ທ່ານໂກຟີ ອັນນັນ ກໍາລັງລໍຖ້າ ຄໍາຕອບ ຈາກຜູ້ນໍາຊີເຣຍ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ທ່ານໂກຟີ ອັນນັນ ທູດພິເສດ ຂອງສະຫະປະຊາຊາດແລະສັນ ນິບາດອາຣັບກ່ຽວກັບຊີເຣຍອ່ານຖະແຫລງການ ສະບັບນຶ່ງ ຫລັງຈາກພົບປະກັບປະທານາທິບໍດີ ອັສສັສ ແຫ່ງຊີເຣຍ. ວັນທີ 12 ມີນາ 2012.

ທ່ານ​ໂກ​ຟີ ອັນ​ນັນ ທູດ​ພິ​ເສດ​ຂອງອົງການ​ສະຫະ​ປະຊາ​ຊາດ​ແລະ​ສັນນິບາດ​ອາຣັບກ່ຽວ​ກັບ
​ຊີ​ເຣຍກ່າວ​ວ່າ ທ່ານ​ຄາດ​ວ່າ ລັດຖະບານ​ຂອງ​ປະທານາທິບໍດີ Bashar al-Assad ຈະ​ໃຫ້​ຄຳ​
ຕອບ​ໃນ​ວັນ​ອັງຄານ​ມື້​ນີ້ ​ຕໍ່​ຂໍ້​ສະ​ເໜີ​ທີ່​ເປັນຮູບ​ປະ​ທໍາ​ຕ່າງໆ​ທີ່​ທ່ານ​ໄດ້​ຍື່ນ​ຕໍ່​ກຸງ​ດາ​ມັສກັສ ທີ່​ມີ
​ວັດຖຸ​ປະສົງ​ແນ​ໃສ່ເພື່ອ​ແກ້​ໄຂ​ວິ​ກິດ​ການ​ໃນ​ຊີ​ເຣຍນັ້ນ.

ອະດີດ​ຫົວໜ້າ​ສະຫະ​ປະຊາ​ຊາດ​ໄດ້​ເດີນທາງ​ອອກ​ຈາກ​ຊີ​ເຣຍ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ຫລັງ​
ຈາກ​ທໍາ​ການໂອ້​ລົມ​ສົນທະນາ​ເປັນ​ເວລາ 2 ມື້ທີ່​ເສັດ​ສິ້ນ​ລົງ​ໂດຍ​ບໍ່​ໄດ້​ຮັບ​ການ​ຕົກລົງ​ກັນ​ໃດໆ​
ນັ້ນ.

ທ່ານ​ອັນ​ນັນ ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ຫລັງ​ຈາກ​ທໍາ​ການ​ພົບ​ປະ​ຫາລື​ກັນ​ທີ່​ກຸງອັງກາຣາ
ກັບ​ພວກ​ສະມາຊິກ​ຂອງ​ກຸ່ມສະພາ​ແຫ່ງ​ຊາດ​ຊີ​ເຣຍ ຊຶ່ງ​ເປັນ​ກຸ່ມ​ຝ່າຍ​ຄ້ານ​ພັດ​ຖິ່ນ​ທີ່​ສໍາຄັນ​ນັ້ນ.

ໃນ​ວັນ​ອັງ​ຄານມື້​ນີ້ເຊ່ນ​ກັນ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Observatory ຊີ​ເຣຍທີ່​ມີ​ຫ້ອງ​ການ
​ຕັ້ງ​ຢູ່ໃນ​ອັງກິດ ກ່າວ​ວ່າ ພວກ​ທະຫານ​ທີ່​ໂຕນ​ໜີ ໄດ້ດັກ​ສະກັດ​ໂຈມ​ຕີ​ທີ່​ດ່ານ​ກວດກາ​ທະ
ຫານ​ແຫ່ງ​ນຶ່ງ​ໃນ​ແຂວງ Idlib ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ໂດ​ຍ​ໄດ້​ສັງຫານ​ພວກ​ທະຫານ​ລັດ
ຖະບານ​ຢ່າງ​ໜ້ອຍ 10 ຄົນ.

ແຜນທີ່ສະແດງ ເມືອງແລະຈໍານວນພວກພົນລະເຮືອນ ທີ່ເສຍຊີວິດ ໃນເຫດການວຸ້ນວາຍ ທີ່ຊີເຣຍ.

ໃນ​ຂະນະ​ດຽວ​ກັນ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ໄດ້​ອອກ​ລາຍ​ງານ
​ສະບັບນຶ່ງ ທີ່​ກ່າວ​ວ່າ ກໍາລັງ​ຂອງ​ຊີ​ເຣຍ ໄດ້​ວາງ​ລະ​ເບີດ​ຝັງ​ດິນ​ໄວ້​ໃກ້ໆ​ຊາຍ​ແດນ​ຂອງ​ຊີ​ເຣຍ
ຕິດ​ກັບ​ເຕີ​ກກີ​ແລະ​ເລ​ບາ​ນອນ ຊຶ່ງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ດັ່ງກ່າວ​ ເອີ້ນ​ການ​ກະທໍາ​ເຊ່ນ​ນີ້
ເປັນ​ກະທໍາ​ທີ່​ໄຮ້​ຈິດ​ສໍານຶກ ​ແລະ​ຮຽກຮ້ອງ​ໃຫ້​ກອງທັບ​ຊີ​ເຣຍຢຸດ​ເຊົາ ໃຊ້​ລູກ​ລະ​ເບີດ​ຝັງ​ດິນ
​ຕໍ່ຕ້ານ​ມະນຸດ​ນີ້.

ສະຫະລັດ ອັງກິດ​ແລະຣັດ​ເຊຍ​ຕ່າງ​ຮຽກຮ້ອງ​ໃຫ້​ຍຸດຕິຄວາມ​ຮຸນແຮງ​ໃນ​ຊີ​ເຣຍ ​ແຕ່​ສະພາ
​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຍັງ​ຄົງ​ແຕກ​ແຍກ​ກັນ​ຢູ່​ກ່ຽວ​ກັບ​ວິທີ​ການ​ແກ້​ໄຂ​ວິ​ກິດ​ການ​ໃນ​ຊີ​ເຣຍນັ້ນ.

ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ປະ​ເທດ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ໄດ້​ພົບ​ປະກັນ​ໃນ​ວັນ​ຈັນ​ວານ​ນີ້​ທີ່​ນະຄອນ​ນີວຢອກບ່ອນ​ທີ່ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ຮຽກຮ້ອງ​ໃຫ້ຣັດ​ເຊຍ​ແລະ​ຈີນ​ເຂົ້າ​ຮ່ວມ​ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ທາງ​ດ້ານ​ມະນຸດສະ​ທໍາ​ແລະ​ການ​ເມືອງ​ນາໆ​ຊາດ ​ເພື່ອ​ຍຸດຕິຄວາມ​ຮຸນ​ແຮງ ຊຶ່ງ​ທ່ານ​ນາງ​ໄດ້​ຖິ້ມ​ໂທດ​ໂດຍ​ກົງ​ໃສ່​ກົນ​ໄກ​ທະຫານ​ຂອງ​ປະທານາທິບໍດີ Bashar al-Assad ນັ້ນ ຊຶ່ງ​ທ່ານ​ນາງຄລິນຕັນ​ກ່າວ​ວ່າ:

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton, ສົນທະນາກັບ ຄູ່ຕໍາແໜ່ງຈາກຣັດເຊຍ ທ່ານ Sergei Lavrov ເລື່ອງຊີເຣຍ ຢູ່ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ, ວັນຈັນ ທີ 12 ມີນາ 2012. (AP Photo/Richard Drew)

“ທໍາ​ອິດ​ແລະກ່ອນ​ອື່ນ​ໝົດ ຈະ​
ຕ້ອງ​ມີ​ການ​ຍຸດຕິ​ຄວາມ​ຮຸນ​ແຮງ​
ນີ້ ​ໂດຍ​ອໍານາດ​ປົກຄອງ​ຊີ​ເຣຍ
ຫລັງ​ຈາກ​ນັ້ນ​ ພວກ​ເຮົາສາມາດ
ຫັນ​ໄປ​ຖາມຄົນ​ອື່ນໆວ່າ ຜູ້​ໃດ
​ບໍ່​ຕ້ອງການ​ປ້ອງ​ກັນ​ຕົນ​ເອງ​
ອີກ​ແລ້ວ ​ເພາະວ່າພວກ​ເຮົາ​ຈະ
​ຢູ່​ໃນ​ຂັ້ນ​ຕອນ​ດ້ານ​ການ​ເມືອງ ​
ເພື່ອ​ຍຸດຕິ​ການ​ໃຊ້​ຄວາມຮຸນ​
ແຮງ​ຕໍ່​ກັນ​ແລະ​ກັນ​ນັ້ນ.”

ທ່ານ Sergei Lavrov ຄູ່​ຕໍາ
​ແໜ່​ງຝ່າຍຣັດ​ເຊຍ ຂອງ​ທ່ານ
​ນາງ​ຄລິນຕັນເຫັນ​ດີ​ນໍາທີ່​ວ່າ
ພວກ​ເຈົ້າ​ໜ້າ​ທີ່ຊີ​ເຣຍມີ​ສ່ວນ
​ຮັບຜິດຊອບ​ຢ່າງ​ຫຼວງຫລາຍ
​ໃນ​ເລື້ອງ​ນີ້ ​ແຕ່​ທ່ານ Lavrov
ຢືນ​ຢັດ​ວ່າ ພວກ​ກຸ່ມປະກອບ​
ອາວຸດ​ຕ່າງໆ​ຂອງ​ຝ່າຍ​ຄ້ານ​ຊີ​ເຣຍ ກໍ​ມີ​ສ່ວນ​ຮັບຜິດຊອບ​ເຊ່ນກັນ​ໃນ​ວິ​ກິດ​ການ​ນີ້ ​ແລະ​ວ່າ
ສະພາ​ຄວາມ​ໝັ້ນຄົງ​ຈະ​ຕ້ອງ​ທໍາ​ການເຄື່ອນ​ໄຫວ​ໂດຍ​ບໍ່​ມີ​ການວາງ​ການ​ຕັດສິນ​ໃດໆ​ລ່ວງ
​ໜ້າ​ໃນ​ການ​ແກ້​ໄຂ​ບັນຫາ​ນີ້.

ເບິ່ງວີດີໂອລາຍງານຈາກພວກທະຫານຊີເຣຍທີ່ໂຕນໜີ ທີ່ເລົ່າເຖິງຄວາມໂຫດຮ້າຍ
ປ່າເຖື່ອນ ຂອງກໍາລັງຝ່າຍລັດຖະບານ: