ສານສູງສຸດ ສຫລ ຈະຮັບຟັງ ເລື່ອງ ພວກຄົນ ເຂົ້າເມືອງ ທີ່ ປ. ໂອບາມາ ໄດ້ສັ່ງການໄປ

ພວກຄົນເຂົ້າເມືອງ ຈາກທະວີບອາເມຣິການກາງ ໃນຂະນະທີ່ພວກເຂົາ ຄອຍຮັບຟັງຜົນ ການໃຫ້ກາານຊ່ວຍເຫຼືອ ຢູ່ທີ່ສູນຕ້ອນຮັບ ຄອບຄົວພວກຄົນຍ້າຍຖິ່ນຖານ ທີ່ຫາກໍໄປຮອດໃໝ່ໆ ພ້ອມກັນກັບພວກລູກເຕົ້າຂອງເຂົາເຈົ້າ ຢູ່ທີ່ໂບດ Sacred Heart Catholic ໃນເມືອງ McAllen ຂອງລັດ Texas.

ໃນ​ວັນ​ຈັນ​ຈະ​ມາເຖິງ​ນີ້ ສານສູງສຸດ ສະຫະລັດ ແມ່ນມີໝາຍກຳນົດທີ່ຈະຮັບຟັງຂໍ້ຄຳ​ໃຫ້ ການ​ກ່ຽວ​ກັບ ກໍລະນີ ເລື້ອງຄົນເຂົ້າເມືອງສະຫະລັດ ທີ່ທ້າທາຍຕໍ່ການສັ່ງ​ການ ດ້ານບໍລິ ຫານ ຂອງປະທານາທິບໍດີ ບາຣັກ ໂອບາມາ ທີ່ຖ່ວງເວລາ ຂອງການເນລະເທດ ພວກຄົນ ເຂົ້າເມືອງ ທີ່ບໍ່ມີເອກະສານ ເກືອບ 5 ລ້ານຄົນ ນັ້ນ.

ຄະດີ​ຄວາມລະຫວ່າງ ສະຫະລັດ ກັບລັດ Texas ນັ້ນແມ່ນກ່ຽວກັບສອງຂໍ້​ລິເລີ້ມບັນຍັດ ຂອງ​ລັດຖະບານ​ທ່ານ​ໂອ​ບາ​ມາ ​ທີ່​ມີ​ຊື່ວ່າ Deferred Action for Childhood Arrivals (DACA) ແລະ Deferred Action for Parents of Americans (DAPA) ຊຶ່ງສະເໜີ​ໃຫ້ການປົກປ້ອງໃຫ້ແກ່ ພວກຄົນເຂົ້າເມືອງ ໂດຍການອະນຸຍາດໃຫ້ພວກເຂົາເຈົ້າ ເຮັດ ວຽກ ໄດ້ຢ່າງຖືກຕ້ອງຕາມ​ກົດໝາຍ ໃນໄລຍະເວລາສອງປີ ແລະສາມາດຕໍ່ອາຍຸການໄດ້.

ຄົນເຂົ້າເມືອງ ແມັກຊິກກັນ ກຳລັງລົມກັບ ສະມາຊິກຄອບຄົວ ຜ່ານຮົ້ວ ລະຫວ່າງ ເມືອງ Ciudad Juarez ແລະ ເມືອງ El Paso ຂອງສະຫະລັດ, ວັນທີ 15 ກຸມພາ 2016.

ມາດຕະການຕ່າງໆ ອາດສາມາດປົກປ້ອງພວກຄົນເຂົ້າເມືອງຊາວໜຸ່ມ ຈາກການຖືກເນ ລະເທດ ຖ້າຫາກ​ວ່າພວກເຂົາເຈົ້າ ໄດ້ຖືກນຳເຂົ້າມາໃນສະຫະລັດ​ແບບຜິດກົດໝາຍໃນ ຕ້ອນ​ເຍົາ​ໄວນັ້ນ. ພວກເຂົາເຈົ້າຍັງຈະໄດ້ຮັບການປົກປ້ອງຈາກການຖືກເນລະເທດທີ່​ຍືນ​ເວລາ​ອອກ​ໄປ​ນັ້ນ​ນຳ ຖ້າ​ຫາກ​ວ່າມີພໍ່ແມ່ທີ່ເປັນພົນລະເມືອງສັນຊາດ​ອາ​ເມຣິກັນ ແລະ ເປັນຜູ້ທີ່ອາໄສ ຢູ່ໃນສະຫະລັດຢ່າງຖາວອນ ເປັນເວລາຫຼາຍໆປີນັ້ນ.

ຜູ້ທີ່ໄດ້ຮັບຜົນປະໂຫຍດ ແມ່ນພວກຄົນເຊັ່ນ ນາງ Teresa Garcia ຈາກນະຄອນ Seattle ຂອງລັດ Washington ທີ່​ໄດ້ບອກອົງການຂ່າວ AP ວ່າ ນາງໄດ້ອາໄສ ຢູ່ໃນ ສະຫະລັດຢ່າງຜິດກົດໝາຍເປັນເວລາ 14 ປີ ຫຼັງຈາກທີ່ໄດ້ຢູ່ກາຍວີຊ້າທ່ອງທ່ຽວ. ນາງມີ ລູກສາວອາຍຸ 11 ປີ ຜູ້ທີ່ໄດ້ສັນຊາດອາເມຣິກັນ ແລະ ລູກຊາຍສອງຄົນ ຜູ້ທີ່ໄດ້ຮັບຜົນປະ ໂຫຍດຈາກ ຂໍ້​ບັນຍັດປົກປ້ອງຂອງ DACA ດັ່ງກ່າວ​ນີ້.

ນາງ Garcia ໄດ້ບອກອົງການຂ່າວ AP ວ່າ “ການມີ ບັດ Social Security ນັ້ນ ໝາຍ ເຖິງ ການມີອານາຄົດທີ່ດີສຳລັບຂ້າພະເຈົ້າ. ໃນເວລາທີ່ຂ້າພະເຈົ້າເວົ້າວ່າ ອະນາຄົດ ທີ່ ດີກວ່າ ໝາຍ​ຄວາມ​ວ່າ ພວກເຮົາດິ້ນຮົນ​ເອົາ​ຕົວ​ລອດດ້ວຍການມີເງິນໜ້ອຍດຽວ ທີ່ສາມີ ຂ້າພະເຈົ້າໄດ້ຮັບສຳລັບຄອບຄົວພວກເຮົາ. ມັນເຮັດໃຫ້ການເປັນຢູ່ແຕ່ລະມື້ ຕຶງຄຽດ. ພວກເຮົາດິ້ນຮົນເພື່ອທີ່ຈະຈ່າຍທຸກສິ່ງທຸກຢ່າງ.”

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ