ສະວີເດັນ ຍົກເລີກ ການສືບສວນ ຄະດີຂົ່ມຂືນ ຕໍ່ທ້າວ Assange ຜູ້ກໍ່ຕັ້ງ WikiLeaks

ທ້າວ Julian Assange ຜູ້ກໍ່ຕັ້ງ WikiLeaks ກ່າວຕໍ່ບັນດາ ນັກຂ່າວ ຢູລະບຽງ ສະຖານທູດເອກົວດໍ ທີ່ນະຄອນຫລວງ ລອນດອນ ປະເທດອັງກິດ.

ພາຍຫລັງທີ່ພວກ​ໄອ​ຍະ​ການ Sweden ​ໄດ້ປະກາດວ່າ​ເຂົາ​ເຈົ້າ​ໄດ້​ລົບ​ລ້າງ​ຄະດີ​ຂົ່ມ
ຂືນ​ທີ່​ໄດ້ຕັ້ງຂໍ້​ກ່າວ​ຫາຕໍ່​ລາວນັ້ນ ທ້າວ Julian Assange ຜູ້​ກໍ່​ຕັ້ງ WikiLeaks ກ່າວ
​ວ່າ ລາວ​ບໍ່​ສາມາດ “ຍົກ​ໂທດ ຫລື​ລືມ​ໄດ້” ຕໍ່ສິ່ງ​ທີ່ Sweden ​ໄດ້​ເຮັດໃຫ້​ທ່ານຕ້ອງ​
ໄດ້​ຜ່ານ.

ທ້າວ Assange ​ໄດ້​ຢູ່​ສະຖານທູ​ດ​ເອກົວ​ດໍ ​ໃນ​ນະ​ຄອນຫລວງລອນ​ດອນ ມາ​ປີແຕ່​ປີ
2012 ພາຍ​ໃຕ້​ການ​ຄຸມ​ຂັງ​ບໍລິ​ເວນ​ເກືອບ​ທຸກ​ເວລາ ​ເພື່ອ​ຫລີກ​ຫລ່ຽງການ​ຖືກ​ຈັບ ທີ່​
ພົວພັນ​ກັບການສືບສວນ​ຂົ່ມຂືນຢູ່ Sweden ທີ່​ໄດ້​ຂຶ້ນ​ແຕ່​ຫົກ​ປີ​ກ່ອນໜ້ານີ້. ລາວ​ກ່າວ​
ອີກ​ວ່າ ລາວ​ໄດ້​ຮັບ​ຄວາມທຸກ​ທໍລະ​ມານຈາກ “ຄວາມ​ບໍ່ຍຸຕິ​ທຳ​ຢ່າງຮ້າ​ຍ​ແຮງ” ​ໂດຍ
ປາດ​ສະ​ຈາກ​ການບໍ່​ເຄີຍຖືກກ່າວ​ຫາວ່າ​ການ​ກະທຳ​ຜິດ ຈັກ​ເທື່ອ.

ເຖິງ​ແມ່ນ​ຈະ​ມີການ​ປະກາດ​ໃນ​ວັນ​ສຸກ​ວານ​ນີ້ິຢູ່​ທີ່​ Sweden ​ທ້າວ Assange ອະດີດ
​ນັກ​ຂ່າວ ທີ່ເກີດ​ຢູ່​ອອສ​ເຕຣ​ເລຍ ​ແລະ​ຜູ້​ສ້າງ​ໂປ​ແກຣມຄອມ​ພິວ​ເຕີ ຄົນ​ນີ້ ຍັງອາ​ໄສ​ຢູ່ໃນສະຖານທູດ​ເອກົວ​ດໍຢູ່. ຕຳຫລວດ​ອັງກິດ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະຈັບ​ລາວ ​ໃນ​ຂໍ້ກ່າວ
​ຫາ​ໂຕນໜີຈາກ​ກັນ​ການ​ປະ​ກັນ​ໂຕ ຖ້າ​ລາວ​ພະຍາຍາມ​ ທີ່​ຈະອອກ​ໄປ. ທ້າວ Assange
ຍັງ​ປະ​ເຊີນ​ໜ້າ​ກັບການ​ຖືກ​ຟ້ອງ​ຮ້ອງ​ທີ່​ໄດ້​ຮັບ​ການຮັບຮອງຂອງ​ສະຫະລັດທີ່​ອາດຈະ​ມີ
ຕໍ່ລາວ​ອີກ.

ໃນ​ການກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ຈາກ​ລະ​ບຽງຂອງສະຖານ​ທູດ ທ້າວ Assange ກ່າວ​ວ່າ
​ທີ​ມກົດໝາຍ​ຂອງລາວ ຈະ​ໄປລົມ​ກັບບັນດາເຈົ້າ​ໜ້າ​ທີ່​ອັງກິດຢູ່. ລາວ​ກ່າວ​ເພີ້​ມອີກວ່າ
ລາວ​ຍິນ​ໃຈ​ທີ່ຈະພົບ​ປະະ​ສົນທະນາ​ກ່ຽວກັບສະຖານະພາບ​ການ​ຂອງລາວ​ກັບ ບັນດາ
ເຈົ້າ​ໜ້າ​ທີ່​ກະຊວງ​ຍຸຕິ​ທຳ​ສະຫະລັດ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ