ຜູ້ຕ້ອງສົງໄສອາຍຸ 21 ປີ ກ່ຽວກັບເຫດການໂຈມຕີ ທີ່ເຮັດໃຫ້ມີຜູ້ເສຍຊີວິດໃນຂະບວນສວນສະໜາມ ຂອງມື້ວັນປະກາດເອກະລາດ ຢູ່ນອກເມືອງນະຄອນຊິກາໂກ ໄດ້ຖືກຕັ້ງ 7 ຂໍ້ຫາ ໃນເຫດການຍິງກັນທີ່ຮຸນແຮງ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 7 ຄົນ ແລະມີຜູ້ບາດເຈັບອີກຫຼາຍກວ່າ 30 ຄົນ.
ໄອຍະການລັດໃນເຂດເລກ ເຄົາຕີ້ (Lake County) ທ່ານເອຣິກ ໄຣນຮາຣ໌ຕ (Eric Rinehart) ກ່າວວ່າ ຖ້າຫາກຖືກພົບເຫັນວ່າມີຄວາມຜິດ, ທ້າວໂຣເບີດ ຄຣີໂມ ທີ 3 (Robert Crimo III) ຈະຕ້ອງປະເຊີນກັບໂທດຕິດຄຸກຕະຫຼອດຊີວິດ ໂດຍບໍ່ອະນຸຍາດໃຫ້ມີການປ່ອຍຕົວກ່ອນກຳນົດໃດໆ. ຜູ້ສືບສວນທີ່ໄດ້ຕັ້ງ ຄໍາຖາມຕໍ່ຜູ້ຕ້ອງສົງໄສ ແລະໄດ້ກວດສອບຄືນກ່ຽວກັບການຂຽນຂໍ້ຄວາມຕ່າງໆທີ່ລົງໃນສື່ສັງຄົມອອນລາຍຂອງລາວນັ້ນ ຍັງບໍ່ໄດ້ລົງຄວາມເຫັນກ່ຽວກັບແຮງຈູງໃຈໃນການກໍ່ເຫດດັ່ງກ່າວ, ໂຄສົກຂອງໜ່ວຍງານປະຕິບັດການສະເພາະກິດທາງດ້ານອາຊະຍາກໍາຂອງເລກ ເຄົາຕີ້ ທ່ານຄຣິສໂຕເຟີ ໂຄເວລລີ (Christopher Covelli) ກ່າວໃນການຖະແຫຼງຂ່າວ.
ທີມງານຮັບຜິດຊອບຫຼັກຖານຂອງສະມາຊິກແຫ່ງອົງການ FBI ພາກັນຍົກຍ້າຍເຄື່ອງຂອງຕ່າງໆຂອງສ່ວນບຸກຄົນ ນຶ່ງມື້ລຸນຫຼັງການຍິງສັງຫານໝູ່ຢູ່ໃນໂຕເມືອງຂອງເມືອງໄຮແລນ ພາຣ໌ກ III, ເມື່ອວັນທີ 5 ກໍລະກົດ 2022. ມືປືນ ຍິງປືນໃສ່ຂະບວນສວນສະໜາມໃນມື້ວັນປະກາດເອກະລາດ ຈາກດາດຟ້າ ໂດຍການຍິງສາດລູກປືນໃສ່ຝູງຊົນ.
ທ່ານໂຄເວລລີ ກ່າວວ່າ ທ້າວ ຄຣີໂມ ໄດ້ຊື້ອາວຸດຢ່າງຖືກຕ້ອງຕາມກົດໝາຍທັງໝົດ 5 ກະບອກ, ເຊິ່ງລວມມີ ປືນຍາວຄວາມແຮງສູງ 2 ກະບອກ, ນຶ່ງໃນນັ້ນ ແມ່ນພົບເຫັນຢູ່ໃນສະຖານທີ່ເກີດເຫດການຍິງກັນ ແລະອີກກະບອກນຶ່ງ ແມ່ນຢູ່ໃນລົດຂອງລາວ.
ຢູ່ໃນການຖະແຫຼງຂ່າວຕອນແລງຂອງມື້ວັນອັງຄານວານນີ້, ເຈົ້າໜ້າທີ່ຕໍາຫຼວດເປີດເຜີຍວ່າ ພວກເຂົາເຈົ້າໄດ້ໂທໄປເຮືອນຂອງທ້າວຄຣີໂມ 2 ເທື່ອໃນເດືອນກັນຍາຂອງປີ 2019 ລຸນຫຼັງທີ່ລາວໄດ້ກໍ່ຄວາມຮຸນແຮງ ແລະການຂູ່ເຂັນຕ່າງໆກ່ຽວກັບການຂ້າໂຕຕາຍ. ເຈົ້າໜ້າທີ່ຕໍາຫຼວດໄດ້ຢຶດເອົາມີດຈໍານວນນຶ່ງ, ດາບສັ້ນອັນນຶ່ງ, ແລະດາບຍາວນຶ່ງອັນ ແຕ່ບໍ່ມີຮ່ອງຮອຍ ກ່ຽວກັບປືນແຕ່ຢ່າງໃດ.
ທ້າວ ຄຣີໂມ ໄດ້ຂໍໃບອະນຸຍາດຖືປືນໃນເດືອນທັນວາ ປີ 2019, ໃນຕອນທີ່ລາວມີອາຍຸພຽງ 19 ປີ ໂດຍພໍ່ຂອງລາວ ເປັນຜູ້ຄໍ້າປະກັນຕໍ່ໜັງສືສະໝັກຂອງລາວ, ເຈົ້າໜ້າທີ່ຕໍາຫຼວດຂອງລັດອີລີນອຍ ກ່າວ.
ລູກສາວກົກຂອງນາງລິນເຊ ເລີຣີ (Lindsey Lurie) ຂຽນໃສ່ຮູບທີ່ແມ່ຂອງລາວແຕ້ມເປັນຫົວໃຈຢູ່ໃນທາງຍ່າງ ໃນມື້ວັນທີ 5 ກໍລະກົດ 2022, ໃກ້ກັບເມືອງ ໄຮແລນ ພາຣ໌ກ III. ນຶ່ງມື້ລຸນຫຼັງເຫດການຍິງສັງຫານໝູ່.
ເຈົ້າໜ້າທີ່ຕໍາຫຼວດຂອງລັດກ່າວຢູ່ໃນຖະແຫຼງການວ່າ ໃນເວລານັ້ນ, “ບໍ່ມີພື້ນ ຖານພຽງພໍ ໃນການສ້າງຫຼັກຖານທີ່ແຈ່ມແຈ້ງ ແລະສະແດງເຖິງອັນຕະລາຍ” ເພື່ອປະຕິເສດໜັງສືຂໍອະນຸຍາດຂອງລາວ.
ເຈົ້າໜ້າທີ່ຕໍາຫຼວດກ່າວວ່າ ມືປືນຜູ້ນີ້ ໄດ້ໃຊ້ອາວຸດຈູ່ໂຈມແບບ AR-15 ແລະຍິງຫຼາຍກວ່າ 70 ລູກ ໃນການໂຈມຕີຢູ່ໃນຊຸມຊົນທີ່ຮັ່ງມີ ຂອງເມືອງ ໄຮແລນ ພາຣ໌ກ ລະຫວ່າງການສະເຫຼີມສະຫຼອງວັນທີ 4 ກໍລະກົດ. ຈາກນັ້ນ ລາວໄດ້ຫລົບໜີໂດຍການແຕ່ງຕົວໃນຊຸດກະໂປ່ງເປັນແມ່ຍິງ ເພື່ອປົນເຂົ້າໄປໃນຝູງຊົນ ທີ່ກໍາລັງພະຍາຍາມຫລົບໜີແບບວຸ້ນວາຍ ຈາກເຫດການສັງຫານດັ່ງກ່າວ, ທ່ານໂຄເວລລີ ກ່າວໃນມື້ວັນອັງຄານວານນີ້.