ການສໍາຫຼວດຊາວອາເມຣິກັນເຊື້ອສາຍເອເຊຍທີ່ເປີດເຜີຍອອກມາໃນວັນພຸດຜ່ານມານີ້ ພົບວ່າ ຫຼາຍກວ່າສາມສ່ວນສີ່ແມ່ນມີທັດສະນະທີ່ດີຕໍ່ສະຫະລັດ, ໃນຂະນະທີ່ ມີພຽງ ແຕ່ 20 ເປີເຊັນເທົ່ານັ້ນ ທີ່ມີທັດສະນະທີ່ດີຕໍ່ຈີນ.
(ພາບໃນແຟມ) ສະມາຊິກຂອງອົງການສະຫະນຊາວເກົາຫລີ-ອາເມຣກັນໃນນະຄອນ Los Angeles ຂີ່ລົດທີ່ຕິດປ້າຍ '#Stop Asian Hate,' ຢູ່ໃນຂະບວນລົດຄາລາວານຢູ່ອ້ອມຮອບເຂດ Koreatown, ວັນທີ 19 ມີນາ, 2021
ສູງກາງຄົ້ນຄວ້າພີວ (Pew) ໄດ້ສໍາຫຼວດຜູ້ໃຫຍ່ຊາວອາເມຣິກັນເຊື້ອສາຍເອເຊຍ ຫຼາຍກວ່າ 7,000 ຄົນ ໃນລະຫວ່າງເດືອນກໍລະກົດ 2022 ຫາເດືອນມັງກອນ 2023, ໂດຍມີຄຳຖາມທີ່ເນັ້ນໃສ່ທັດສະນະຄະຕິ ຕໍ່ບ້ານເກີດເມືອງນອນຂອງເຂົາເຈົ້າ ແລະຕໍ່ປະເທດອື່ນໃນເອເຊຍ. ຜູ້ຕອບຄຳຖາມລວມມີຜູ້ທີ່ມີສາຍພົວພັນກັບຍີ່ປຸ່ນ, ເກົາ ຫຼີໃຕ້, ໄຕ້ຫວັນ, ຟີລິບປິນ, ຫວຽດນາມ, ອິນເດຍ ແລະ ຈີນ.
ເມື່ອຖາມກ່ຽວກັບບ້ານເກີດເມືອງນອນຂອງຕົນ, ມີພຽງ 41 ເປີເຊັນເທົ່ານັ້ນ ຂອງຊາວອາເມຣິກັນເຊື້ອສາຍຈີນທີ່ກ່າວວ່າ ເຂົາເຈົ້າມີທັດສະນະທີ່ດີຫຼາຍ ຫຼືປານກາງຕໍ່ຈີນ. ກຸ່ມອື່ນທີ່ຖືກສໍາຫຼວດສ່ວນໃຫຍ່ແມ່ນມີຄວາມຄິດເຫັນທີ່ດີກ່ຽວກັບບ້ານເກີດ ເມືອງນອນຂອງເຂົາເຈົ້າ.
ໃນບັນດາຊາວອາເມຣິກັນເຊື້ອສາຍເອເຊຍກຸ່ມອື່ນນັ້ນ ມີພຽງ 14ເປີເຊັນ ທີ່ບອກວ່າເຂົາເຈົ້າມີທັດສະນະທີ່ດີຕໍ່ຈີນ.
ປະທານາທິບໍດີໂຈ ໄບເດັນຢູ່ກັບ ນາຍົກ Narendra Modi ຂອງອິນເດຍໃນກອງປະຊຸມກັບຜູ້ນຳນັກທຸລະກິດຂອງອາເມຣິກາ ແລະອິນເດຍຢູ່ຫ້ອງກ້ຳຕາເວັນອອກຂອງທຳນຽບຂາວ, ວັນທີ 23 ມິຖຸນາ, 2023.
ການສຳຫຼວດຂອງສູນກາງຄົ້ນຄວ້າພີວໄດ້ພົບເຫັນວ່າ ຍິ່ງຊາວອາເມຣິກັນເຊື້ອສາຍຈີນຢູ່ໃນສະຫະລັດດົນປານໃດ, ທັດສະນະທີ່ດີຂອງເຂົາເຈົ້າຕໍ່ຈີນຍິ່ງໜ້ອຍລົງ. ສໍາລັບຜູ້ ທີ່ອາໄສຢູ່ໃນສະຫະລັດໄດ້ 10 ປີ ຫຼືຫນ້ອຍກວ່າ 56 ເປີເຊັນແມ່ນ ມີທັດສະນະໃນທາງບວກເມື່ອທຽບກັບ 38 ເປີເຊັນ ສໍາລັບຜູ້ທີ່ຢູ່ໃນສະຫະລັດໄດ້ 21 ປີ ຫຼືດົນ ກວ່ານັ້ນ.