ປະເທດຕາເວັນຕົກ ສົງໄສ ການຮັບເອົາ ແຜນການ ຢຸດຍິງຂອງຊີເຣຍ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ທ່ານນາງ ຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະ ລັດຟັງຄໍາປາໄສຂອງທ່ານ William Hague ລັດຖະມົນຕີການຕ່າງ ປະເທດອັງກິດທີ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ. ວັນທີ 28 ມີນາ 2012.




















ການ​ຮັບ​ເອົາ​ການ​ຢຸດ​ຍິງ​ຂອງ​ຊີ​ເຣຍ ທີ່​ຮ່າງ​ຂຶ້ນ​ໂດຍ​ທ່ານ​ໂກ​ຟີ​ອັນ​ນັນ ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ນັ້ນ ກໍາລັງ​ໄດ້​ຮັບ​ການ​ຮັບ​ຕ້ອນ ​ດ້ວຍ​ຄວາມ​ສົງ​ໄສ​ໂດຍ​ບັນ​ດາ​ນັກ​ການ​ທູດ​ຝ່າຍ​ຕາ​ເວັນ​ຕົກ​ແລະບຸກຄົນສໍາ ຄັນ​ຂອງ​ຝ່າຍ​ຄ້ານ​ຊີ​ເຣຍ ຂະນະ​ທີ່ການ​ສູ້​ລົບ​ກັນ​ຍັງ​ດໍາ​ເນີນຕໍ່ໄປ​ລະ ຫວ່າງກໍາລັງ​ຂອງ​ລັດຖະບານ​ແລະ​ພວກ​ກະບົດ​ນັ້ນ.

ພວກ​ສະມາຊິກ​ຝ່າຍ​ຄ້ານ​ກ່າວ​ຫາ​ປະທານາທິບໍດີ Bashar al-Assad ທີ່​ຕົກລົງ​ຮັບ​ເອົາແຜນການ​ຢຸດ​ຍິງ​ນັ້ນ​ ແມ່ນ​ເພື່ອ​ໜ່ວງ​ເວລາ​ ຂະນະ​ທີ່​ພວກທະຫານ​ຂອງ​ທ່ານ​ທໍາ​ການ​ຕີ​ໂຕ້​ຄືນ​ເພື່ອ​ສັງຫານ​ພວກ​ຄັດຄ້ານ​ລັດ ຖະບານ​ໃນ​ເຂດ​ຕ່າງໆ​ນັ້ນ. ທ່ານ Louay Safi ຈາກ​ກຸ່ມ ສະພາ​ປົກ ຄອງແຫ່ງ​ຊາດ​ຊົ່ວຄາວຊີ​ເຣຍ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ກຸ່ມ​ຝ່າຍ​ຄ້ານບໍ່​ມີ​ຄວາມ​ໄວ້​ໃຈ​ໃນ​ອໍານາດ​ປົກຄອງ​ໃນ​ປັດຈຸບັນ ​ແລະ​ກໍ​ບໍ່​ແນ່​ໃຈ​ວ່າເປັນ​ຍຸດທະວິທີ​ທາງ​ດ້ານ​ການ​ເມືອງ ຫຼື​ການ​ເຄື່ອນ​ໄຫວ​ທີ່​ແທ້​ຈິງ​ນັ້ນ.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ເອີ້ນ​ການ​ຮັບ​ເອົາ
ແຜນການ​ຂອງ​ຊີ​ເຣຍນັ້ນວ່າ ​ເປັນ​ບາດກ້າວ​ທໍາ​ອິດ​ທີ່ສໍາຄັນ​ອັນ​ນຶ່ງ ​ແລະ​ກ່າວ​ຕໍ່​ໄປ​ວ່າ ບັດ
ນີ້​ເລື້ອງ​ສໍາຄັນ​ນັ້ນ​ກໍ​ແມ່ນ​ການປະ ຕິບັດ ຊຶ່ງ​ທ່ານ​ນາງຄລິນ​ຕັນ​ກ່າວ​ດັ່ງ​ນີ້:

http://www.voanews.com/templates/widgetDisplay.html?id=144604355&player=article

"ທ່ານ​ນາງຄລິນ​ຕັນ ກ່າວ​ວ່າ ​ເມື່ອ​ເບິ່ງ​ປະວັດ​ຄວາມ​ເປັນ​ມາ​ຂອງ​ທ່ານ​ອັສສັສ ທີ່​ໃຫ້​ຄໍາ
ໝັ້ນ​ສັນຍາ​ເກີນ​ກໍານົດ ​ແລະ​ບໍ່​ໄດ້​ປະຕິບັດ​ຕາມ​ຄໍາໝັ້ນ​ສັນຍາ​ທີ່​ໃຫ້​ໄວ້ນັ້ນ​ວ່າ ບັດ​ນີ້​ຄໍາ
ໝັ້ນ​ສັນຍາ​ນັ້ນ​ຈະ​ຕ້ອງ​ໃຫ້​ສອດ​ຄ້ອງ​ກັບ​ການ​ປະຕິບັດ​ໃນ​ທັນທີ. ພວກ​ເຮົາ​ຈະ​ຊັ່ງຊາ​ຕີ​
ລາຄາ​ເບິ່ງຄວາມ​ຈິງ​ໃຈ ແລະ​ຄວາມ​ເອົາ​ຈິງ​ເອົາຈັງ​ຂອງ​ທ່ານ​ອັສສັສ​ໃນ​ອັນ​ທີ​ທ່ານ​ກະ
ທໍາບໍ່ແມ່ນ ​ອັນ​ທີ່​ທ່ານ​ເວົ້າ. ຖ້າ​ຫາກທ່ານພ້ອມ​ແລ້ວ​ ທີ່​ຈະ​ປິດ​ສາກ​ລົງ​ ຍຸກ​ສະໄໝ ອັນ
ມືດ​ມົນໃນ​ປະວັດ​ສາດ​ຂອງ​ຊີ​ເຣຍນັ້ນ ຊຶ່ງ​ທ່ານ​ອັສສັສສາມາດ​ພິສູດ​ໃຫ້​ເຫັນ​ໄດ້​ ​ໂດຍ
ສັ່ງ​ໃຫ້​ພວກ​ທະຫານ​ຂອງ​ອໍານາດ​ປົກຄອງ​ຢຸດ​ການ​ສູ້​ລົບ​ແລະ​ເລີ້ມ​ຖອນ​ທະຫານ​ອອກ
ຈາກ​ຂົງ​ເຂດ​ທີ່​ປະຊາຊົນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ​ໃນ​ທັນທີ​ນັ້ນ."

ທ່ານ​ນາງຄລິ​ນຕັນ​ໄດ້​ຮຽກຮ້ອງ​ໃຫ້​ທັງ​ຝ່າຍ​ລັດຖະບານ​ຊີ​ເຣຍ​ແລະ​ພວກຝ່າຍ​ຄ້ານ​ພາ
ກັນ​ເອົາ​ບາດກ້າວ​ຕ່າງໆ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ ​ເພື່ອຢຸດ​ເຊົາ​ການ​ນອງ​ເລືອດ​ກັນ​ນັ້ນ.

ສະຫະ​ປະຊາ​ຊາດ​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຈໍານວນ​ປະຊາຊົນທີ່​ເສຍ​ຊີວິດ​ໃນ​ການ
ປາບ​ປາມ​ຂອງ​ລັດຖະບານຊີ​ເຣຍ​ໄດ້​ເພີ່ມ​ຂຶ້ນ​ເປັນ ຫຼາຍ​ກວ່າ 9 ພັນ​ຄົນ​ແລ້ວ ຊຶ່ງ​ເປັນ
ຈໍານວນ​ປະມານ 1000 ຄົນ​ຫຼາຍກວ່າ​ທີ່​ສະຫະ​ປະຊາ​ຊາດໄດ້​ກະ​ປະມານ​ໄວ້​ກ່ອນ​ໜ້າ
ນັ້ນ.

ໃນ​ຖ້ອຍ​ຖະ​ແຫຼ​ງຕໍ່​ສະພາ​ຄວາມ​ໝັ້ນຄົງ​ອົງການສະຫະ​ປະຊາ​ຊາດນັ້ນ ທ່ານ Robert
Serry ທູດ​ພິ​ເສດ​ວ່າ​ດ້ວຍ​ພາກ​ຕາ​ເວັນ​ອອກ​ກາງກ່າວ​ວ່າ ຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍຍັງ​
ສືບ​ຕໍ່​ບໍ່ມີ​ການ​ຜ່ອນຄາຍ​ລົງ ​ແລະ​ການ​ປ້ອງ​ກັນບໍ່​ໃຫ້​ສະຖານະການ​ເພີ່ມ​ຄວາມ​ຮຸນ​ແຮງ
ຂຶ້ນ​ນັ້ນ​ ເປັນ​ເລື້ອງທີ່ “ຣີບດ່ວນ”. ກຸງ​ດາ​ມັສກັສ ຖິ້ມ​ໂທດ​ຄວາມ​ວຸ້ນວາຍ​ນີ້​ໃສ່​ອັນ​ທີ່​ເອີ້ນ​
ວ່າ ພວກ​ກໍ່ການ ​ຮ້າຍ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ຕ່າງປະ​ເທດ​.