ທ່ານນາງ Rice ຮຽກຮ້ອງ ໃຫ້ຂະຫຍາຍ ການຮ່ວມມື ທາງທະຫານ ກັບຈີນ (ສະໄລດ໌/ວີດີໂອ)

Volcanic lightning is seen at an eruption of Mount Sakurajima, in this photo taken from Tarumizu city, Kagoshima prefecture, southwestern Japan. (Kyodo photo)

ທີ່​ປຶກສາ​ຂັ້ນ​ສູງ​ຂອງ ປະ​ທາ​ນ​າທິບໍດີ Barack Obama ຮຽກ
ຮ້ອງ​ໃຫ້ ​ຂະຫຍາຍ​ການ​ຮ່ວມມື ທາງ​ທະຫານ​ ​ເພື່ອ​ຊ່ວຍ​ຫລຸດ
ຜ່ອນ​ຄວາມ​ເຄັ່ງ​ຕຶງລະຫວ່າງ ສະຫະລັດ ​ແລະຈີນ.

ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທ່ານ​ນາງ Susan Rice
​ໃຫ້ຄວາມເຫັນດັ່ງກ່າວໃນ​ວັນ​ອັງຄານ​ມື້​ນີ້ທີ່ນະຄອນຫຼວງປັກ​ກິ່ງ
ບ່ອນ​ທີ່ທ່າ​ນນາງ​ໄດ້​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຈີນ ​
ໃນ​ມື້​ທີ​ສອງຂອງ​ການ​ຢ້ຽມຢາມ​ເປັນ​ເວລາ​ສາມ​ວັນ.

ທ່ານນາງ Rice ເວົ້າວ່າ “ຄວາມສຳ​ພັນ​ດ້ານກອງທັບ ກັບກອງ
ທັບ ລະຫວ່າງສະຫະລັດ ​ແລະ​ຈີນ ​ໄດ້​ເພີ້​ມທະວີຂື້ນ ​ແລະ​ໄດ້ມີ
ຄວາມເຂັ້ມແຂງເພີ້ມຂຶ້ນໃນ ໄລຍະສອງສາມປີທີ່ຜ່ານມານີ້ ແລະມັນເປັນຂົງເຂດການປະ ສານງານ ທີ່ສະຫະລັດໃຫ້ຄວາມສຳຄັນເປັນພິເສດ.

ທ່ານນາງ Rice ຢ້ຽມຢາມ ຈີນ

ທ່ານ​ນາງ Rice ຮັບຮູ້​ວ່າ ວໍຊິງ​ຕັນແລະ​ປັກ​ກິ່ງ “ປະ​ເຊີນ​ໜ້າ​ກັບ​ບັນຫາ​ທ້າ​ທາຍ” ​ແຕ່​ທ່ານ​
ນາງ​ກໍກ່າວ​ວ່າ ​ຄວນຈະມີການດຳເນີນງານ ເພື່ອ​ຫລີກ​ລ່ຽງບໍ່ໃຫ້ ເກີດເຫດຮ້າຍທີ່ "ອາດ​ຈະ​ສ້າງຄວາມສັບສົນ​ແກ່​ຄວາມສຳພັນ​.”

ໃນອາທິດ​ແລ້ວ​ນີ້ ທຳນຽບຫ້າ​ແຈໄດ້ກ່າວ​ຫາ​ວ່າ ນັກ​ບິນ​ຂອງເຮືອບິນ​ລົບ​ຈີນລຳນຶ່ງໄດ້ດຳ ເນີນການແບບ “ອຸກອາດ” ​ແລະ “ບໍ່​ແມ່ນມືອາຊີບ” ຫລັງ​ຈາກ​ເຮືອບິນ​ລົບ​ຂອງ​ລາວ​ ໄດ້ ບິນເຂົ້າ​ມາໃກ້​ ​ເຮືອບິນ​ສອດ​ແນ​ມສະຫະລັດ ໃນລະຫວ່າງ 9 ແມັດ.

ຈີນ ປະ​ຕິ​ເສດ​ການ​ກ່າວ​ຫານີ້ ​ໂດຍ​ກ່າວ​ວ່າ ​ເຮືອບິນ​ລົບຂອງຕົນ ຢູ່​ລະຍະຫ່າງ ທີ່​ປອດ​
ໄພ. ລາຍ​ງານ​ກ່າວ​ວ່າ ບັນ​ຫາ​ເກີດ​ຂື້ນແມ່ນຍ້ອນການມີໜ້າຂອງ​ເຮືອບິນ ສະຫະລັດ
ຊຶ່ງກຳລັງບິນຢູ່ໃນເຂດນ່ານຟ້າ​ສາກົນ ປະ​ມານ 200 ກິ​ໂລ​ແມັດ ທາງ​ທິດຕາ​ເວັນ​ອອກ​
​ຂອງ​ເກາະ Hainan ທີ່ຕັ້ງຢູ່ໃນພາກໃຕ້ຂອງຈີນ.

Your browser doesn’t support HTML5

CHINA US DIPLOMACY VOSOT