ບັນດານັກເຄື່ອນໄຫວດ້ານສິດທິມະນຸດຊີເຣຍກ່າວວ່າ ກໍາລັງຮັກສາຄວາມປອດໄພຂອງ
ລັດຖະບານໄດ້ທໍາການໂຈມຕີຄືນໃໝ່ອີກຕໍ່ຈຸດສູນ ກາງປະທ້ວງໃນເມືອງ Homs ນັ້ນ
ນຶ່ງມື້ຫລັງຈາກສັນນິບາດອາຫຣັບຕົກລົງກັນຮຽກຮ້ອງໃຫ້ຈັດຕັ້ງກໍາລັງຮັກສາຄວາມສະ
ຫງົບຂຶ້ນແລະເພີ່ມ ການສະໜັບສະໜຸນແກ່ຝ່າຍທີ່ຕໍ່ຕ້ານປະທານາທິບໍດີ Bashar
al-Assad.
ພວກນັກເຄື່ອນໄຫວກ່າວວ່າ ການລະດົມຍິງປືນໃຫຍ່ໂຈມຕີໃນວັນຈັນມື້ນີ້ ແມ່ນແນເປົ້າ
ໝາຍໃສ່ຄຸ້ມ Baba Amr ຂອງເມືອງ Homs ແລະ ວ່າ ປະຊາຊົນຫລາຍຮ້ອຍຄົນເສຍ
ຊີວິດໃນເມືອງດັ່ງກ່າວໃນພາກກາງ ຂອງປະເທດ ນັບແຕ່ລັດຖະບານໄດ້ເລີ້ມລະດົມຍິງ
ແລະຖິ້ມລະເບີດໃສ່ຂົງເຂດຕ່າງໆທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງພວກຝ່າຍຄ້ານ ຕັ້ງ
ແຕ່ວັນທີ 4 ກຸມພາເດືອນນີ້ເປັນຕົ້ນມາ.
ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague ກ່າວໃນວັນຈັນມື້ນີ້ວ່າ ສັນ
ນິບາດອາຫຣັບແມ່ນບໍ່ສາມາດທີ່ຈະສົ່ງສານທີ່ແຈ້ງຂາວໄປກວ່ານີ້ ໄປໃຫ້ຊີເຣຍໄດ້ອີກແລ້ວ
ເວລາສັນນິບາດດັ່ງກ່າວຮັບຜ່ານຮ່າງຍັດຕິ ຮຽກຮ້ອງໃຫ້ພວກປະເທດສະມາຊິກຂອງຕົນ
ໃຫ້ການສະໜັບສະໜຸນໂດຍເຕັມ ແກ່ພວກຝ່າຍຄ້ານຊີເຣຍນັ້ນ.
ທ່ານ Hague ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ ທ່ານ Assadຈະຕ້ອງບໍ່ມີຄວາມ
ຂ້ອງໃຈສົງໄສໃດໆ ກ່ຽວກັບການຕັດສິນໃຈອັນແນ່ວແນ່ຂອງປະຊາຄົມນາໆຊາດ ທີ່ຈະ
ເຮັດໃຫ້ຄວາມຮຸນແຮງໃນຊີເຣຍສິ້ນສຸດລົງນັ້ນ.
ພວກລັດຖະມົນຕີການຕ່າງປະເທດຂອງສັນນິບາດອາຫຣັບຍັງໄດ້ຕົກລົງເຊ່ນກັນໃນວັນອາ
ທິດວານນີ້ ເຫັນດີໃຫ້ກົດດັນໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ອອກຮ່າງຍັດຕິ
ອະນຸມັດໃຫ້ກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຈັດຕັ້ງປະຕິບັດຂໍ້ຕົກລົງຢຸດຍິງ
ກັນໃນຊີເຣຍນັ້ນ.