ຜູ້ຕ້ອງສົງໄສຖືກຈັບ ຫຼັງຈາກ ຍິງແປດຄົນຕາຍ ຢູ່ໃນເຂດນະຄອນແອັດແລນຕາ

ພວກເຈົ້າໜ້າທີ່ກຳລັງສືບສວນການຍິງກັນຢູ່ບ່ອນອາບອົບນວດ ທີ່ເມືອງແອກເວີດ ລັດຈໍເຈຍ ວັນທີ 16 ມີນາ 2021.

ພວກເຈົ້າໜ້າທີ່ຢູ່ໃນລັດຈໍເຈຍ ໄດ້ຈັບຜູ້ຊາຍຄົນນຶ່ງໃນຕອນແລງວັນອັງຄານວານນີ້ ຫຼັງ
ຈາກໄດ້ເກີດມີການຍິງກັນຢ່າງຕໍ່ເນື່ອງ ທີ່ເຮັດໃຫ້ແປດຄົນເສຍຊີວິດ ຫົກ ຄົນແມ່ນແມ່ຍິງ
ເອເຊຍ.

ການໂຈມຕີຮອບທຳອິດເກີດຂຶ້ນຢູ່ບ່ອນອາບອົບນວດໃນເມືອງແອກເວີດ ປະມານ 50 ກິ
ໂລແມັດທາງເໜືອຂອງນະຄອນແອັດແລນຕາ. ພວກເຈົ້າໜ້າທີ່ຢູ່ທີ່ນັ້ນກ່າວວ່າ ມືປືນໄດ້
ສັງຫານແມ່ຍິງເອເຊຍສອງຄົນ ແມ່ຍິງຄົນຂາວຜູ້ນຶ່ງ ແລະຜູ້ຊາຍຄົນ ຂາວຜູ້ນຶ່ງ ແລະຜູ້ຊາຍ
ອີກຄົນນຶ່ງໄດ້ຮັບບາດເຈັບ.

ປະມານນຶ່ງຊົ່ວໂມງຕໍ່ມາຕຳຫຼວດແອັດແລນຕາໄດ້ພົບເຫັນແມ່ຍິງເອເຊຍສາມຄົນ ເສຍຊີ
ວິດ ຍ້ອນຖືກຍິງຢູ່ຮ້ານອາບອົບນວດ. ໃນເວລາຕໍ່ມາ ເຂົາເຈົ້າໄດ້ພົບເຫັນ ແມ່ຍິງເອເຊຍ
ຄົນນຶ່ງເສຍຊີວິດ ທີ່ຖືກຍິງຕາຍ ບໍ່ໄກຈາກທີ່ນັ້ນ.

ຕຳຫຼວດກ່າວວ່າ ວີດີໂອກ້ອງວົງຈອນປິດໄດ້ສະແດງໃຫ້ເຫັນລົດຜູ້ຕ້ອງສົງໄສຢູ່່ ທັງໝົດ
ສາມແຫ່ງ ແລະເຂົາເຈົ້າໝັ້ນໃຈທີ່ສຸດວ່າ ມືປືນແມ່ນຄົນດຽວກັນທີ່ຮັບຜິດ ຊອບຕໍ່ການ
ໂຈມຕີ.

ຫຼັງຈາກການໄລ່ຢູ່ທາງຮາຍເວແລ້ວ ຕໍ່ມາຕໍາຫຼວດໄດ້ຢຸດລົດຄັນນຶ່ງປະມານ 240 ກິໂລ
ແມັດ ຢູ່ທາງໃຕ້ນະຄອນແອັດແລນຕາແລະໄດ້ຈັບທ້າວໂຣເບີດ ແອຣັນ ລອງ ອາຍຸ
21 ປີ.

ການຍິງກັນເກີດຂຶ້ນທ່າມກາງການໂຈມຕີຕໍ່ຕ້ານຄົນທີ່ມາຈາກເອເຊຍຢູ່ໃນສະຫະ ລັດ.

ກຸ່ມຢຸດຄວາມກຽດຊັງ ອາເມຣິກັນເອເຊຍປາຊິຟິກ ແລະຊາວເກາະ (AAPI) ຮ້ອງການ
ຍິງກັນນີ້ວ່າ “ເປັນໂສກນາດຕະກຳທີ່ຊົ່ວຮ້າຍ” ຕໍ່ປະຊາຄົມຊາວເອເຊຍ.

ກຸ່ມດັ່ງກ່າວ ເວົ້າຢູ່ໃນຖະແຫຼງການວ່າ “ໄດ້ມີການບັນທຶກ ເປັນລຳດັບມາກ່ຽວກັບການ
ໂຈມຕີຕໍ່ຕ້ານປະຊາຄົມພວກເຮົາຫວ່າງມໍ່ໆມານີ້ໃນຂະນະທີ່ພວກເຮົາໄດ້ຮັບ ເກືອບ
3,800 ລາຍງານຂອງເຫດການຄວາມກຽດຊັງຢູ່ທົ່ວປະເທດນັບແຕ່ເດືອນ ມີນາ 2020 ເ
ປັນຕົ້ນມາ. ບໍ່ໄດ້ມີການດຳເນີນການຫຍັງເປັນທີ່ພຽງພໍເພື່ອປ້ອງກັນ ຊາວເອເຊຍອາເມຣິ
ກັນ ທີ່ຢູ່ໃນລະດັບສູງຂຶ້ນ ຂອງຄວາມກຽດຊັງ ຄວາມລຳອຽງ ແລະຄວາມຮຸນແຮງ.”

ສະມາຊິກສະພາຕໍ່າ ທ່ານນາງພຣາມິລາ ຈາຢາປາລ ສະມາຊິກສະພາ ກຸ່ມເອ ເຊຍປາຊິ
ຟິກອາເມຣິກັນໄດ້ສົ່ງຂໍ້ຄວາມທາງທວິດເຕີ້ວ່າ “ຫົວໃຈຂອງຂ້າພະເຈົ້າ ແຕກຫັກ ທີ່ໄດ້ຍິນ
ຂ່າວໂສກນາດຕະກຳນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ