ສຫລ ຖືກເພື່ອນບ້ານ ໃນທະວີບອາເມຣິກາ ກົດດັນ ໜັກຂຶ້ນ ກ່ຽວກັບຄິວບາ

  • ທອງປານ ເທບວົງສາ

ທ່ານນາງ Christina Fernandez ປະທານາທິບໍດີ ອາເຢັນຕິນາ (ຂວາ) ນາຍົກລັດຖະມົນຕີ Barbua (ຊ້າຍ) ແລະປະທານາທິບໍດີແມ໊ກຊິໂກ ທ່ານ Felipe Calderon (ກາງ) ທີ່ກອງປະຊຸມສຸດຍອດປະເທດອາເມຣິກາ

ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ກໍາລັງ​ປະ​ເຊີນ​ກັບ​ ຄວາມ​ກົດ​ດັນຢ່າງ​
ບໍ່​ລົດ​ລະ ຈາກ​ບັນດາ​ຄູ່​ຕໍາ​ແໜ່​ງຂອງ​ທ່ານ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງກຸ່ມປະ​ເທດໃນ​ທະ
ວີບອາ​ເມຣິກາ ​ທີ່​ປະ​ເທດ​ໂຄ​ລົມ​ເບຍເພື່ອ​ໃຫ້​ໂຮມເອົາຄິວ​ບາ ​ເຂົ້າໃນ​ກອງ​ປະຊຸມ​ຂອງ​ກຸ່ມ
ໃນ​ອະນາຄົດ.

ທັງບັນດາ​ປະ​ເທດ​ທີ່​ອ່ຽງຊ້າຍ​ແລະ​ອະນຸລັກ​ນິຍົມ ກໍາ​ລັງຜັກ​ດັນ​ໃຫ້ປະ​ເທດ​ຄອມ​ມີ​ວນີສ
ຄິວບາໄດ້ເຂົ້າມາ​ຮ່ວມ​ນໍາ ​ໃນກອງ​ປະຊຸມ​ສຸດຍອດຄັ້ງ​ຕໍ່​ໆໄປ. ທ່ານ Juan Manuel
Santos ປະທານາທິບໍດີໂຄ​ລົມເບຍ ຊຶ່ງ​ເປັນ​ເຈົ້າ ພາບ​ກອງ​ປະຊຸມ​ ບອກ​ບັນດາ​ຜູ້​ເຂົ້າ
ຮ່ວມ​ປະຊຸມ​ວ່າ ​ໃນບັນຍາກາດຂອງ​ ປັດຈຸບັນ​ນີ້ ມັນ​ບໍ່​ມີ​ເຫດຜົນ​ອັນ​ໃດ​ເລີຍ ທີ່​ຈະ​ບໍ່​ໃຫ້
ຄິວ​ບາ​ເຂົ້າຮ່ວມ​ກອງ​ປະຊຸມນໍາ.

ທ່ານ Rafael Correa ປະທານາທິບໍດີ ອີ​ຄວາ​ດໍ ກໍ​ໄດ້​ບອຍຄ໊ອດບໍ່​ຍອມໄປຮ່ວມ​ກອງ​
ຊຸມທີ່​ເມືອງ Cartagena ນັ້ນ ​ເພື່ອ​ປະ​ທ້ວງ​ຕໍ່​ການຍົກ​ເວ້ນຄິວ​ບາ ​ຈາກ​ກອງ​ປະຊຸມ​.

ຝ່າຍ​ສະຫະລັດ​ໄດ້ໂຕ້​ແຍ້​ງວ່າ ຄິວ​ບາ ບໍ່​ມີ​ສິດ​ເຂົ້າຮ່ວມ​ ເພາະວ່າຄິວ​ບາ​ຍັງ​ບໍ່​ມີ​ປະຊາທິ
ປະ​ໄຕ ​ແລະບໍ່​ເຄົາລົບ​ຕໍ່ສິດທິ​ມະນຸດ​ຂອງ​ປະຊາຊົນ​ຄິວ​ບາ​ນໍາ​ອີກ.

ບັນດາ​ປະມຸກ​ ​ແລະ​ລັດຖະບານຂອງ​ຫລາຍ​ກວ່າ 30 ປະ​ເທດ ກໍາລັງ ປະກອບສ່ວນ​ໃນ
ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ່​ຫົກ ​ຂອງ​ພວກ​ປະ​ເທດ​ໃນ​ຂົງ​ເຂດ​ອາ​ເມຣິກາ ຊຶ່ງ​ເປັນ​ກອງ​ປະຊຸມ
ສອງ​ວັນ ​ແລະ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ອາທິດ​ມື້​ນີ້.