ລົດລະເບີດ ສະຫຼະຊີບ ສັງຫານ 5 ຄົນ ຢູ່ໃກ້ ສະໜາມບິນ ໃນກາບູລ

ບັນດາພະນັກງານ ອັຟການິສຖານ ມ້ຽນມັດເສດສິ່ງຕ່າງໆ ອອກຈາກສະຖານທີ່ ລົດບັນຈຸລະເບີດແຕກຂຶ້ນ ຢູ່ປະຕູທາງເຂົ້າສະໜາມບິນ ສາກົນ ກາບູລ ຂອງ ອັຟການິສຖານ, ວັນທີ 10 ສິງຫາ 2015.

ກຸ່ມ​ທາ​ລີ​ບານ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ສຳ​ຫລັບ
​ລົດ​ລະ​ເບີດ​ສະຫຼະຊີບ ໃນ​ວັນ​ຈັນ​ມື້​ນີ້ ຢູ່​ທີ່​ປະຕູ​ໃຫຍ່ ເຂົ້າສະໜາມ
​ບິນ​ສາ​ກົນ ຂອງ​ນະຄອນຫຼວງກາ​ບູລ ທີ່​ໄດ້​ສັງຫານ​ພົນລະ​ເຮືອນ
ຢ່າງ​ໜ້ອຍ 4 ຄົນ ​ແລະ ອີກ 17 ຄົນ​ບາດ​ເຈັບ.

ບັນດາ​ຜູ້​ເຫັນ​ເຫດການ ກ່າວ​ວ່າ ​ເປົ້າໝາຍ​ຂອງ​ລະ​ເບີດ ​ທີ່ຮຸນ
ແຮງນັ້ນ ​ແມ່ນ​ແນ​ໃສ່​ຂະ​ບວນລົດຫຸ້ມ​ເກາະ ທີ່​ກຳລັງ​ນຳ​ສົ່ງ​ບັນດາ
​ເຈົ້າໜ້າ​ທີ່​ລັດຖະບານ​ໄປ.

​ໂຄສົກ​ຄົນ​ໜຶ່ງ​ຂອງ​ກຸ່ມ​ທາ​ລີ​ບານ ກ່າວ​ວ່າ ​ການ​ໂຈມ​ຕີດັ່ງກ່າວ
​ແນ​ໃສ່ “ກຳລັງ​ຕ່າງ​ຊາດ​ທີ່​ມາຄຸ້ມຄອງປະ​ເທດຢູ່​.”

ການ​ໂຈມ​ຕີຄັ້ງ​ນີ້ ມີ​ຂຶ້ນຫຼັງຈາກ ການ​ວາງ​ລະ​ເບີດຫຼາຍໆ​ບັ້ນມາ​ແລ້ວ ທີ່​ກຸ່ມ​ທາ​ລີ​ບານ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ​ເມື່ອ​ສອງສາມ​ມື້​ຜ່ານ​ມາ​ ຢູ່​ໃນນະຄອນຫຼວງຂອງ​ອັຟກາ​ນິສຖານ ​ແລະ ​ແຫ່ງ​ອື່ນໆ​ອີກ ໃນ​ປະ​ເທດ.

ເຈົ້າໜ້າທີ່ຮັກສາຄວາມປອດໄພ ຖືປືນໃນມື ໃນຂະນະທີ່ກຳລັງ ເຝົ້າເບິ່ງສະຖານທີ່ ລົດບັນຈຸລະເບີດແຕກຂຶ້ນ ຢູ່ປະຕູທາງເຂົ້າ ສະໜາມບິນສາກົນ ຂອງນະຄອນຫຼວງກາບູລ ໃນອັຟການິສຖານ, ວັນທີ 10 ສິງຫາ 2015.

ການ​ວາງ​ລະ​ເບີດ​ຫຼາຍຄັ້ງ​ເມື່ອ​ວັນ​ສຸກ​ຜ່ານ​ມາ ຊຶ່ງ​ໄດ້​ສັງຫານ​ຢ່າງ​ໜ້ອຍ 50 ຄົນ ທີ່​ລວມມີ​ການ​ໂຈມ​ຕີ​ຕໍ່​ຖານ​ທັບ​ກອງ​ກຳລັງ​ພິ​ເສດ​ສະຫະລັດ ຢູ່​ໃກ້ໆ​ກັບ​ສະໜາມ​ບິນ​ໃຫຍ່ ພ້ອມ​ກັນ​ກັບ ​ໂຮງຮຽນ​ຕຳຫລວດ ອັຟກາ​ນິສຖານ ຢູ່​ໃນ​ນະຄອນຫຼວງກາ​ບູລ.

​ເມື່ອ​ວັນ​ເສົາ​ຜ່າ​ນມາ ຜູ້​ວາງ​ລະ​ເບີດ​ສະຫຼະຊີບ​ທາ​ລີ​ບານ​ຄົນ​ໜຶ່ງ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 29 ຄົນ ຢູ່ໃນແຂວງ Kunduz ທາງ​ພາກເໜືອ ຂອງ​ປະ​ເທດ.

Your browser doesn’t support HTML5

Afghanistan Blast