ເຈົ້າໜ້າທີ່ເຄນຢາຄົນນຶ່ງກ່າວວ່າ ພວກຫົວຮຸນແຮງຈັດໂຈມຕີເປົ້າໝາຍທີ່ບໍ່ແມ່ນ ມຸສລິມເລາະລຽບຊາຍແດນທາງພາກຕາເວັນອອກສຽງເໜືອຂອງເຄນຢາຕິດກັບໂຊມາເລຍ ໃນວັນອັງຄານມື້ນີ້ ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ.
ຜູ້ບັນຊາການຕຳຫຼວດ ທີ່ເມືອງ Mandera ທ່ານ Job Boronjo ກ່າວວ່າ ພວກຫົວຮຸນແຮງ ທີ່ສັງກັດຢູ່ໃນກຸ່ມ al-Shabab ຂອງໂຊມາເລຍ ໄດ້ໂຈມຕີ ບ້ານພັກ Bisharo ຢູ່ໃນເມືອງ Mandera ທີ່ເປັນເຈົ້າພາບຕ້ອນຮັບບັນດາແຂກຈາກຕ່າງເມືອງ ໂດຍການໃຊ້ລູກລະເບີດມື ແລະວາງລະເບີດ IEDs.
ທ່ານກ່າວວ່າ “ມີຄວາມຈິງທີ່ວ່າໄດ້ມີການໂຈມຕີເກີດຂຶ້ນ. ຄວາມພະຍາຍາມກູ້ໄພກຳລັງດຳເນີນຢູ່.”
ກຸ່ມກໍ່ການຮ້າຍ Al-Shabab ໄດ້ອ້າງເອົາຄວາມຮັບຜິດຊອບໂດຍທັນທີຕໍ່ການໂຈມຕີ ທີ່ພິມເຜີຍແຜ່ໂດຍທາງອິນເຕີແນັດ. ກຸ່ມດັ່ງກ່າວໆວ່າ ການໂຈມຕີນີ້ແມ່ນແນເປົ້າໃສ່່ “ພວກຄົນງານຄຣິສຕຽນ.”
ການໂຈມຕີໃນວັນອັງຄານມື້ນີ້ ເປັນຂີດໝາຍຫລ້າສຸດໃນການໂຈມຕີຂ້າມຊາຍແດນຫລາຍແຫ່ງ ຂອງກຸ່ມ al-Shabab ນັບແຕ່ເຄນຢາໄດ້ເຂົ້າແຊກແຊງໃນໂຊມາເລຍເມື່ອປີ 2011.
ໃນຕົ້ນປີນີ້ ຫົກຄົນໄດ້ເສຍຊີວິດລະຫວ່າງການໂຈມຕີທີ່ຄ້າຍຄືກັນຕໍ່ຜູ້ມາຢ້ຽມ ຢາມໃນເມືອງ Mandera ເວລາຜູ້ຕ້ອງສົງໄສ ເປັນພວກຫົວຮຸນແຮງ al-Shabab ໂຈມຕີບໍລິເວນຄຸ້ມບ້ານພັກ.
ໃນເດືອນພະຈິກ ປີ 2014 ພວກຫົວຮຸນແຮງໄດ້ສັງຫານ 28 ຄົນທີ່ບໍ່ແມ່ນມຸສລິມ ຫລັງຈາກຈີ້ລົດຕູ້ ໃນເມືອງ Madera.
Your browser doesn’t support HTML5