ສະວິດ ແລະ ອອສເຕຣຍ ສື​ບສວນ​​ ເບິ່ງການສອດແນມ ໃນການເຈລະຈາ ກັບອີຣ່ານ

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ແລະ ລັດຖະມົນຕີຕ່າງປະເທດອີຣ່ານ ທ່ານ Mohammad Javad Zarif (ຂວາ)

ບັນດາ​ເຈົ້າ​ໜ້າ​ທີ່ ສະ​ວິດ ​ແລະ​ອອສ​ເຕຣ​ຍ ກ່າວໃນ​ວັນ​ພະຫັດ
​ວານ​ນີ້​ວ່າ ​ເຂົາ​ເຈົ້າ​ກຳລັງ​ສື​ບສວນ ກ່ຽວກັບການ​ໂຈມຕີ​ທີ່​ມີ
ຄວາມສະລັບຊັບຊ້ອນທາງອິນເຕີແນັດ ແມ່ນເພື່ອສອດ​ແນມ
ເບິ່ງ​ພາຍ​ໃນການ​ເຈລະຈາ​ຂອງ​ຫົກ​ປະ​ເທດ​ມະຫາ​ອຳນາດ
​ກັບອີຣ່ານ ກ່ຽວ​ກັບໂຄ​ງການ​ນິວ​ເຄລຍຂອງເຕຫະຣ່ານນັ້ນ
ຫລືບໍ່.

ຫ້ອງການ ອະທິໄອຍະການຂອງສະ​ວິດ ​ໃນ​ນະຄອນ Berne
ກ່າວ​ວ່າ ບັນດາເຈົ້າໜ້າທີ່ສືບສວນ ໄດ້​ຄົ້ນເຮືອນ​ຫລັງ​ນຶ່ງ​ໃນ
ນະຄອນ Geneva ​ເມື່ອວັນ​ທີ 12 ເດືອນ​ພຶ​ດສ​ະພາ ​ແລະ​ໄດ້
​ຍຶດ​ເອົາ​ເຄື່ອງຄອມ​ພິວ​ເຕີ​ແລະ​ອຸບປະກອນຕ່າງໆໄວ້. ພວກ
​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຊອກ​ຫາ​ຊອບແວຫຼືໂປຣແກມທີ່​ໄດ້ນຳ​ໃຊ້​ເພື່ອດັກຟັງການ
ເຈລະຈາ ທີ່​ໄດ້ມີຂຶ້ນຢູ່​ຕາມໂຮງ​ແຮມ​ຫຼາຍໆແຫ່ງ ໃນສະ​ວິດ​ເຊີ​ແລນ ອອສ​ເຕຣຍ​ ​ແລະ
​ເຢຍຣະມັນ.

ອອສ​ເຕຣຍ​ ຍັງ​ກ່າວ​ວ່າ ຕົນ​ກໍ​າລັງ​ສຶຶບສວນເບິ່ງ​ວ່າ ການ​ປະຊຸມ​ຢູ່​ທີ່ນະຄອນ Vienna
ຖືກ​ລັກ​ຟັງ​ຫລື​ບໍ່.

ບັນດາ​ເຈົ້າ​ໜ້າ​ທີ່​ສະ​ວິດ ກ່າວ​ວ່າ ມີການເລີ້ມດຳເນີນຄະດີທາງອາຍາ ​ຕໍ່​ບຸກຄົນ​ທີ່​ບໍ່​ບອກ
​ຊື່ຈຳນວນນຶ່ງ “​ໃນ​ຖານ​ສົງໄສ​ຈາລະກຳທາງ​ການ​ເມືອງ” ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເພີ້​ມ
​ເຕີມ.

ອິສຣາ​ແອ​ລ ແມ່ນໄດ້ຄັດຄ້ານຢ່າງແຂງຂັນກ່ຽວກັບການບັນລຸຂໍ້ຕົກລົງດ້ານ​ນິວ​ເຄລຍ
ທີ່ອາດມີຂຶ້ນກັບອີຣ່ານ ທີ່​ກຳລັງ​ພະຍາຍາມ​ປິດ​ລົງ​ໃນ​ທ້າຍ​ເດືອນ​ມິຖຸນານີ້ ກັບ ສະຫະ
ລັດ ຈີນ ຣັດ​ເຊຍ ອັງ​ກິດ ຝຣັ່ງ ​ແລະ​ເຢຣະມັນ ​ແຕ່​ໄດ້​ປະຕິ​ເສດ​ໃນ​ການ​ພົວພັນກ່ຽວ
ກັບການ​ກ່າວ​ຫາສືບ​ລັບນີ້.

ຮອ​ງລັດຖະ​ມົນຕີ​ຕ່າງປະ​ເທດ ທ່ານ Tzipi Hotovely ກ່າວ​ຕໍ່ວິທະ​ຍຸກ​ອງທັບ​ອິສຣາ
​ແອ​ລວ່າ “ບໍ່​ມີ​ພື້ນຖານ​ໃດໆ​ທັງ​ໝົດ ກ່ຽວກັບ​ລາຍ​ງານຂ່າວຂອງ​ສາກົນ ທີ່​ວ່າ ອິສຣາ​
ແອ​ລ ພົວພັນ​ໃນ​ເລື້ອງ​ດັ່ງກ່າວ. ສິ່ງ​ສຳຄັນ​ກວ່ານີ້ກໍ​ຄື ພວກ​ເຮົາ​ປ້ອງ​ກັນບໍ່ໃຫ້ມີ​ການ​
ຕົກລົງ​ທີ່​ບໍ່​ດີ ບໍ່​ດັ່ງ​ນັ້ນ ​ໃນ​ທີ່ສຸດແລ້ວພວກ​ເຮົາ​ຈະພົບ​ເຫັນ​ຕົນ​ເອງຕົກ​ຢູ່​ພາຍ​ໃຕ້ລັດ
ສະໝີນິວ​ເຄລຍຂອງ​ອີຣ່ານ.”

Your browser doesn’t support HTML5

Iran Nuclear Talks Syber Attack