ຊີເຣຍບໍ່ພໍໃຈ ການໄປຢ້ຽມຢາມ ເມືອງ Hama ຂອງທູດສະຫະລັດ

  • ທອງປານ ເທບວົງສາ

ເອກອັກຄະລັດຖະທູດສະຫະລັດປະຈໍາຊີເຣຍ ທ່ານ Robert Ford

ສະຫະລັດ​ໄດ້ກ່າວຫາຊີເຣຍ ວ່າຈັດ​ແຈງ​ໃຫ້​ມີ​ການປະທ້ວງ​ໂດຍ​ຝຸງ​ຊົນ​ທີ່​ໂມ​ໂຫ​ໂກດ​ແຄ້ນ ເປັນເວລາສອງມື້ ຢູ່ນອກສະຖານທູດສະຫະລັດໃນນະຄອນຫລວງດາມັສກັສຂອງຊີເຣຍ ເພື່ອປະທ້ວງເອກອັກຄະລັດຖະທູດສະຫະລັດ ທ່ານ Robert Ford ທີ່​ໄດ້ໄປຢ້ຽມຢາມ ເມືອງ Hama ຂອງ​ຝ່າຍ​ຕໍ່ຕ້ານ​ລັດຖະບານ ທີ່ຖືກກໍາລັງຂອງລັດຖະບານອ້ອມ​ໄວ້ນັ້ນ. ສ່ວນປະເທດຝຣັ່ງ ກໍໄດ້ອອກມາຈົ່ມທຸກທໍານອງດຽວກັນເມື່ອວັນອາທິດວານນີ້ ຫລັງຈາກຝຸງ​ຊົນ ທີ່ນິຍົມລັດຖະບານຈຸ​ນຶ່ງ ​ໄດ້ທໍາລາຍສະຖານທູດ​ຂອງ​ຕົນຫລາຍແຫ່ງໃນ ຊີເຣຍນັ້ນ.

ເຈົ້າໜ້າທີ່ອາວຸໂສຂອງກະຊວງຕ່າງປະເທດສະຫະລັດທ່ານນຶ່ງກ່າວວ່າພວກ ປະທ້ວງໄດ້ ທວງໃຫ້ເອກອັກຄະລັດຖະທູດ ຝອດ ອອກຈາກຊີເຣຍ​ໄປ ພ້ອມ ກັບພາກັນຂວ່າງອາຫານ ແກ້ວ ແລະກ້ອນຫິນໃສ່ຕຶກສະຖານທູດສະຫະລັດ. ​ເຈົ້າ​ໜ້າ​ທີ່​ທ່ານ​ນີ້ກ່າວອີກວ່າ ທ່ານ ຝອດໄດ້​ແຈ້ງລັດຖະມົນຕີຕ່າງປະເທດ ຂອງຊີເຣຍ ຊາບ​ເຖິງ​ຄວາມບໍ່ພໍໃຈຂອງວໍຊິງຕັນກ່ຽວ​ກັບເຫດການດັ່ງກ່າວ ຊຶ່ງໄດ້ຍຸຕິລົງໃນຕອນແລງວັນເສົານັ້ນ ​ໃນ​ການພົບປະກັນທີ່ຮ້ອງຂໍ ໂດຍສະຫະລັດ ​ແລະ​ກໍານົດ​ໄວ້​ລ່ວງໜ້າ​ແລ້ວ​ນັ້ນ.

ສ່ວນຢູ່ທີ່ນະຄອນຫລວງປາຣີ ຝຣັ່ງກໍໄດ້ຮຽກ​ໂຕເອກອັກຄະລັດຖະທູດຊີເຣຍ ເຂົ້າ​ພົບ ເພື່ອ ຮ້ອງທຸກກ່ຽວກັບການສ້າງຄວາມເສຍຫາຍ ຕໍ່ສະຖານທູດຝຣັ່ງ ຢູ່ນະຄອນຫລວງດາມັສກັສ ແລະສະຖານກົງສຸນຂອງຕົນຢູ່ເມືອງ Aleppo ຊຶ່ງເປັນເມືອງໃຫຍ່ອັນດັບສອງຂອງຊີເຣຍ ໃນລະຫວ່າງການປະທ້ວງທໍາ ນອງດຽວກັນນັ້ນ.

ເອກອັກຄະລັດຖະທູດຝອດ ແລະເອກອັກຄະລັດຖະທູດຝຣັ່ງ ທ່ານ Eric Chevallier ໄດ້ເດີນທາງໄປຍັງເມືອງ Hama ​ໃນວັນພະຫັດ ແລະວັນ ສຸກຜ່ານມາ ເພື່ອສະແດງຄວາມ​ເປັນ​ເອກະ​ພາບກັບພວກຊາວເມືອງດັ່ງກ່າວ ທີ່ຖືກໂຈມຕີ​ໂດຍກໍາລັງຂອງລັດຖະບານ ໃນຂະ ນະທີ່ພວກເຂົາເຈົ້າກໍາລັງ​ທໍາ ການ​ເດີນ​ຂະ​ບວນປະທ້ວງຄັ້ງໃຫຍ່ທີ່ສຸດເທົ່າເຖິງ ປັດຈຸບັນນີ້ ເພື່ອຕໍ່ຕ້ານປະທານາທິບໍດີ Bashar al-Assad ຂອງຊີເຣຍນັ້ນ.

ການໄປຢ້ຽມຂອງທັງສອງທ່ານນີ້ ​ໄດ້​ຖືກ​ຕີ​ຄວາມໝາຍວ່າ ​ເປັນການຕັກເຕືອນດ້ານການ ທູດຢ່າງໜັກ​ແໜ້ນຕໍ່ລັດຖະບານ​ຊີ​ເຣຍ ວ່າ​ບໍ່​ໃຫ້ກໍ່ຄວາມຮຸນແຮງ​ເພີ່ມ​ຂຶ້ນ​ຢູ່ໃນເມືອງທີ່ຕັ້ງ ຢູ່ທາງ​ພາກກາງຂອງປະເທດ ທີ່ປີດລ້ອມ ດ້ວຍລົດຖັງ ມາ​ເປັນເວລານຶ່ງອາທິດ​ແລ້ວນັ້ນ.

ກ່ອນໜ້ານີ້ ລັດຖະມົນຕີຕ່າງປະເທດຊີເຣຍກ່າວວ່າ ຕົນໄດ້ຮຽກຕົວທູດສອງທ່ານ ນັ້ນ​ມາ ເພື່ອປະທ້ວງການເດີນທາງໄປຢ້ຽມຢາມທີ່ໝັ້ນຂອງພວກຝ່າຍຄ້ານດັ່ງກ່າວ ຊຶ່ງລັດຖະມົນ ຕີຕ່າງປະເທດຊີເຣຍເອີ້ນການໄປຢ້ຽມຢາມຄັ້ງນີ້ວ່າ ເປັນການແຊກແຊງຢ່າງໂຈ່ງ​ແຈ້ງ​ເປີດ​ແປນ ​ເຂົ້າໃນກິດຈະກໍາພາຍໃນຂອງ ຊີເຣຍ ​ໂດຍ​ມີ​ເປົ້າ​ໝາຍເພື່ອບ່ອນ​ທໍາລາຍສະຖຽນ ລະພາບຂອງຊີເຣຍນັ້ນ.