ບັນດານັກເຄຶ່ອນໄຫວຝ່າຍຄ້ານຂອງຊີເຣຍກ່າວວ່າ ລັດຖະບານໄດ້ສົ່ງທະຫານໄປເສີມ
ກໍາລັງເພີ່ມ ໃນເມືອງ Aleppo ບ່ອນທີ່ການສູ້ລົບກັນຢ່າງດຸເດືອດ ລະຫວ່າງຝ່າຍກະບົດ
ແລະທະຫານລັດຖະບານ ໄດ້ຍືດເຍື້ອມາເປັນວັນທີ່ຫ້າແລ້ວນັ້ນ.
ກຸ່ມສິ້ງຊອມສິດທິມະນຸດຊີເຣຍ ທີ່ມີສໍານັກງານຢູ່ອັງກິດເວົ້າວ່າ ໄດ້ມີການປະທະກັນ
ຫລາຍໆບັ້ນ ໃນວັນພຸດມື້ນີ້ ຢູ່ໃນຫຼາຍໆຄຸ້ມຂອງເມືອງອາເລັບໂປ ແລະວ່າລັດຖະບານ
ຊີເຣຍໃຊ້ທັງເຮືອບິນເຮລິຄອບເຕີນໍາ.
ກຸ່ມສິ້ງຊອມກ່າວວ່າ ປະຊາຊົນ ຢ່າງໜ້ອຍແປດຄົນ ຖືກສັງຫານ ໂດຍການລະດົມຍິງ
ປືນໃຫຍ່ແລະປືນນ້ອຍໂຈມຕີ ໃນແຂວງ Aleppo, Hama ແລະ Idlib. ບັນດານັກເຄຶ່ອນ
ໄຫວກ່າວວ່າ ໃນວັນພຸດມື້ນີ້ ກໍາລັງທະຫານລັດຖະບານຍັງໄດ້ລະດົມຍິງໃສ່ຄຸ້ມ al-Tel
ເຂດຊານເມືອງຫລວງດາມັສກັສ ນັ້ນນໍາ.
ໃນຂະນະດຽວກັນນີ້ ບັນດາເຈົ້າໜ້າທີ່ເທີກີ ຊຶ່ງເປັນປະເທດເພື່ອນບ້ານ ຂອງຊີເຣຍນັ້ນ
ເວົ້າວ່າ ດ່ານຂ້າມຊາຍແດນ ລະຫວ່າງປະເທດທັງສອງຈະປິດລົງໃນວັນພຸດມື້ນີ້ ເພາະວ່າ
ສະພາບຄວາມປອດໄພໄດ້ຮ້າຍແຮງລົງໄປອີກ.
ພວກກະບົດຊີເຣຍ ໄດ້ເຂົ້າຍຶດເອົາດ່ານຂ້າມຊາຍແດນຫຼາຍໆແຫ່ງ. ລົດບັນທຸກຂອງຊາວ
ເທີກີ ໄດ້ຖືກຈູດເຜົາ ແລະຖືກປຸ້ນເອົາເຄື່ອງຂອງເມື່ອ ອາທິດຜ່ານມາ ໃນລະຫວ່າງການສູ້
ລົບກັນບັ້ນນຶ່ງລະຫວ່າງຝ່າຍຄ້ານ ແລະກໍາລັງຂອງລັດຖະບານ ທີ່ເມືອງ Bab al-Hawa
ໃນຟາກຊາຍແດນຂອງຊີເຣຍ.
ເບິ່ງວີດິໂອຂອງເລື້ອງກ່ຽວຂ້ອງກັບເລື້ອງນີ້
ວັນພຸດມື້ນີ້ ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດເຊຍ ໄດ້ກ່າວຫາສະຫະລັດ
ວ່າ ພ້ອມໃຈກັບການກໍ່ການຮ້າຍ ໂດຍບໍ່ໄດ້ປະນາມການວາງລະເບີດ ເມື່ອອາທິດຜ່ານມາ
ຢູ່ເມືອງຫຼວງດາມັສກັສ ທີ່ໄດ້ສັງ ຫານເຈົ້າໜ້າທີ່ຮັກສາຄວາມປອດໄພລະດັບສູງຫຼາຍຄົນນັ້ນ.
ນອກນີ້ແລ້ວ ຣັດເຊຍຍັງເວົ້າວ່າ ການລົງໂທດບັ້ນໃໝ່ຂອງສະຫະພາບຢູໂຣບ ທີ່ຮຽກຮ້ອງໃຫ້
ສະມາຊິກຂອງຕົນ ທໍາການກວດກາສິນຄ້າທາງທະເລແລະທາງອາກາດທີ່ໜ້າສົງໄສ ທີ່ມຸ້ງໜ້າ
ໄປຍັງຊີເຣຍນັ້ນວ່າ ເທົ່າກັບເປັນການປິດກັ້ນ. ກະຊວງຕ່າງປະເທດຣັດເຊຍກ່າວໃນຖະແຫຼງ
ການສະບັບນຶ່ງວ່າ ມາດຕະການດັ່ງກ່າວນີ້ ຖືວ່າເປັນການຕ້ານຜົນປະໂຫຍດ ແລະຂັດກັນກັບ
ນໍ້າໃຈຂອງແຜນການສັນຕິພາບຂອງທ່ານ ໂກຟີ ອັນນັນ ທູດພິເສດຂອງອົງການສະຫະປະ
ຊາຊາດນັ້ນນໍາ.