ສານສູງສຸດສະຫະລັດ ເຫັນພ້ອມກ່ຽວກັບສິດທິໃນການທຳແທ້ງ ໃນວັນຈັນວານນີ້ ໂດຍຕັດສິນວ່າ ທຸກໆລັດໃນທົ່ວສະຫະລັດ ບໍ່ມີສິດທີ່ຈະຈຳກັດສິດທິຕາມລັດຖະ ທຳມະນູນຂອງພວກ ແມ່ຍິງ ໃນການທີ່ຈະສິ້ນສຸດການຕັ້ງຄັນຂອງຕົນ ໂດຍຈຳກັດ ດ້ວຍຄວາມຕັ້ງໃຈ ແບບບໍ່ຍຸຕິທຳໃນການໃຊ້ສິດຂອງພວກເຂົາເຈົ້າ ເພື່ອເຂົ້າເຖິງ ສຸກສາລາທຳແທ້ງໄດ້ນັ້ນ.
ການຕັດສິນ 5 ຕໍ່ 3 ນັ້ນ ອາດຈະແມ່ນການຕັດສິນທີ່ສຳຄັນສຸດຂອງສານສູງສຸດ ກ່ຽວກັບສິດທິໃນການທຳແທ້ງ ໃນຮອບ 25 ປີຜ່ານມາ.
ພວກທີ່ສະໜັບສະໜຸນການມີຊີສິດ ຫຼື Pro-life ແລະ pro-choice ທີ່ພາກັນຖືປ້າຍສະແດງອອກຄວາມເຫັນ ຫຼັງຈາກທີ່ສານສູງສຸດສະຫະລັດ ຕັດສິນຮັບຜ່ານກົດໝາຍໃຫ້ສິດແມ່ຍິງໃນການທຳແທ້ງ, 27 ມິຖຸນາ, 2016. (J. Oni / VOA News)
ການຕັດສິນດັ່ງກ່າວນີ້ ໄດ້ຕ່າວປີ້ນກົດໝາຍ ທີ່ລັດ Texas ໃນພາກຕາເວັນອອກ ສຽງໃຕ້ຂອງສະຫະລັດ ທີ່ຄ້າຍຄືກັນກັບຢູ່ໃນຫລາຍໆລັດ ທີ່ບັງຄັບໃຫ້ ພວກທ່ານໝໍທຳແທ້ງ ອະນຸຍາດໃຫ້ພວກຜູ້ປ່ວຍຮັບເຂົ້າໂຮງພະຍາບານທີ່ຢູ່ໃກ້ໆ ກັບສຸກສາລາຂອງພວກເຂົາເຈົ້າ ແລະວ່າສຸກສາລາຂອງພວກເຂົາເຈົ້ານັ້ນ ແມ່ນມີອຸບປະກອນຄົບຖ້ວນພຽບພ້ອມ ໃຫ້ມີຄຸນະພາບ ເທົ່າທຽມກັບເຄື່ອງມືໃນໂຮງພະຍາ ບານ.
ພວກທີ່ສະໜັບສະໜຸນການມີຊີວິດ ຫຼື Pro-life ແລະ pro-choice ທີ່ພາກັນຖືປ້າຍສະແດງອອກຄວາມເຫັນ ຫຼັງຈາກທີ່ສານສູງສຸດສະຫະລັດ ຕັດສິນຮັບຜ່ານກົດໝາຍໃຫ້ສິດແມ່ຍິງໃນການທຳແທ້ງ ທີ່ມີຄະແນນ 5 ຕໍ່ 3, 27 ມິຖຸນາ, 2016. (J. Oni / VOA News)
ໃນການຂຽນຄຳຕັດສິນຂອງສຽງສ່ວນຫລາຍນັ້ນ ຜູ້ພິພາກສາ Stephen Breyer ໄດ້ກ່າວວ່າ ລະບຽບການຂອງລັດຕ່າງໆແມ່ນບໍ່ສຳຄັນ ແລະເປັນຂໍ້ຈຳກັດທີ່ບໍ່ຖືກຕ້ອງ ຕາມລັດຖະ ທຳມະນູນ ຕໍ່ສິດທິຂອງພວກແມ່ຍິງໃນການທຳແທ້ງ.“ກົດລະບຽບບັງຄັບ ຂອງສູນຜ່າຕັດ, ເຊັ່ນການຮັບເອົາສິດຂອງຜູ້ປ່ວຍທີ່ຮ້ອງຮຽນ ນັ້ນແມ່ນການໃຫ້ບໍລິ ການເພື່ອຜົນປະໂຫຍດທາງສຸຂະພາບຕໍ່ພວກແມ່ຍິງ ຊຶ່ງຍັງຜົນໃຫ້ມີບັນຫາຫຍຸ້ງ ຍາກຕ່າງໆ ຕໍ່ພວກແມ່ຍິງທີ່ຈະຊອກຫາທາງອອກໃນການທຳແທ້ງດັ່ງກ່າວນີ້ ແລະເປັນ ການຈຳກັດແບບບໍ່ຍຸຕິທຳ ຕໍ່ສິດທິຕາມລັດຖະທຳມະນູນທີ່ຈະສາມາດ ໃຊ້ສິດນີ້ໄດ້,” ຊຶ່ງທ່ານ Breyer ໄດ້ກ່າວໄວ້ເຊັ່ນນີ້.
ປະຕິກິລິຍາຫຼັງຈາກການຕັດສິນຂອງສານສູງສະຫະລັດ:
Your browser doesn’t support HTML5
Reaction to the Supreme Court’s Historic Ruling on Abortion
ລັດ Texas ໄດ້ໂຕ້ແຍ້ງວ່າ ກົດໝາຍໃນລັດຕົນ ໄດ້ຊ່ອຍປົກປ້ອງສຸຂະພາບຂອງ ພວກແມ່ຍິງ ທີ່ທຳການແທ້ງລູກ ແຕ່ວ່າພວກຕໍ່ສູ້ເພື່ອສິດທິໃນການທຳແທ້ງ ໄດ້ກ່າວວ່າ ກົດໝາຍນີ້ ແມ່ນ ໄດ້ຖືກປິດບັງຍ້ອນຄວາມພະຍາຍາມໂດຍລັດທີ່ນິຍົມແນວທາງເດີມ ທີ່ພະຍາຍາມຈະຕັດກໍລະນີຂອງການທຳແທ້ງຢູ່ລັດ Texas ລົງ ຊຶ່ງໃນແຕ່ລະປີມີ 70 ພັນລາຍ ຊອກຫາການທຳແທ້ງນັ້ນ.
ການຕັດສິນຂອງສານສູງສຸດສະຫະລັດ ແມ່ນມີຂຶ້ນໃນມື້ສຸດທ້າຍຂອງສະໄໝການຮັບ ໜ້າ ທີ່ຂອງໃນປະຈຸບັນກ່ອນທີ່ຈະຢຸດພັກຮ້ອນ ຊຶ່ງອາດຈະມີຜົນກະທົບຕໍ່ພວກແມ່ຍິງ ຫຼາຍພັນໆຄົນໃນລັດ Texas ພຽງລັດດຽວເທົ່ານັ້ນ ແລະວ່າມັນອາດຈະມີຫຼາຍກວ່ານັ້ນ ໃນທົ່ວສະຫະລັດ.
ພວກທີ່ສະໜັບສະໜຸນການມີຊີວິດ ຫຼື Pro-life ແລະ pro-choice ທີ່ພາກັນຖືປ້າຍສະແດງອອກຄວາມເຫັນ ຫຼັງຈາກທີ່ສານສູງສຸດສະຫະລັດ ຕັດສິນຮັບຜ່ານກົດໝາຍໃຫ້ສິດແມ່ຍິງໃນການທຳແທ້ງ ທີ່ມີຄະແນນ 5 ຕໍ່ 3, 27 ມິຖຸນາ, 2016. (J. Oni / VOA News)