ຜູ້ຕ້ອງສົງໄສ ເປັນມືປືນ ຍິງຕຳຫຼວດ ກາ​ນາ​ດາ ຕາຍສາມຄົນ ຖືກຈັບ (ວີດີໂອ)

ຕຳຫລວດການາດາ ກຳລັງຊອກຄົ້ນຫາຫລັກຖານ ການສັງຫານ ຕຳຫລວດ ທີ່ເມືອງ Moncton ໃນ New Brunswick ທາງພາກຕາເວັນອອກຂອງການາດາ.

ຕຳຫຼວດການ​າດາ ໄດ້​ຈັບ​ຜູ້​ຊາຍ​ຄົນ​ນຶ່ງ ທີ່​ສົງ​ໄສເປັນມືປືນ
ຍິງສັງຫານ ​ເຈົ້າໜ້າ​ທີ່ຕຳຫລວດ 3 ຄົນ ຢູ່ທີ່​ແຂວ​ງ New
Brunswick ທາງພາກຕາເວັນອອກຂອງປະເທດ.

​ໂຄສົກ​ຕຳຫຼວດ​ກາ​ນານ​ດາຄົນ​ນຶ່ງກ່າ​ວວ່າ ບັນດາ​ເຈົ້າ​ໜ້າ​ທີ່
​ໄດ້​ຈັບທ້າວ Justin Bourque ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້​ທີ່ເມືອງ
Monclon ຊຶ່ງ​ເປັນ​ເມືອງ​ທີ່ໄດ້ເກີດ ​ມີ​ການ​ຍິງ​ກັນຂຶ້ນ.

ພວກ​ເຈົ້າ​ໜ້າ​ທີ່​ເລີ້ມພາກັນ​ຕາມລ່າຂະໜາດໃຫຍ່ ຫາ​ມື​ປືນທີ່
ໄດ້ຍິງ​ອີກ​ສອງ​ຄົນບາດເຈັບ​ໃນ​ວັນ​ພຸດ​ທີ່​ຜ່ານ​ມານີ້. ເຫດຮ້າຍ
ດັ່ງກ່າວໄດ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ເຕືອນປະຊາຊົນໃຫ້​ພາກັນ​ຢູ່​ແຕ່
ໃນ​ເຮືອນຂອງ​ເຂົາ​ເຈົ້າ.

ບັນດາ​ຜູ້​ສືບ​ສວນ​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ເປີດ​ສາກ​ຍິງປືນເຂົ້າໃສ່ ຫລັງ​ຈາກ​ເຈົ້າ​ໜ້າ​ທີ່​
ຕຳຫລວດໄດ້ໄປເຖິງ ລຸນຫລັງທີ່ມີຄົນໂທລະສັບໄປແຈ້ງຄວາມວ່າ ​ເຫັນຜູ້​ຊາຍ​ຄົນ​ນຶ່ງ​
ຕິດ​ອາ​ວຸດ ນຸ່ງ​ເຄື່ອງລາຍທະຫານ. ​ເຂົາ​ເຈົ້າ​ກ່າວ​ວ່າ ສາ​ເຫ​ດຂອງ​ການ​ຍິງຕຳຫຼວດໃນ
ຄັ້ງນີ້ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວເທື່ອ.

ການ​ຍິງປືນເຂົ້າໃສ່ຜູ້ຄົນເປັນຈຳນວນຫຼວງຫຼາຍແມ່ນບໍ່ຄ່ອຍມີຂຶ້ນໃນກາ​ນາ​ດາ. ​ການ​
ໂຈມ​ຕີ​ໃນ​ວັນ​ພຸດ​ທີ່​ຜ່ານ​ມານີ້ ​ແມ່ນ​ຮ້າຍ​ແຮງສຸດສຳລັບ​ເຈົ້າ​ໜ້າ​ທີ່ຕຳຫຼວດ ກາ​ນາ​ດາ
ນັບ​ຕັ້ງ​ແຕ່​ປີ 2005 ເປັນຕົ້ນມາ ​ເວລາ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ສີ່​ຄົນໄດ້​ຖືກ​ສັງຫານ​ຢູ່​ເມືອງ
Mayerthorpe ຊຶ່ງ​ເປັນ​ເມືອງທີ່​ຕັ້ງ​ຢູ່ໃນແຂວງ Alberta ທາງພາກຕາເວັນຕົກຂອງ
ການາດານັ້ນ.

Your browser doesn’t support HTML5

CANADA FATAL SHOOTING SOTVO