ການຖ່າຍທອດໂທລະພາບ ການແຂ່ງຂັນຊິງແຊັມສັນນິບາດ
ຟຸດບອນແຫ່ງຊາດອາເມຣິກັນ ຫລື NFL ທີ່ເອີ້ນວ່າ Super
Bowl ໃນແລງວັນອາທິດທີ່ຜ່ານມານີ້ ເປັນລາຍການທີ່ມີຄົນ
ເບິ່ງຫລາຍທີ່ສຸດເປັນປະຫວັດການຂອງສະຫະລັດ.
ໄຊຊະນະຢ່າງໜ້າຕື່ນເຕັ້ນ 28 ຕໍ່ 24 ໂດຍທີມ Patriots ຂອງ
ເຂດ New England ຕໍ່ທີມ Seahawks ຈາກນະຄອນ Seat-
tle ມີຊາວອາເມຣິກັນ 114 ລ້ານ 4 ແສນຄົນ ໄດ້ເບິ່ງກັນ ອີງ
ຕາມໂທລະພາບ NBC ທີ່ໄດ້ຖ່າຍທອດການແຂ່ງຂັນດັ່ງກ່າວ
ຢູ່ນອກນະຄອນ Phoenix ໃນລັດ Arizona ນັ້ນກໍຄື ມີ 2 ລ້ານ
2 ແສນຄົນ ຫລາຍກວ່າການແຂ່ງຂັນ Super Bowl ຄັ້ງກ່ອນ
ຊຶ່ງມີຜູ້ເບິ່ງຜູ້ຊົມຫລາຍເປັນປະຫວັດການຄືກັນ ເວລາທີມ Seahawks ໄດ້ໄຊຊະນະທີມ Bronco ຂອງນະຄອນ Denver ຢູ່ນອກນະຄອນ New York.
Super Bowl XLIX
ປະທານກຸ່ມກິລາ ໂທລະພາບ NBC ທ່ານ Mark Lazarus ກ່າວວ່າ ປີນີ້ມີ 600,000
ຄົນ ເບິ່ງການແຂ່ງຂັນ ທີ່ມີການປະກາດເປັນພາສາສະແປນິສ ຢູ່ໃນ ຕາໜ່າງເຄເບີລ
ຂອງໂທລະພາບ NBC Universal.
ເຈັດໃນຈຳນວນແປດລາຍການ ທີ່ມີຄົນເບິ່ງຫລາຍທີ່ສຸດຢູ່ໃນປະຫວັດສາດ ສະຫະລັດ
ແມ່ນ Super Bowl.
ເພາະວ່າ ມີບັນດາຜູ້ຄົນເບິ່ງ Super Bowl ຫລາຍທີ່ສຸດນັ້ນ ການໂຄສະນາ ສຳຫລັບ
ປີນີ້ຈຶ່ງສູງເປັນປະຫວັດການຄື 4 ລ້ານ 5 ແສນໂດລາ ຕໍ່ 30 ວິນາທີ.
Your browser doesn’t support HTML5
HashtagVOA: The Super Bowl: Sports, Ads, and Dollars