ທີມ Packers ຊະນະທີມ Steelers ໃນການແຂ່ງຂັນ Super Bowl

  • ສິງ ບູຣົມມະວົງ

ນາຍ Aaron Rodgers ສະຫລອງໄຊຊະນະ ຫລັງຈາກທີມ Green Bay Packers ຂອງຜູ້ກ່ຽວ ຊະນະທີມ Steelers ໃນການແຂ່ງຂັນຊະນະເລີດ ວັນທີ 6, ກຸມພາ 2011

ທີ​ມກີລາ football ອາ​ເມຣິກັນ Green Bay Packers ​ໄດ້ຊະນະ​ທີມ Pittsburg Steelers ດ້ວຍ​ຄະ​ແນນ 31 ຕໍ່ 25 ​ໃນການ​ແຂ່ງຂັນ Super Bowl ຄັ້ງ​ທີ 45 ​ໃນ​ແລງ​ວັນ​ອາທິດ​ວານ​ນີ້ ​ອັນ​ເປັນ​ການ ແຂ່ງຂັນຊິງ​ຂັນ​ຊະນະ​ເລີດ ປະ​ຈໍາ​ປີ 2010 ຂອງ​ສະມາຄົມ​ກີລາ Football ​ມື​ອາຊີບແຫ່ງ​ຊາດຂອງສະຫະລັດ.

ນາຍ Aaron Rodgers ຜູ້​ແກວ່ງ​ລູກ​ບານ​ຫລື Quarter-
back ຂອງທີ​ມ Packers ​ແກວ່ງ​ບານ​ໄດ້ 3 touch-
downs ຊຶ່ງ​ເຮັດ​ໃຫ້​ທີມດັ່ງ​ກ່າວຍາດ​ເອົາ​ຂັນ Super Bowl ມາ​ໄດ້ ​ເປັນ​ເທື່ອທີ 4 ​ແລະ​ໄດ້ຄອງ​ຕໍາ​ແໜ່​ງ Champ ​ເປັນຄັ້ງ​ທີ 13 ຂອງ​ສະມາ ຄົມ football ​ແຫ່ງ​ຊາດ. ນາຍ Rodgers ​ໄດ້​ຖືກ​ເລືອກ​ເປັນ​ນັກກີລາ​ທີ່​ມີ​ຄຸນ​ຄ່າ​ຫລາຍ​ທີ່​ສຸດ​ໃນ​ການ​ແຂ່ງຂັນ​ຄັ້ງ​ນີ້.

ທີ​ມ Packers ​ໄດ້​ຊະນະ Super Bowl ຂອງ​ເຂົາ​ເຈົ້າ​ຄັ້ງ​ທໍາ​ອິດ​ໃນ ຮອບ 14 ປີ ທີ່ ສະໜາມ​ກີລາ Cowboys Stadium ຢູ່​ນອກ​ເມືອງ Dallas ລັດ Texas ​ໃນວັນ​ອາທິດ​ວານ​ນີ້ ຊຶ່ງ​ເຮັດ​ໃຫ້ທີ​ມ Green Bay ​ໄດ້​ຄອງ​ຂັນ Super Bowl Vince Lombardi Trophy ອີກ​ຄັ້ງ​ນຶ່ງ ຊຶ່ງ​ຂັນ​ທີ່​ວ່າ​ນີ້ ​ແມ່ນ​ຕັ້ງ​ຊື່​ຕາມ​ມື້​ລາງ​ຫົວໜ້າ​ຄູ​ຝຶກ​ຂອງ​ທີ​ມ Packers ທີ່​ນໍາພາ​ທີ​ມ​ໄປ​ຍາດ​ເອົາ​ຖ້ວຍ Super Bowl ມາ​ໄດ້ 2 ຄັ້ງ​ທໍາ​ອິດນັ້ນ.