ບັນດານັກເຄື່ອນໄຫວຊີເຣຍກ່າວວ່າ ລະເບີດທີ່ແຕກຂຶ້ນໃນເມືອງ Idlib ໃນພາກຕາເວັນຕົກສຽງເໜືອໄດ້ສັງຫານປະຊາຊົນຢ່າງໜ້ອຍ 20 ຄົນ.
ກຸ່ມປົກປ້ອງສິດທິມະນຸດ Observatory for Human Rights ທີ່ມີຫ້ອງການຢູ່ໃນອັງກິດ
ກ່າວວ່າ ລະເບີດດັ່ງກ່າວວາງເປົ້າໝາຍໃສ່ພວກຕຶກຫ້ອງການຂອງໜ່ວຍຮັກສາຄວາມ
ປອດໄພ ແລະໄດ້ສັງຫານພວກ ເຈົ້າໜ້າທີ່ຮັກສາຄວາມປອດໄພເປັນສ່ວນໃຫຍ່.
ອົງການຂ່າວແຫ່ງລັດຊີເຣຍ SANA ກ່າວວ່າ ເຫດລະເບີດສອງຄັ້ງໄດ້ເອົາຊີວິດ 8 ຄົນ
ແລະຖິ້ມໂທດໃສ່ “ພວກກໍ່ການຮ້າຍ.”
ຈໍານວນຜູ້ເສຍຊີວິດ ໃນເມືອງຕ່າງໆຂອງຊີເຣຍ ມາຮອດວັນທີ 26 ເມສາ 2012.
ພ້ອມດຽວກັນ ອົງການຂ່າວ
SANA ເວົ້າວ່າ ພວກຄົນຮ້າຍທີ່
ປະກອບອາວຸດ ໄດ້ຍິງລະເບີດ
ທີ່ໃຊ້ຈະຫຼວດຍິງນັ້ນ ເຂົ້າໃສ່
ທະນາຄານແຫ່ງຊາດຊີເຣຍ
ແລະວ່າ ຕຶກທະນາຄານໄດ້ຮັບ
ຄວາມເສຍຫາຍໃນການໂຈມຕີ
ໃນວັນຈັນມື້ນີ້ ຢູ່ນະຄອນຫຼວງ
ດາມັສກັສແຕ່ບໍ່ມີຜູ້ໃດໄດ້ຮັບ
ບາດເຈັບ. SANA ລາຍງານ
ເຊ່ນກັນ ພວກທີ່ຕົນບັນລະ
ຍາຍວ່າ ເປັນພວກກໍ່ການຮ້າຍ
ປະກອບອາວຸດໄດ້ຍິງລະເບີດ
ໃສ່ໜ່ວຍຕໍາຫຼວດລາດຕເວນ
ໃນນະຄອນຫຼວງເຮັດໃຫ້ຕໍາ
ຫຼວດຢ່າງໜ້ອຍ 4 ຄົນໄດ້ຮັບ
ບາດເຈັບ.
ການໂຈມຕີໃນວັນຈັນມື້ນີ້ ມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກຫົວໜ້າໜ່ວຍສັງເກດການ
ສະຫະປະຊາຊາດທີ່ຫາກໍຖືກແຕ່ງຕັ້ງໃໝ່ໆໃຫ້ໄປປະຈໍາການໃນຊີເຣຍ ຮຽກຮ້ອງໃຫ້ພວກ
ທະຫານຂອງປະທານາທິບໍດີ Bashar al-Assad ແລະພວກຝ່າຍຄ້ານຢຸດການສູ້ລົບກັນ
ເພື່ອໃຫ້ຂໍ້ຕົກລົງຢຸດຍິງທີ່ອ່ອນແອສາມາດມີຜົນບັງຄັບໃຊ້.
ພົນຕີ Robert Mood ເດີນທາງໄປຮອດກຸງດາມັສກັສໃນວັນອາທິດວານນີ້ ເພື່ອເປັນຫົວ
ໜ້າທີມສັງເກດການກອງໜ້າຂອງຢູແອັນຈໍານວນ 30 ຄົນທີ່ບໍ່ປະກອບອາວຸດ ເພື່ອຕິດ
ຕາມເບິ່ງຂໍ້ຕົກລົງຢຸດຍິງທີ່ໄດ້ລົງນາມກັນໃນວັນທີ 12 ເມສາ ແຕ່ການສູ້ລົບກັນກໍຍັງດໍາ
ເນີນຢູ່ຕໍ່ມານັ້ນ.
ພົນຕີ Robert Mood ຈາກນໍເວ
ນາຍພົນຈາກນໍເວທ່ານນີ້ໄດ້ຮຽກຮ້ອງໃຫ້ມີການຍຸດຕິຄວາມຮຸນແຮງ ດ້ວຍການໃຊ້ອາວຸດ
ຕໍ່ສູ້ກັນນີ້ທັງໝົດ ແຕ່ກໍກ່າວວ່າ ພວກສັງເກດການຂອງຢູແອັນ ບໍ່ສາມາດທີ່ຈະແກ້ໄຂບັນ
ຫາທັງໝົດໃນຊີເຣຍໄດ້ ແລະ ທ່ານຮຽກຮ້ອງໃຫ້ມີການຮ່ວມໄມ້ຮ່ວມມືກັນຈາກພວກກໍາ
ລັງທີ່ຈົງຮັກ ພັກດີຕໍ່ທ່ານອັສສັດ ຕະຫຼອດທັງພວກຝ່າຍກະບົດທີ່ພະຍາຍາມຍຸດຕິການ
ປົກຄອງຂອງທ່ານອັສສັດນັ້ນ.
ແມ່ນແຕ່ໃນຂະນະທີ່ທ່ານກ່າວຖ້ອຍຖະແຫຼງດັ່ງກ່າວໃນວັນອາທິດວານນີ້ ພວກນັກເຄື່ອນ
ໄຫວກໍແຈ້ງໃຫ້ຊາບວ່າ ຢ່າງໜ້ອຍປະຊາຊົນ 25 ຄົນເສຍຊີວິດ ຍ້ອນຄວາມຮຸນແຮງໃນທົ່ວ
ປະເທດ ຮວມທັງພົນລະເຮືອນ 14 ຄົນທີ່ຖືກພວກທະຫານຍິງຕາຍໃນບ້ານ Hamadi
Omarໃນແຂວງຮາມາ ທາງພາກກາງຂອງຊີເຣຍ.