ປະຊາຊົນສ່ວນໃຫຍ່ຂອງເກົາຫຼີໃຕ້, ຟີລິບປິນ ແລະສິງກະໂປ, ຕ່າງກໍໄດ້ ສະ ແດງຄວາມກັງວົນທີ່ສຸດ ກ່ຽວກັບຜົນກະທົບຂອງຄວາມເຄັ່ງຕຶງ ທີ່ເພີ້ມສູງຂຶ້ນລະຫວ່າງ ສະຫະລັດ ແລະ ຈີນ, ເຊິ່ງຫຼາຍຄົນເປັນຫ່ວງວ່າ ການປະເຊີນໜ້າກັນທາງພູມສາດການເມືອງລະຫວ່າງສອງປະເທດມະຫາອໍານາດ ສາມາດເຮັດໃຫ້ຄວາມໝັ້ນຄົງແຫ່ງຊາດຂອງພວກເຂົາເຈົ້າຫຼຸດລົງ, ອີງຕາມການສໍາຫຼວດຄວາມຄິດເຫັນ ທີ່ໄດ້ເປີດເຜີຍອອກມາໃນອາທິດນີ້.
ການສໍາຫຼວດດັ່ງກ່າວ ດໍາເນີນການໂດຍມູນນິທິ Eurasia Group ເຊິ່ງພົບວ່າ ໂດຍທົ່ວໄປ ສະຫະລັດ ມີຄະແນນທີ່ນໍາໜ້າຈີນຫຼາຍ, ໂດຍ 70 ເປີເຊັນຂອງແບບສອບຖາມໃນສາມປະເທດ ລາຍງານໄປໃນທາງບວກກ່ຽວກັບສະຫະລັດ, ໃນຂະນະທີ່ ມີພຽງ 34 ເປີເຊັນກ່າວຄືກັນ ກ່ຽວກັບຈີນ.
ແນວໃດກໍຕາມ, ຜົນສະຫຼຸບແມ່ນມີຜົນທີ່ແຕກຕ່າງກັນຫຼາຍ ໃນແຕ່ລະປະເທດ, ເຊິ່ງການຕອບແບບຖາມສ່ວນຫຼາຍໃນສິງກະໂປລາຍງານວ່າ ມີມຸມມອງກ່ຽວກັບສະຫະລັດໄປທາງລົບແລະມີມຸມມອງກ່ຽວກັບຈີນໄປທາງບວກ, ເຊິ່ງກົງກັນຂ້າມ ກັບ ເກົາຫຼີໃຕ້ ແລະ ຟີລິບປິນ.
ແຟ້ມຮູບ-ທະຫານເກົາຫຼີໃຕ້ ປະຕິບັດງານ ໃນການຝຶກຊ້ອມການຂ້າມແມ່ນໍ້າຮ່ວມກັນ ພ້ອມດ້ວຍກອງທັບສະຫະລັດ, ໃນເມືອງ Yeoju, ເກົາຫຼີໃຕ້, ວັນທີ 19 ຕຸລາ 2022.
ຈໍານວນໂຕເລກທີ່ສໍາຄັນ ຂອງຜູ້ຄົນໃນທັງໝົດສາມປະເທດ ລາຍງານວ່າ ມີຄວາມຮູ້ສຶກທາງບວກຕໍ່ທັງ ສະຫະລັດ ແລະ ຈີນ, ເຊິ່ງມີສ່ວນເຮັດໃຫ້ຫຼາຍຄົນປະເຊີນໜ້າກັບຄວາມຍາກລໍາບາກ ເມື່ອພວກເຂົາເຈົ້າຮູ້ສຶກວ່າ ຖືກບັງຄັບໃຫ້ “ເລືອກຝ່າຍໃດນຶ່ງ” ໃນການປະເຊີນໜ້າກ່ຽວກັບການແຂ່ງຂັນທາງມະຫາອໍານາດ. ໝົດທັງສາມປະເທດ, ຜົນຕອບຄໍາຖາມ 56.9 ເປີເຊັນແມ່ນເຫັນດີນໍາຖະແຫຼງການ, “ການເມືອງຂອງປະເທດຂ້ອຍ ຈະເພີ້ມທະວີຄວາມຮຸນແຮງຂຶ້ນ ເມື່ອພັກການເມືອງມີການເລືອກຝ່າຍ ໃນການແຂ່ງຂັນລະຫວ່າງ ສະຫະລັດ ແລະ ຈີນ.”