນມອອກໄປທາງພາກຕາເວັນອອກ ຂອງເມືອງ ອາເລັບໂປ ຫຼັງຈາກທີ່ກອງທະຫານ ໄດ້ເຂົ້າຄວບຄຸມ ຄຸ້ມ al-Sakhour ໃນເມືອງ Aleppo, ຂອງຊີເຣຍ,ໃນພາບໃບປິວ ສະໜອງໂດຍ ອົງການຂ່າວ SANA ຂອງທາງການ, ວັນທີ 28 ພະຈິກ 2016.

ຣັດ​ເຊຍ​ແລະ​ເທີ​ກີ ​ໄດ້​ໃຫ້ການ​ສະໜັບສະໜູນ​ຄົນ​ລະ​ຝ່າຍ​ໃນ​ບັນຫາ​ຂັດ​ແຍ້​ງຊີ​ເຣຍ
ຄື​ຣັດ​ເຊຍ​ເປັນ​ພັນທະ​ມິດ ​ທີ່ແຂງ​ຂັນ ​ຂອງ​ປະທານາທິບໍດີ Bashar al-Assad ​ແລະ​
ເທີ​ກີ​ໃຫ້ການ​ສະໜັບສະໜູນ ​ພວກ​ຕໍ່ຕ້ານ ທີ່ໃຊ້​ເວລາ​ຫ້າ​ປີກ​ວ່າໆ ຫາ​ທາງ​ໂຄ່ນ​ລົ້ມ
​ທ່ານ Assad.

ການ​ບຸກ​ໂຈມ​ຕີ​ຂອງ​ກອງທັບ​ຊີ​ເຣຍ​ໃນ​ເມື​ອງ Aleppo ຊຶ່ງ​ຮວມທັງ​ການ​ໂຈມ​ຕີ ທາງ​ອາກາດ​ຂອງຣັດ​ເຊຍ ​ນຳ​ນັ້ນ​ ໄດ້​ເຮັດ​ໃຫ້​ນາໆ​ຊາດ ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ ຄວາມ
​ປອດ​ໄພ​ຂອງ​ພົນລະ​ເຮືອນ​ໃນ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ Aleppo. ຊີ​ເຣຍ​ໄດ້​ກ່າວ
​ເຖິງ​ພວກ​ນັກ​ລົບ​ຕໍ່ຕ້ານ ​ລັດຖະບານ ​ມາ​ໄດ້​ດົນ​ນານ​ແລ້ວ​ວ່າ ​ເປັນ​ພວກ​ກໍ່​ການ​ຮ້າຍ.

ແຜນທີ່ເຂດເມືອງ ອາເລັບໂປ

ຫົວໜ້າດ້ານມະນຸດສະທຳ ຂອງອົງການສະຫະປະຊາຊາດ ຮຽກຮ້ອງໄປຍັງບັນດາ ປະເທດ ທີ່ມີອິດທິພົນ ໃຫ້ເຮັດທຸກສິ່ງທຸກຢ່າງພາຍໃຕ້ອຳນາດຂອງຕົນ ເພື່ອປົກປ້ອງ ພວກພົນລະເຮືອນ ຢູ່ທາງພາກຕາເວັນອອກຂອງເມືອງ Aleppo ຊຶ່ງ​ຄັ້ງນຶ່ງ​ເຄີຍເປັນ ເມືອງໃຫຍ່ທີ່ສຸດຂອງຊີເຣຍ ຈາກການທີ່ຈະກາຍເປັນ “ປ່າຊ້າາຂະໜາດ​ຍັກ.”

ທ່ານ Stephen O’Brien ໄດ້ກ່າວຕໍ່ກອງປະຊຸມສຸກເສີນຂອງສະພາຄວມໝັ້ນຄົງ ອົງການສະຫະປະຊາຊາດ ໃນວັນພຸດວານນີ້ວ່າ ມີຫຼາຍເຖິງ 25,000 ຄົນ ໄດ້ຖືກ ຍົກຍ້າຍອອກຈາກເຂດຕ່າງໆ ໃນພາກຕາເວັນອອກຂອງເມືອງ Aleppo ທີ່ຄວບຄຸມ ໂດຍຝ່າຍຕໍ່ຕ້ານລັດຖະບານ ນັບຕັ້ງແຕ່ວັນເສົາ ເປັນຕົ້ນມາ ແຕ່ວ່າ ຕົວເລກນັ້ນ ປ່ຽນແປງໄປ “​ໃນແຕ່ລະຊົ່ວໂມງ ແລະແຕ່ລະມື້.”

ທ່ານໄດ້ກ່າວຕໍ່ສະພາດັ່ງກ່າວ ໂດຍຜ່ານການເຊື່ອມໂຍງທາງວີດີໂອ ຈາກນະຄອນ
ຫຼວງ London ວ່າ “ມີ​ຄວາມ​ເປັນໄປໄດ້ວ່າ ອີກຫຼາຍໝື່ນຄົນຈະພາກັນຫລົບໜີ ຖ້າການສູ້ລົບຍັງສືບຕໍ່ຂະຫຍາຍອອກ ແລະ ທະວີຄວາມ​ຮຸນ​ແຮງຂຶ້ນ ໃນລະຍະ ສອງສາມມື້ຈະມາເຖິງນີ້.”

ໃນຂະນະທີ່ຄວາມສົນໃຈຂອງໂລກ ໄດ້ເພັ່ງເລັງໃສ່ພົນລະເຮືອນ ຫຼາຍກວ່າ 250,000 ຄັນທີ່ຍັງຕົກຄ້າງຢູ່ໃນພາກຕາເວັນອອກຂອງເມືອງອາເລັບໂປນັ້ນ ທ່ານ O’Brien ໄດ້ ເນັ້ນຢ້ຳວ່າ ຍັງມີພົນລະເມືອງ 700,000 ຄົນຕື່ມອີກ ຢູ່ໃນແຫ່ງອື່ນທົ່ວຊີເຣຍ ທີ່ໄດ້ຖືກ ປິດລ້ອມ.

ທ່ານໄດ້ກ່າວຕື່ມວ່າ “ພວກເຂົາເຈົ້າຕົກຄ້າງຢູ່ ພວກເຂົາເຈົ້າຢ້ານກົວຫຼາຍ ໃນຂະນະ ທີ່ລະດູໜາວ ກຳລັງໃກ້ເຂົ້າມາ ແລະພວກເຂົາເຈົ້າ ກຳລັງເບິ່ງເຫດການ​ແບບ​ຂວັນ​
ຫົວ​ລຸກ ຢູ່ໃນເມືອງອາເລັບໂປ ທີ່ກຳລັງເກີດຂຶ້ນ ແລະຖາມວ່າ ພວກເຮັາຈະເປັນ
ຈຸຕໍ່ໄປ ຫຼືບໍ່?”

ທ່ານ O’Brien ໄດ້ຮຽກຮ້ອງຕໍ່ສະພາຄວາມໝັ້ນຄົງ ໃຫ້ເອົາຊະນະຄວາມ​ເຫັນ ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບຊີເຣຍ ມາເປັນເວລາດົນນານ​ແລ້ວນັ້ນ ເພື່ອ “ຍຸຕິຄວາມໂຫດຮ້າຍ
ແລະ ຫລີກລ່ຽງຊະຕາກຳທີ່ຄ້າຍຄືກັນນີ້ ຈະເກີດຂຶ້ນຕໍ່ຊາວຊີເຣຍ​ ໃນແຫ່ງອື່ນ ເຊັ່ນກັນ.”

ທ່ານໄດ້ກ່າວອີກວ່າ ສາມຢ່າງທີ່ສຳຄັນສຸດຄື: ປົກປ້ອງພວກພົນລະເຮືອນ ການເຂົ້າ ເຖິງຂອງພະນັກງານຊ່ອຍເຫຼືອຢ່າງປອດໄພ ແລະປາດສະຈາກການກີດກັ້ນ ແລະ ຍຸຕິການປິດລ້ອມທັງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Your browser doesn’t support HTML5

Syria Aleppo