Taylor Swift ໄດ້ຮັບ 2 ລາງວັນເດັ່ນ ຂອງສະມາຄົມ ດົນຕີອາເມຣິກັນ (ວີດີໂອ)
ນາງ Taylor Swift ດາລານັກຮ້ອງລູກທົ່ງ ໄດ້ຮັບ 2 ລາງວັນ American Music Award ປະຈຳປີ.
(ວັນທີ 24 ພະຈິກ , 2013)
ນາງ Taylor Swift ດາລານັກຮ້ອງລູກທົ່ງທີ່ມີຊື່ສຽງ ໄດ້ຮັບ
ລາງວັນສູງສຸດປະຈຳປີຂອງລາງວັນດົນຕີອະເມຣິກັນ. ນາງ
Swift ໄດ້ຮັບລາງວັນເປັນນັກສິນລະປິນປະຈຳປີ ຊະນະ
ນາຍ Justin Timberlake ,ນາງ Rihanna, ນາຍ Bruno
Mars,ນາຍ Macklemore ແລະນາຍ Ryan Lewis ໃນ
ການມອບລາງວັນ American Music Award ໃນແລງວັນ
ອາທິດວານນີ້ ທີ່ໂຮງສາຍຮູບເງົາ Nokia Theater ທີ່ນະ
ຄອນ Los Angeles.
ນອກນັ້ນ ນາງ Swift ຍັງໄດ້ຮັບລາງວັນ ສິນລະປິນຍິງປະ
ເພດ pop/rock ພ້ອມທັງເປັນສິນລະປິນຍິງດີເດັ່ນ ແລະ
album ລູກທົ່ງທີ່ດີເດັ່ນເຊັ່ນກັນ.