​ຊາວປາແລສໄຕນ໌ ຫຼາຍເຖິງ ນຶ່ງໝື່ນຄົນ ຫາຍສາບສູນ

ລົດຖົງຂອງຊີເຮຍ ເຂົ້າປະຈໍາການຢູ່ເລາະແຄມຝັ່ງເມືອງລາຕາເກຍ, ວັນທີ 14 ສິງຫາ 2011. (Shaam News Network (SHAMSNN).

ພະແນກການນຶ່ງຂອງອົງການສະຫະປະຊາຊາດ ກ່າວວ່າ ມີຊາວປາແລສໄຕນ໌ ຫຼາຍ ເຖິງນຶ່ງໝື່ນຄົນໄດ້ຫາຍສາບສູນໄປ ລຸນຫຼັງທີ່ໄດ້ຫຼົບໜີໄປຈາກສູນອົບພະຍົບແຫ່ງນຶ່ງ
ທີ່ເມືອງທ່າ Latakia ຂອງຊີເຣຍ ບ່ອນທີ່ກຳລັງຮັກສາຄວາມສະຫງົບຂອງລັດຖະບານ
ໄດ້ທຳການໂຈມຕີຢ່າງຮ້າຍແຮງມາໄດ້ຫຼາຍມື້ແລ້ວນັ້ນ.

ໂຄສົກຂອງໜ່ວຍພະແນກຊ່ອຍເຫຼືອບັນເທົາທຸກແລະປະຕິບັດງານຂອງອົງການສະຫະ
ປະຊາຊາດ ທ່ານ Christopher Gunness ກ່າວຕໍ່ VOA ໃນວັນອັງຄານມື້ນີ້ວ່າ
ພວກ ອົບພະຍົບໄດ້ຫຼົບໜີອອກຈາກສູນໃນວັນຈັນວານນີ້ ທ່າມກາງການຍິງໂຈມຕີຢ່າງ
ໜັກ ແລະເວລານີ້ ຍັງບໍ່ຮູ້ຈັກວ່າພວກເຂົາເຈົ້າໄປຢູ່ໃສແທ້.

ທ່ານໄດ້ຂໍຮ້ອງໃຫ້ພະແນກການດັ່ງກ່າວຂອງສະຫະປະຊາຊາດເຂົ້າໄປປະຕິບັດງານແບບ
ສຸກເສີນຢູ່ໃນສູນ ທີ່ສາມາດໃຫ້ບໍລິການດ້ານສຸກສາລາ ໂຮງຮຽນແລະ ໂຄງການຕ່າງໆ
ສຳລັບເຍົາວະຊົນແລະວ່າ ພວກພະນັກງານດ້ານມະນຸດສະທໍາ ນັ້ນມີຄວາມຈໍາເປັນທີ່
ຈະໃຫ້ການປິ່ນປົວພວກຄົນປ່ວຍ ພວກຄົນເຈັບໃກ້ຈະຕາຍແລະພວກທີ່ຂາດເຂີນຕ້ອງ
ການຄວາມຊ່ອຍເຫຼືອຢ່າງເປັນທີ່ສຸດນັ້ນ.

ພະແນກການດັ່ງກ່າວ ຍັງບໍ່ໄດ້ຮັບຄໍາຕອບກ່ຽວກັບການຮ້ອງຮຽນນັ້ນເທື່ອ ແຕ່ທ່ານ​
Gunness ຫວັງວ່າ ຄົງຈະໄດ້ຮັບຄໍາຕອບອີກໃນມື້ ສອງມື້ຂ້າງໜ້ານີ້.

ພວກນັກເຄື່ອນໄຫວລາຍງານວ່າ ໄດ້ຍິນສຽງປືນຍິງໂຈມຕີຢ່າງໜັກ ຕໍ່ເມືອງ Latakia ຊຶ່ງເປັນການຍິງໂຈມຕີພວກຕໍ່ຕ້ານລັດຖະບານເປັນມື້ທີ 4 ຢູ່ທີ່ນັ້ນ.

ພວກນັກເຄື່ອນໄຫວກ່າວວ່າ ກຳລັງຮັກສາຄວາມສະຫງົບໄດ້ສັງຫານໄດ້ສັງຫານປະຊາ
ຊົນຢ່າງນ້ອຍ 30 ຄົນ ນັບແຕ່ມື້ວັນເສົາແລ້ວເປັນຕົ້ນມາ.