ສະຫະລັດແລະພັນທະມິດ ກໍາລັງສຶກສາເລື້ອງໃຫ້ ການຊ່ວຍເຫລືອທີ່ບໍ່ແມ່ນອາວຸດ ແກ່ຊີເຣຍ

  • ທອງປານ ເທບວົງສາ

ປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev (ຊ້າຍ) ສົນທະນາຫາລືກັບທ່ານ Kofi Annan ທູດພິເສດຂອງສະຫະປະຊາຊາດ ແລະສັນນິບາດອາຫຣັບ ທີ່ນະຄອນຫລວງມົສກູ ວັນທີ, 25 ມີນາ 2012.

ທໍານຽບຂາວ​ກ່າ​ວວ່າ ປະ​ທາ​ນາ​ທິບໍດີ ບາຣັກ ​ໂອ​ບາ​ມາ ກໍາລັງ​ສຶກສາ​ເບິ່ງວ່າຈະ​ສະໜອງ
ໃຫ້​ພວກ​ກະບົດ​ຊີ​ເຣຍ ​ສິ່ງ​ທີ່​ວໍ​ຊິງ​ຕັນ​ເອີ້ນ​ວ່າ ການຊ່ວຍເຫລືອປະ​ເພດ​ທີ່​ບໍ່​ແມ່ນ​ອາວຸດ
ໃນ​ການ​ຕໍ່ສູ້​ຂອງ​ພວກ​ເຂົາ​ເຈົ້າ​ເພື່ອ​ໂຄ່ນ​ລົ້ມ​ປະທານາທິບໍດີ Bashar al-Assad ນັ້ນຫລື​ບໍ່.

ທ່ານ ​ໂອ​ບາ​ມາ ​ໄດ້​ພົບ​ປະ​ກັບ​ທ່ານ Recep Tayyip Erdogan ນາຍົກ ລັດຖະມົນຕີ
ເທີ​ກີ ​ເມື່ອ​ວັນ​ອາທິດ​ມື້​ນີ້ ທີ່ນະຄອນ​ຫລວງ​ໂຊ​ລ ​ເກົາຫລີ​ໃຕ້ ບ່ອນ​ທີ່​ຜູ້​ນໍາ​ທັງ​ສອງ​ຈະ​ເຂົ້າ
ຮ່ວມ​ກອງ​ປະຊຸມ​ສຸດ​ຍອດວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ດ້ານນີວເຄລຍນັ້ນ.

ເຈົ້າໜ້າ​ທີ່​ທໍານຽບຂາວທ່ານ​ນຶ່ງ​ກ່າວ​ວ່າ ສະຫະລັດ​ຕ້ອງການ​ຊ່ວຍ​ເຫລືອ ພວກ​ກະບົດ​ຊີ
ເຣຍດ້ວຍ​ສະບຽງ​ຢູກຢາ ​ແລະ​ອຸບປະກອນ​ການ​ສື່ສານ ແລະ ທ່ານ​ກ່າວ​ວ່າການ​ປຶກສາ​ຫາ
ລື​ກັນ​ບໍ່​ໄດ້​ລວມ​ເອົາການ​ປະກອບ​ອາວຸດ​ໃຫ້​ແກ່​ພວກ​ກະບົດ​ແຕ່​ຢ່າງ​ໃດ.

ເຈົ້າໜ້າ​ທີ່ທ່ານ​ນີ້​ກ່າວອກີ​ວ່າ ສະຫະລັດ​ຈະ​ຍົກ​ເອົາ​ເລຶ່ອງການ​ຊ່ວຍ​ເຫລືອ​ທີ່​ບໍ່ແມ່ນອາວຸດ
ນັ້ນ ຂຶ້ນມາ​ປຶກສາ​ກັນ​ຢູ່​ທີ່ກອງ​ປະຊຸມ​ຂອງ​ກຸ່ມ​ເພື່ອນມິດ​ຂອງ​ຊີ​ເຣຍ ທີ່ປະ​ເທດ​ເທີ​ກີ ​ໃນ​
ວັນ​ທີ່ 1 ​ເດືອນ​ເມສາ​ນີ້ ຊຶ່ງ​ທ່ານ​ນາງ​ລັດຖະມົນຕີ​ຕ່າງປະ​ເທດ​ຄລິນ​ຕັນມີ​ແຜນການ​ຈະໄປ
ຮ່ວມປະຊຸມ​ນໍາ​ນັ້ນ.

ໃນ​ຂະນະ​ດຽວ​ກັນ​ນີ້ ທ່ານ ​ໂຄ​ຟີ ອັນ​ນັນ ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ ຊາດ​ແລະ​ສັນ​ນິ
ບາດ​ຊາດ​ອາຫຣັບ ກໍາລັງ​ຢູ່​ທີ່ມົ​ສກູ ​ເພື່ອ​ພະຍາຍາມ​ເກ້​ຍ ກ່ອມ​ຣັດ​ເຊຍໃຫ້​ສະໜັບສະໜຸນ
ຄໍາ​ຮຽກຮ້ອງ​ຂອງ​ນານາ​ຊາດ​ ​ໃຫ້​ມີ​ການ​ຢຸດ​ຍິງ ​ແລະ​ການ​ເຈລະຈາກັນ ​ໃນ​ຊີ​ເຣຍ.

ທັງຣັດ​ເຊຍ​ແລະ​ຈີນ ​ໄດ້​ໃຊ້​ສິດ​ຍັບ​ຍັ້ງ​ມະຕິ​ຕໍ່ຕ້ານ​ຊີ​ເຣຍຂອງ​ສະພາ​ຄວາມ​ໝັ້ນຄົງອົງການ
ສະຫະ​ປະຊາ​ຊາດ ​ໂດຍ​ກ່າວ​ວ່າການ​ປະຕິບັດເຊັ່ນນັ້ນ​ຖື​ວ່າ​ເປັນ​ການ​ແຊກ​ແຊງ​ກິດຈະການ
ພາຍ​ໃນ​ປະ​ເທດ​ຂອງ​ຊີ​ເຣຍ ​ແຕ່ເມື່ອ​ອາທິດ​ຜ່ານ​ມາ​ນີ້ ທັງຣັດ​ເຊຍ​ແລະ​ຈີນ​ກໍ​ໄດ້​ສະໜັບສະ
ໜຸນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ຂອງສະພາ​ຄວາມ​ໝັ້ນຄົງ​ ທີ່​ຮັບຮອງ​ເອົາ​ແຜນການ​ສັນຕິ
ພາບ​ຂອງ​ທ່ານອັນ​ນັນ​.