ລະເບີດ ສະຫຼະຊີບ ສັງຫານ 12 ຄົນ ໃນເຂດໃຈກາງ ນະຄອນຫຼວງ ແບກແດັດ

ຜູ້ຊາຍຍ່າງຜ່ານສະຖານທີ່ຂອງການໂຈມຕີ ດ້ວຍ ລະເບີດສະຫຼະຊີບ ໃນນະຄອນຫຼວງ ແບກແດັດ, ອີຣັກ. 17 ກັນຍາ 2015.

ມື​ລະ​ເບີດ​ສະຫຼະ​ຊີບ​ ​ໄດ້ໂຈມ​ຕີ​ເຂດ​ໃຈກາງ ​ໃນ​ນະຄອນຫຼວງ​ຂອງ ອີຣັກ ​ໃນ​ວັນ​ພະຫັດ​ມື້​ນີ້, ​ເຮັດໃຫ້​ມີ 12 ຄົນ​ເສຍ​ຊີວິດ.

ຍັງບໍ່​ມີ​ການ​ອອກ​ມາອ້າງ​ອີງ​ເອົາຄວາມ​ຮັບຜິດຊອບ​ ໂດ​ຍທັນທີ​ທັນ​ໃດ​ ສຳລັບເຫດລະ​ເບີດໃນ​ສອງຄຸ້ມ Shi’ite ທີ່​ໂດດ​ເດັ່ນ​ໃນ ນະຄອນຫຼວງ ​ແບກ​ແດັດ, ​ແຕ່ເບິ່ງ​ຄື​ວ່າ​ຈະເປັນເຫດລະ​ເບີດເກີດ ຂຶ້ນ​ ຢູ່​ທີ່​ນັ້ນເປັນ​ປະຈຳ​ໂດຍ​ພວກ​ຫົວ​ຮຸນ​ແຮງ Sunny ​ໃນ​ລະຫວ່າງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ມື​ລະ​ເບີດ​ຄົນ​ໜຶ່ງ​ໄດ້ຂ້າ​ປະຊາຊົນ 8 ຄົນ ​ແລະ ຕຳຫຼວດ​ຄົນ​ໜຶ່ງ, ​ໃນ​ຂະນະທີ່ອີກຢ່າງ ໜ້ອຍ 18 ຄົນ​ໃນ​ບໍລິ​ເວນ​ຄຸ້ມ Bab al-Sharji ​ໄດ້​ຮັບ​ບາດ​ເຈັບ.

​ແລະ​ຜູ້​ໂຈມ​ຕີ​ອີກ​ຄົນ​ໜຶ່ງ​ ໃນຈະ​ຕຸ​ລັດ al-Wathba ​ໄດ້ຂ້າ​ຕຳຫຼວດ​ສອງ​ຄົນ ​ແລະ ປະຊາຊົນ​ສາມ​ຄົນ. ເຫດລະ​ເບີດ​ແຕກ​ຄັ້ງ​ທີ​ສອງ​ກໍ​ຍັງ​ໄດ້​ເຮັດ​ໃຫ້ 12 ຄົນໄດ້​ຮັບບາດ​ເຈັບ.

ຈຳນວນ​ຕົວ​ເລກ​ການເສຍ​ຊີວິດຂອງ​ປະຊາຊົນ ​ແລະ ຕຳຫຼວດ​ ຈາກ​ການ​ກໍ່​ການ​ຮ້າຍ ​ແລະ ການ​ປະ​ທະ​ກັນ​ດ້ວຍ​ອາ​ວຸດ​ໄດ້​ຫຼຸດ​ລົງ​ໃນ ອີຣັກ ຈາກປະມານ 6,800 ຄັ້ງ ​ໃນ​ປີ 20​08 ​ມາເປັນ 3,200 ຄັ້ງ ​ໃນ​ປີ 2012. ​ແຕ່​ວ່າ​ປີ 2013 ​ໄດ້​ເລີ່​ມຂຶ້ນ​ໂດຍ​ສະ​ເພາະ​ຈາກ​ຮູບແບບ​ຄວາມ​ຮຸນ​ແຮງ​ດັ່ງ​ກ່າວ ມີ​ການ​ຕາຍ ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ສອງ​ທົບ​ຂອງ​ປີ​ທີ່​ຜ່ານ​ມາ​ນັ້ນ, ​ແລະ​ແລ້ວ​ກໍເກືອບອີກ ສອງ​ເທົ່າ​ຫາ​ປະມານ 16,000 ຄັ້ງ​ໃນ​ປີ​ທີ່​ຜ່ານ​ມາ ​ໃນ​ຂະນະ​ທີ່​ພວກຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້ເຂົ້າ​ຄວບ​ຄຸມ​ ​ພື້ນ​ທີ່​ອັນ​ກ້ວາງ​ຂວາງ​ໃນ​ພາກ​ຕາ​ເວັນ​ຕົກ ​ແລະ ພາກ ​ເໜືອ​ຂອງ ອີຣັກ.

ໃນໄລຍະແປດ​ເດືອນທຳ​ອິດ​ຂອງປີ 2015, ລະດັບ​ຂອງ​ຄວາມ​ຮຸນ​ແຮງ​ຍັງ​ຄົງ​ຕົວ​ຢູ່ປະມານ​ເທົ່າ​ເດີມ, ​ແຕ່​ດ້ວຍ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ຂອງ​ ອີກຣັກ ​ໄດ້​ລາຍ​ງານ​ວ່າ​ມີ​ຈຳນວນ​ສູງ​ກວ່າ​ຂອງ​ຈຳນວນທັງ​ໝົດ. ​ໃນ​ທັງ​ໝົດ​ປີ 2014, ມີທະຫານ​ປະມານ 3,700​ ຄົນ​ໄດ້​ຖືກ ຂ້າ​ຕາຍ, ອີງ​ຕາມ​ຂໍ້​ມູນ​ອົງການ ສະຫະ​ປະຊາ​ຊາດ ປະຈຳ ອີຣັກ. ປີ​ນີ້, ສະມາ​ຊິກ​ຂອງ​ກຳລັງ​ຮັກສາ​ຄວາມປອດ​ໄພ​ຂອງ​ ອີຣັກ ຫຼາຍ​ກວ່າ 4000 ຄົນ ​ໄດ້​ຖືກ​ຂ້າ​ຕາຍ ​ໃນ​ຂະນະ​ທີ່​ທະຫານ​ເລັ່ງທຳການ​ຕໍ່ສູ້​ເພື່ອ​ພະຍາ ຍາມ​ຍຶດເອົາ​ເຂດ​ແດ​ນ ຄືນຈາກພວກ​ຫົວ​ຮຸນ​ແຮງ.

Your browser doesn’t support HTML5

Iraq Violence