ຊີເຣຍ ປະຕິເສດວ່າ ບໍ່ໄດ້ໃຊ້ ອາວຸດໜັກ ແລະເຮືອບິນລົບ ປາບພວກຕໍ່ຕ້ານ ລັດຖະບານ

  • ດຣ. ສິມມາລາ

ພວກທີ່ໄດ້ຮັບບາດເຈັບ ຍ້ອນການກໍ່ຄວາມຮຸນແຮງຢູ່ທີ່ບ້ານ Tremseh ໃນການປະຕິບັດງານທາງທະຫານ ຂອງຊີເຣຍ ທີ່ເຮັດໃຫ້ 39 ຄົນເສຍຊີວິດໃນວັນພະຫັດທີ່ 12 ກໍລະກົດ, 2012 ຜ່ານມານີ້

ຊິີເຣຍໄດ້ປະຕິເສດວ່າ ກອງກໍາລັງທະຫານຂອງລັດຖະບານ ບໍ່ໄດ້ໃຊ້ອາວຸດໜັກ ແລະ
ເຮືອບິນລົບ ໃນລະຫວ່າງ​ການ​ປະຕິບັດ​ງານທາງທະຫານ ທີ່ພາໃຫ້ມີການກ່າວປະນາມ ຂອງສາກົນຢ່າງກວ້າງຂວາງນັ້ນ.

ໂຄສົກຂອງກະຊວງ​ການ​ຕ່າງປະ​ເທດຊີ​ເຣຍເວົ້າວ່າ ການກໍ່ຄວາມຮຸນແຮງ ຢູ່ທີ່​ບ້ານ
Tremseh ແມ່ນ​ເປັນ​ການ​ປະຕິບັດ​ງານ ທີ່ເລັງໃສ່ພວກຕໍ່ສູ້ທີ່ປະກອບອາວຸດ. ທ່ານກ່າວ
ວ່າ ມີ 39 ຄົນໄດ້ເສຍຊີວິດຢູ່ທີ່​ບ້ານ​ດັ່ງກ່າວ ​ໃນ​ມື້ວັນ​ພະຫັດ​ແລ້ວ ຊຶ່ງໝົດທຸກຄົນໃນຈໍາ
ນວນນັ້ນ ລ້ວນ​ແລ້ວແຕ່ຖືອາວຸດ ຍົກເວັ້ນສອງຄົນເທົ່າ ນັ້ນ.

ທີ່​ບ້ານ Tremseh ນັ້ນ ທ່ານນາງ Sausan Ghosheh ໂຄສົກຍິງປະຈໍາສະຫະປະຊາ
ຊາດເວົ້າວ່າ ການໂຈມຕີປະກົດວ່າ ແນໃສ່ບ້ານເຮືອນຂອງພວກນັກເຄື່ອນໄຫວ ແລະພວກ
ທະຫານທີ່​ໂຕນ​ທັບ. ທ່ານນາງກ່າວອີກວ່າ ປະກົດວ່າ ໄດ້ມີການນໍາໃຊ້ອາວຸດໜັກ ຊຶ່ງເປັນ ການລະເມີດຕໍ່ຂໍ້ພັນທະຂອງຊີເຣຍພາຍໃຕ້ ມະຕິຕ່າງໆຂອງສະພາຄວາມໝັ້ນຄົງຂອງ ສະຫະປະຊາຊາດ.

ນັກສັງເກດການຂອງສະຫະປະຊາຊາດເວົ້າວ່າ ມີຫລາຍກວ່າ 150 ຄົນໄດ້ຖືກສັງ ຫານ ໃນວັນພະຫັດຜ່ານມາ.

ໃນການໂທລະສັບ​ໄ​ປຫາທ່ານ ຢາງ ເຈຍຈີ ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຈີນນັ້ນ ເລຂາທິການໃຫຍ່ສະຫະປະຊາຊາດທ່ານພັນ ກິມູນ ໄດ້ຮຽກຮ້ອງ ໃຫ້ຈີນໃຊ້ອິດທິພົນຂອງ ຕົນເພື່ອຊ່ວຍຢຸດຕິການກໍ່ຄວາມຮຸນແຮງ ຢູ່ໃນຊີເຣຍ.

ກຸ່ມ​ສິ້ງຊອມສິດ​ທິມະນຸດ​ໃນ​ຊີ​ເຣຍ ຊຶ່ງ​ເປັນ​ກຸ່ມ​ຝ່າຍ​ຄ້ານ ກ່າວ​ຕໍ່ວີໂອເອວ່າ ຢ່າງໜ້ອຍມີ 31
ຄົນເສຍຊີວິດ ໃນການກໍ່ຄວາມຮຸນແຮງ ທີ່ກ່ຽວພັນກັບການຕໍ່ຕ້ານລັດຖະບານຢູ່ທົ່ວປະເທດ
ຊີເຣຍ ໃນວັນເສົາວານນີ້. ພວກນັກເຄື່ອນໄຫວ ຍັງໄດ້ເວົ້າອີກວ່າ ກໍາລັງທະຫານຂອງຊີເຣຍ ໄດ້ຍິງຖະຫລົ່ມເມືອງ Khirbet Ghazaleh ຢູ່ທາງພາກໃຕ້ຂອງປະເທດນັ້ນ.