ທ່ານນາງ Clinton ຫາລືກ່ຽວກັບ ເລື່ອງຊີເຣຍ ຢູ່ເທີກີ

  • ໄພສານ ວໍຣະຈັກ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ຊ້າຍ) ແລະລັດຖະມົນຕີການຕ່າງປະເທດເທີກີ ທ່ານ Ahmet Davutoglu ພວມໂອ້ລົມກັນ ຫຼັງຈາກກອງປະຊຸມຖະແຫຼງຂ່າວ ທີ່ນະຄອນອິສຕັນບູລ ປະເທດເທີກີ (11 ສິງຫາ 2012)

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ພວມຢູ່ທີ່​ປະ​ເທດ​ເທີ​ກີ
​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບເລື່ອງ​ຊີ​ເຣຍ ນຶ່ງ​ມື້ຫຼັງຈາກ​ວໍ​ຊິງ​ຕັນ​ກ່າວວ່າຕົນ​ຈະ​ທຳ​ການ​ລົງ​ໂທດ
​ຮອບ​ໃໝ່​ຕໍ່​ດາ​ມັສກັສ​ແລະ​ພວກ​ສະໜັບສະໜຸນ​ຊີເຣຍ.

ທ່ານ​ນາງ Clinton ​ເດີນທາງ​ໄປ​ເຖິງ​ນະຄອນອິສຕັນ​ບູລ​ໃນ​ຕອນ​ເຊົ້າຂອງ​ວັນ​ເສົາ​ມື້ນີ້ ລຸນ​ຫຼັງ
ທີ່​ໄດ້​ສິ້ນສຸດ​ການ​ຢ້ຽມຢາມ 9 ປະ​ເທດ​ໃນ​ອາ​ຟຣິກາ​ເປັນ​ເວລາ 11 ມື້.

​ເຈົ້າໜ້າ​ທີ່​ເວົ້າວ່າ ທ່ານ​ນາງ Clinton ຈະ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Abdullah Gul ນາ
ຍົກລັດຖະມົນຕີ Recep Tayyip Erdogan ​ແລະ​ເຈົ້າໜ້າທີ່​ຄົນ​ອື່ນໆ​ຂອງ​ເທີ​ກີເພື່ອ​ປຶກສາ
​ຫາລື​ກ່ຽວ​ກັບ​ວ່າ ​ຈະ​ຮັບ​ມື​ແບບ​ໃດ​ກັບປະ​ເທດຊີ​ເຣຍຊຶ່ງ​ເປັນ​ເພື່ອນ​ບ້ານ​ຂອງ​ເທີ​ກີ​ນັ້ນ. ​ເທີ​ກີ
ໃຫ້​ບ່ອນ​ພັກ​ພາ​ອາ​ໄສ​ແກ່​ຊາວ​ຊີ​ເຣຍຈຳນວນ​ຫຼາຍໆ​ສິບ​ພັນ​ຄົນ ທີ່ໄດ້​ຫຼົບໜີຄວາມ​ຮຸນແຮງ​ຢູ່
ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ David Cohen ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ​ກະຊວງ​ການ​ເງິນ​ສະຫະລັດ ຮັບຜິດຊອບເລື່ອງ​
ສືບ​ລັບກ່ຽວ​ກັບ​ການ​ກໍ່​ການ​ຮ້າຍ​ແລະ​ການ​ເງິນ ກ່າວ​ຕໍ່​ພວກນັກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ວໍ​
ຊິງ​ຕັນຈະ​ເຂັ້ມງວດ​ຫຼາຍຂຶ້ນກ່ຽວ​ກັບ​ການ​ລົງໂທດ​ຕ່າງໆ​ທີ່​ມີ​ຢູ່​ແລ້ວ​ພ້ອມ​ທັງ​ຈະເພີ່ມ​ການ​ລົງ​
ໂທດ​ໃໝ່​ຕື່ມ​ອີກ. ທ່ານ Cohen ​ໄດ້​ກ່າວ​ຫາ​ກຸ່ມ​ຫົວ​ຮຸ​ນ​ແຮງ Hezbollah ​ແລະ​ອີຣ່ານວ່າໃຫ້
ການ​ຊ່ອຍ​ເຫຼືອໃນ​ການ​ປາບ​ປາມ​ປະຊາຊົນ​ຊາວ​ຊີ​ເຣຍ.