ທີມເຕະບານຍິງ ຂອງ ສວີເດັນ ຊະນະ ສະຫະລັດ ໃນກິລາໂອລິມປິກ ໂຕກຽວ

ນັກເຕະບານກອງກາງ ສະຫະລັດ ນາງ ໂຣສ ລາແວລ (ຂວາ) ຈີ້ບານກາຍນັກເຕະກອງກາງຂອງ ສວີເດັນ ນາງ ຟີລິບປາ ແອນແຈລດາລ ໃນລະຫວ່າງການແຂ່ງຂັນ ກິລາໂອລິມປິກ ໂຕກຽວ 2020, 21 ກໍລະກົດ 2021..

ທີມເຕະບານຍິງຂອງ ສະຫະລັດ ໄດ້ຜ່າຍແພ້ໃຫ້ທີມ ສວີເດັນ ຢ່າງໜ້າຕົກໃຈ 3 ຕໍ່ 0 ເພື່ອເລີ່ມຕົ້ນກິລາໂອລິມປິກ ໂຕກຽວ 2020 ໃນວັນພຸດວານນີ້.

ກອງໜ້າທີມ ສວີເດັນ ນາງ ສຕີນາ ແບລັກສເຕນຽສ (Stina Blackstenius) ຍິງເຂົ້າສອງປະຕູຕໍ່ເຈົ້າຂອງຕຳແໜ່ງແຊັ້ມໂລກ, ຜູ້ທີ່ພະຍາຍາມຈະແກ້ແຄ້ນຕໍ່ທີມດັ່ງກ່າວທີ່ໄດ້ປິດຄວາມຫວັງຫຼຽນຄຳຂອງເຂົາເຈົ້າໃນກິລາໂອລິມປິກ ຣີໂອ 2016. ທັງສອງຝ່າຍໄດ້ສະເໝີກັນ 1 ຕໍ່ 1 ໃນລະຫວ່າງການເຕະບານມິດຕະພາບໃນເດືອນເມສາທີ່ຜ່ານມາ.

ສະຫະລັດ ໄດ້ສິ້ນສຸດການບໍ່ຜ່າຍແພ້ໃຫ້ທີມໃດ 44 ນັດລຽນຕິດທີ່ເລີ່ມຕົ້ນ ໃນປີ 2019 ທີ່ຜ່ານມາ. ເຂົາເຈົ້າຈະກັບໄປລົງສະໜາມອີກຄັ້ງໃນວັນເສົານີ້ກັບທີ ນິວ ຊີແລນ, ໃນຂະນະທີ່ ສວີເດັນ ຈະແຂ່ງກັບ ອອສເຕຣເລຍ.

ການແຂ່ງຂັນດັ່ງກ່າວໄດ້ເລີ່ມຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນພຸດວານນີ້ ເວລາທີ່ທີມກິລາ ຊັອຟບອລຍິງ ຂອງເຈົ້າພາບ ຍີ່ປຸ່ນ ໄດ້ຊະນະ ອອສເຕຣເລຍ ຢ່າງຂາດລອຍ 8 ຕໍ່ 1.

ການແຂ່ງຂັນດັ່ງກ່າວ, ທີ່ຖືກເລື່ອນເວລານຶ່ງປີຍ້ອນໂຣກລະບາດນັ້ນ, ໄດ້ເລີ່ມຂຶ້ນຢ່າງງຽບໆ ເວລາທີ່ນັກແກວ່ງບານ ຍີ່ປຸ່ນ ນາງ ຢູກິໂກະ ອູເອໂນະ ໄດ້ແກວ່ງບານໃສ່ນັກຕີນຳໜ້າຂອງ ອອສເຕຣເລຍ ນາງ ມິແຊລ ຄັອກສ ຢູ່ສະໜາມກິລາທີ່ເກືອບວ່າເປົ່າຫວ່າງ ໃນແຂວງ ຟູກູຊິມະ ທາງພາກຕາເວັນອອກສຽງເໜືອຂອງປະເທດ, ເຊິ່ງແມ່ນສະຖານທີ່ຂອງໄພພິບັດນິວເຄລຍປີ 2011.

ອອສເຕຣເລຍ ໄດ້ນຳໜ້າ 1 ຕໍ່ 0 ໃນອິນນິງທີນຶ່ງ ຫຼັງຈາກນາງ ອູເອໂນະ ໄດ້ປ່ອຍໃຫ້ນັກຕີຍ່າງໄປຖານໃໝ່ ແລະ ຕີຖືກອີກສອງບານຕໍ່ໄປ, ເຮັດໃຫ້ນາງ ຄັອກສ ທຳຄະແນນໄດ້. ແຕ່ປະເທດເຈົ້າພາບໄດ້ໂຕ້ຄືນຢ່າງໄວວາ, ດ້ວຍການຕີສະເໝີໃນອິນນິງດຽວກັນ, ແລ້ວທຳຄະແນນໄດ້ອີກ 2 ຄະ ແນນໃນອິນນິງທີ ສາມ ແລະ ອີກສາມຄະແນນໃນອິນນິງທີ 4. ການແຂ່ງຂັນໄດ້ສິ້ນສຸດລົງຫຼັງ ຈາກນາງ ຢູ ຢາມາໂມໂຕະ ຕີໂຮມຣັນ ທີ່ທຳຄະແນນໄດ້ສອງແຕ້ມໃນອິນນິງ ທີຫ້າ ທີ່ໄດ້ເຮັດໃຫ້ກຳມະ ການຕ້ອງໃຊ້ກົດເມດຕາ ຫຼື Mercy Rule, ເຊິ່ງຖືກໃຊ້ເມື່ອທີມທີ່ກຳລັງຊະນະມີແຕ້ມນຳໜ້າ 8 ຄະແນນໃນອິນນິງທີ 5.

ການແຂ່ງຂັນລະຫວ່າງ ຍີ່ປຸ່ນ ກັບ ອອສເຕຣເລຍ ແມ່ນນັດທຳອິດຂອງຕາຕະລາງການແຂ່ງຂັນ 3 ນັດທີ່ມີກຳນົດສຳລັບວັນພຸດວານນີ້. ສະຫະລັດ ໄດ້ຊະນະ ອິຕາລີ 2 ຕໍ່ 0 ໃນເກມທີ 2, ດ້ວຍນາງ ແຄັດ ອອສເຕີແມນ ອາຍຸ 38 ປີ, ຜູ້ທີ່ໄດ້ຊະນະຫຼຽນຄຳກັບທີມ ສະຫະລັດ ໃນປີ 2004 ແລະ ຫຼຽນຄຳໃນປີ 2008 ນັ້ນ, ແກວ່ງອອກນັກຕີຄົນທີ 9 ໃນຂະນະທີ່ໄດ້ປ່ອຍໃຫ້ຕີພຽງບານດຽວໃນອິນນິງທີ 6.

ເມັກຊິໂກ ກັບ ການາດາ ແມ່ນມີກຳນົດການແຂ່ງຂັນເກມທີ 3 ຢູ່ສະໜາມກິລາ ອາຊູມະ ຟູກູຊິມະ.

ອ່ານຂ່າວນີ້ເປັນພາສາອັງກິດ