ຊີເຣຍ ຮັບເອົາ ແຜນສັນຕິພາບ ຂອງທ່ານອັນນັນ (ເບິ່ງສະໄລດ໌)

  • ສິງ ບູຣົມມະວົງ

ທ່ານໂກຟີ ອັນນັນ ທູດພິເສດສະຫະປະຊາຊາດ (ຊ້າຍ) ພົບປະກັບນາຍົກລັດຖະມົນຕີຈີນ ທ່ານ Wen Jiabao ທີ່ຫໍສາລາປະຊາຊົນ ໃນກຸງປັກກິ່ງ (27 ມີນາ 2012)

ທ່ານ​ໂກ​ຟີ ອັນ​ນັນ ທູດ​ສັນຕິພາບ​ພິ​ເສດ​ຂອງ​ນາໆ​ຊາດກ່າວ​ວ່າ​ຊີ​ເຣຍ ໄດ້​ຮັບ​ເອົາ​ແຜນການ​ຂອງ​ທ່ານເພື່ອຍຸດຕິ​ຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍ​ແລ້ວ.

ໂຄສົກ​ຂອງທ່ານ​ອັນ​ນັນກ່າວ​ໃນ​ວັນ​ອັງ​ຄານ​ມື້​ນີ້​ວ່າ ຄໍາ​ຕອບ​ຂອງ​ຊີ​ເຣຍ ມີ​ຂຶ້ນໃນ​ຈົດໝາຍ​ສະບັບ​ນຶ່ງ​ທີ່​ສົ່ງ​ຫາ​ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ແລະ​ສັນນິບາດ​ອາຣັບ.

ທ່ານ​ອັນ​ນັນ​ໄດ້​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ໃນ​ວັນ​ອັງຄານ​ມື້​ນີ້​ໃນ​ກຸງປັກ​ກິ່ງ ຮວມທັງ
ນາຍົກລັດຖະມົນຕີ​ເຫ​ວິ້ນ​ເຈຍ​ບາ​ວ ຂະນະ​ທີ່​ຈີນ​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະໃຫ້ການ​ສະໜັບ
ສະໜຸນ​ຄວາມ​ພະຍາຍາມ​ໃນການໄກ່​ເກ່ຍບັນຫາ​ຂອງ​ທ່ານ.

ແຜນການ​ຂອງທ່ານ​ ຮຽກຮ້ອງ​ໃຫ້​ພວກກໍາລັງຂອງ​ລັດຖະບານ​ແລະ​ພວກ​ກະບົດ​ຕົກລົງ​
ຢຸດ​ຍິງແລະ​ໃຫ້​ທໍາ​ການ​ໂອ້​ລົມ​ສົນທະນາກັນ. ​ແຜນການ​ດັ່ງ​ກ່າວ​ ທີ່ໄດ້​ຮັບ​ການ​ໜຸນ​ຫຼັງ
ຈາກ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດນັ້ນບໍ່​ຮວມທັງ​ຄໍາ​ຮຽກຮ້ອງ​ຂອງ​ຝ່າຍ​ຕາ​ເວັນ
ຕົກແລະສັນນິບາດ ອາຣັບ​ເພື່ອ​ໃຫ້​ທ່ານ​ອັສສັສ ລາ​ອອກ​ຈາກ​ຕໍາ​ແໜ່​ງອັນ​ເປັນ​ຄໍາ​ຮຽກ
ຮ້ອງ​ທີ່ຣັດ​ເຊຍ​ແລະ​ຈີນ​ຄັດຄ້ານ​ນັ້ນ.

ທ່ານ Ben Rhodes ຮອງ​ທີ່​ປຶກສາ​ ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ສະຫະລັດ​ກ່າວ
ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ມີ​ໂຄງ​ຮ່າງ​ພື້ນຖານ​ແລ້ວ​ເພື່ອ​ຈະ​ນໍາ​ໄປໂອ້​ລົມ​ສົນທະນາ​ກັນ​ກັບຣັດ
ເຊຍ​ແລະ​ຈີນ ວ່າ​ອັນ​ໃດ​ທີ່​ພວກ​ສອງ​ປະເທດ​ນີ້​ຈະ​ສາມາດ​ດຳ​ເນີນ​ການ​ຫຍັງ​ໄດ້​ເພື່ອ​ສະ
ໜັບສະ ໜຸນ​ທ່ານ​ອັນ​ນັນ​ນັ້ນ.

ທີ່​ກຸງ​ອິສຕັງ​ບູລ ບັນດາ​ກຸ່ມ​ຝ່າຍ​ຄ້ານ​ຊີ​ເຣຍກໍາລັງ​ພົບ​ປະກັນ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຈັດ​
ຕັ້ງ​ແນວ​ໂຮມ​ຂຶ້ນ ກ່ອນ​ກອງ​ປະຊຸມ​ຄັ້ງ​ສໍາຄັນ​ທີ່​ຈະ ມີ​ຂຶ້ນ​ໃນ​ວັນ​ທີ 1 ​ເມສາ​ຕໍ່ໜ້າ​ນີ້.

ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ແລະ​ອາຣັບທີ່​ເອີ້ນ​ຕົນ​ເອງ​ວ່າ ​ເພື່ອນ​ມິດ​ຂອງ​ຊີ​ເຣຍກໍານົດ​ຈະ
ພົບ​ປະກັນ​ໃນ​ວັນ​ອາທິດ​ໜ້າ​ນີ້ ທີ່​ກຸງ​ອິສຕັງ​ບູລ ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ໃຫ້
ຄວາມ​ສະໜັບສະໜຸນ​ຕໍ່ການ​ຕໍ່ສູ້ຂອງ​ພວກ​ຝ່າຍ​ຄ້ານ​ຊີ​ເຣຍ​ເພື່ອ​ຍຸດຕິ​ການ​ປົກຄອງ​ປະ​ເທດ
ແບບ​ຜະ​ເດັດ​ການ​ທີ່​ມີມາ​ຫຼາຍ​ທົດ​ສະ​ວັດ​ແລ້ວ​ນັ້ນ.

ທີ່​ຊີ​ເຣຍ ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການ​ສູ້​ລົບ​ກັນ​ໄດ້​ສັງຫານປະຊາຊົນ​ໄປ​ຢ່າງ​ໜ້ອຍ
8 ຄົນ​ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ອັງຄານ​ມື້​ນີ້ ຮວມທັງ​ໃນ​ເຂດ​ຊານ​ເມືອງ Douma ຂອງ​ກຸງ​
ດາ​ມັສກັສ ​ເຂດສູ້​ລົບ​ກັນ​ໃນ​ເມືອງ Homs ​ທາງ​ພາກ​ກາງແລະ​ໃນ​ແຂວງ Idlib ​ໃນ​ພາກ
ເໜືອ ​ຂອງປະ​ເທດ. ລາຍ​ງານ​ຂອງ​ພວກ​ນັກ​ເຄື່ອນ​ໄຫວ​ເຫຼົ່າ​ນີ້​ບໍ່​ສາມາດ​ໄດ້ ຮັບ​ການຢືນ
ຢັນ​ຈາກ​ແຫຼ່ງຂາວ​ທີ່​ເປັນ​ອິດ​ສະລະ ເພາະວ່າຊີ​ເຣຍຈໍາກັດ​ພວກ​ນັກ​ຂ່າວ​ຕ່າງປະ​ເທດ ​ເຂົ້າ
ໄປ​ລາຍ​ງານຂ່າວຢ່າງ​ເຂັ້ມ​ງວດ.

ມີ​ລາຍ​ງານ​ຂ່າວ​ແຈ້ງ​ໃຫ້​ຊາບ​ເຊ່ນ​ກັນ​ວ່າ ມີ​ການ​ສູ້​ລົບ​ກັນ​ເລາະ​ຕາມ​ຊາຍ​ແດນ​ຂອງ​ຊີ​ເຣຍ
ຕິດກັບ​ເລ​ບານ​ນອນ​ນັ້ນ.