ປ. ໂອບາມາ ກ່າວວ່າ ສານສູງສຸດ ອະນຸມັດໃຫ້ ພວກຮັກເພດດຽວກັນ ແຕ່ງງານໄດ້ ແມ່ນໄຊຊະນະ

Your browser doesn’t support HTML5

ປະທານາທິບໍດີບາຣັກ ໂອບາມາ ໄດ້ກ່າວຊົມເຊີຍ ການຕັດສິນ
ຂອງສານສູງສຸດສະຫະລັດໃນວັນສຸກວານນີ້ວ່າ ເປັນໄຊຊະນະ
ສຳລັບຊາວອາເມຣິກັນ ທີ່ວ່າ ຄົນເພດດຽວກັນມີສິດແຕ່ງງານຢູ່
ບ່ອນໃດກໍໄດ້ ໃນສະຫະລັດ.

ສານສູງສຸດໄດ້ຕັດສິນ 5 ຕໍ່ 4 ໂດຍເວົ້າວ່າ ລັດຖະທຳມະນູນສະ
ຫະລັດໄດ້ຄ້ຳ ປະກັນຂະບວນການທາງກົດໝາຍ ແລະການໃຫ້ ຄວາມຄຸ້ມຄອງເທົ່າທຽມກັນແກ່ທຸກໆການຕັດສິນລຶບລ້າງທີ່ລັດ
ຕ່າງໆພະຍາຍາມ ເຮັດໃຫ້ການແຕ່ງງານ ຂອງຄົນເພດດຽວກັນ ເປັນສິ່ງທີ່ຜິດກົດໝາຍນັ້ນ. ປັດຈຸບັນ ພວກຮັກຮ່ວມເພດຜູ້ຊາຍ ແລະແມ່ຍິງສາມາດແຕ່ງງານໄດ້ຢູ່ໃນ 36 ລັດແລະຢູີທີ່ນະຄອນ
ຫຼວງຂອງສະຫະ ລັດ. ການຕັດສິນດັ່ງກ່າວນີ້ ຈະຂະຫຍາຍສິດທິໃນການແຕ່ງງນ ໄປທົ່ວ ທັງ 50 ລັດ.

ທ່ານໂອບາມາ ກ່າວທີ່ທຳນຽບຂາວ ຫລັງຈາກການຕັດສິນ ທີ່ມີຄວາມສຳຄັນ ຄັ້ງປະຫວັດ ສາດວ່າ “ການຕັດສິນນີ້ຈະເຮັດໃຫ້ຄວາມບໍ່ແນ່ນອນກ່ຽວກັບການແຕ່ງງານຂອງຄົນເພດ ດຽວກັນຫຼາຍຮ້ອຍພັນຄົນ ທີ່ກຳລັງປະເຊີນຢູ່ສິ້ນສຸດລົງ. ມັນຈະເສີມຄວາມເຂັ້ມແຂງ ໃຫ້ ແກ່ປະຊາຄົມຂອງພວກເຮົາທັງໝົດ.

Your browser doesn’t support HTML5

President Obama's Statement on the Supreme Court's Same-Sex Marriage Ruling

ທ່ານກ່າວຕື່ມວ່າ “ຄວາມກ້າວໜ້າ ມັກມີຂຶ້ນເປັນຂັ້ນໆ ບາງຄັ້ງສອງກ້າວໄປຂ້າງ ຖອຍຫຼັງ ກ້າວນຶ່ງ. ບາງເທື່ອ ມັນກໍມີມື້ແບບນີ້ ເມື່ອມັນຊ້າລົງ ການດຳເນີນ ຄວາມພະຍາຍາມແບບ ໝັ້ນຄົງ ກໍໄດ້ຮັບຜົນຕອບແທນ ດ້ວຍຄວາມຍຸຕິທຳທີ່ມາຮອດຄືກັນກັບຟ້າຜ່າ.”

ທ່ານໂອບາມາກ່າວວ່າ “ອາເມຣິກາຄວນຈະພູມໃຈເປັນຢ່າງຍິ່ງ.”

ນອກນັ້ນ ທ່ານໂອບາມາຍັງໄດ້ໂທລະສັບໄປຫາ Jim Obergefell ເພື່ອສະແດງຄວາມດີ ໃຈຕໍ່ຜູ້ກ່ຽວ ໃນລາຍການທາງໂທລະພາບສົດ.

ຜົນຂອງການຕັດສິນດັ່ງກ່າວ ແມ່ນຈຸດສຸດຍອດໃນການຟ້ອງຮ້ອງຕໍ່ສານສູງສຸດເປັນເວລາ ສອງທົດສະວັດ ກ່ຽວກັບການແຕ່ງງານແລະສິດທິຂອງພວກຮັກຮ່ວມເພດ.