ກຸ່ມຕາລີບານ ແລະ ລັດອິສລາມ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ຢູ່ ອັຟການິສຖານ

ກຳລັງຮັກສາຄວາມປອດໄພ ອັຟການິສຖານ ຍາມຮັກສາຢູ່ດ່ານ ກວດ ໃກ້ກັບບ່ອນວາງລະເບີດສະຫຼະຊີບ ໃນນະຄອນຫຼວງກາບູລ ປະເທດອັຟການິສຖານ.

ການວາງ​ລ​ະ​ເບີດ​ສະຫຼະ​ຊີບ​ທີ່ມີມາເປັນລຳດັບ ​ແລະ​ການບຸກໂຈມຕີ​ຂອງ​ພວກ​ຫົວ​ຮຸນ​
ແຮງ​ໃນ​ອັຟກາ​ນິສຖານ​ໄດ້​ສັງຫານ​ຫຼາຍ​ສິບ​ຄົນ ນຶ່ງ​ມື້​ຫລັງຈາກ​ການ​ກໍ່ສ້າງ ທໍ່ສົ່ງແກັສ
ທຳມະຊາດໃນພາກສ່ວນທີ່ຜ່ານອັຟກາ​ນິສຖານ ຊຶ່ງ​ໄດ້ມີການ​ລໍຖ້າ​ມາ​ເປັນ​ເວລາ​ນານ
ແລ້ວນັ້ນ ​ເລີ້ມ​ຕົ້ນ​ຂຶ້ນ.

​ໂຄສົກກະຊວງ​ພາຍ​ໃນ​ອັຟກາ​ນິສຖານ ກ່າວ​ວ່າ ​ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ໃນ​ວັນ​ເສົາ​
ມື້​ນີ້ ​ໄດ້​ລະ​ເບີດ​ຕົນ​ເອງ​ຢູ່​ໃກ້​ກັບ​ປ້ອມ​ຍາມ​ຮັກສາ​ຄວາມ​ປອດ​ໄພ​ໃນ​ນະຄອນ​ຫຼວງກາ​ບູລໄດ້ສັງຫານ​ຢ່າ​ໜ້ອຍ​ສາມ​ຄົນ​ແລະ​ຄົນ​ອື່ນໆໄດ້​ຮັບ​ບາດ​ເຈັບອີກ​ຫຼາຍ ​ຄົນ.

ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມຮັບຜິດຊອບ ​ໃນ​ການກໍ່ການຮ້າຍ ທີ່ນະ
ຄອນຫລວງອັຟການິສຖານ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ສຸດ​ ຂອງ​ຫລາຍໆ​ຄັ້ງ ​ໄດ້ເກີດ​ຂຶ້ນ​ຢູ່​ທີ່
ແຂວງ​ຟາ​ຣາ ທາງພາກຕາເວັນຕົດ ຂອງປະເທດ ບ່ອນ​ທີ່​ພວກ​ກະບົດ ​ຕາ​ລິ​ບານ ​ໄດ້
ໂຈມ​ຕີ ​ໃນຕອນເຊົ້າມືດ ໂດຍໄດ້ສັງຫານກຳລັງ​ລັດຖະບານ​ຢ່າງ​ໜ້ອຍ 20 ຄົນ ກ່ອນ
ຍືດ​ເອົາ​ຄ້າຍ​ເຂົາ​ເຈົ້າ ​ໃນ​ເຂດເມືອງບາ​ລາ ບາ​ລຸກ.

ໃນອີກດ້ານນຶ່ງນັ້ນ ການວາງ​ລະ​ເບີດສະຫຼະຊີບ 2 ຄັ້ງ ໃນ​ຕອນ​ເຊົ້າ​ມື​ດ ທີ່ໄດ້​ແນ​ເປົ້າ
​ໝາຍໃສ່​ກຳລັງ​ອັຟກາ​ນິສຖານ ​ຢູ່​ໃນ​ແຂວງ​ແຮ​ລແມນ ທີ່ມີບັນຫານັ້ນ​.

ພວກຜູ້ຊາຍນຳພາເດັກນ້ອຍ ໜີຈາກບ່ອນລະເບີດແຕກຢູ່ ລາຊາ​ລກາຣ​ກາຣ ນະຄອນຫຼວງຂອງແຂວງແຮລແມນ ອັຟການິສຖານ.

​ການ​ໂຈມ​ຕີ​ເທື່ອທຳ​ອິດໄດ້ມີ​ຂຶ້ນຢູ່​ໃນ​ເຂດເມືອງ​ເນ​ດ ອາລີ ບ່ອນ​ທີ່​ຄົນ​ຂັບ​ລົດ​ຫຸ້ມເກາະ
ບັນຈຸ​ລະ​ເບີດ ທີ່​ຮູ້​ໃນຊື່ ລົດຮໍາ​ວີ ນັ້ນ ໄດ້ແນເປົ້າ​ໝາຍ ໃສ່ຄ້າຍ​ທະ ຫານກອງທັບ​ແຫ່ງ​ຊາດອັຟກາ​ນິສຖານ. ພວກ​ເຈົ້າ​ໜ້າ​ທີ່​ໄດ້ອ້າງ​ລາຍ​ງານ​ຂັ້ນທຳ​ອິດ ທີ່​ຢືນຢັນ​ວ່າເຫດລະ
ເບີດ​ດັ່ງກ່າວ ໄດ້​ສັງຫານ​ທະຫານຢ່າງ​ໜ້ອຍສີ່​ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ​ຄົນ.

ຖະ​ແຫ​ລງການ​ຂອງ​ພວກ​ຕາ​ລິບານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໂດຍກ່າວ​ວ່າ ການ
​ໂຈມ​ຕີ​ໄດ້​ທຳລາຍ​ຄ້າຍ​ທະຫານ ​ແລະ​ໄດ້​ສັງຫານ​ທ​ະຫານ​ອັຟກາ​ນິສຖານ​ຢ່າງ​ໜ້ອຍ
25 ຄົນ ​ເຖິງ​ແມ່ນ​ວ່າ​ພວກ​ກະບົດ​ມັກ​ອອກ​ຖະ​ແຫລ​ງການເວົ້າໂຍກ ເກີນຄວາມຈິງກ່ຽວ
ກັບຈຳນວນຜູ້ບາດເຈັບລົ້ມຕາຍ.

ປະທານາທິບໍດີ ອັຟການິສຖານ ທ່ານອາສຣາຟ ການີ (ທີສອງຈາກຊ້າຍ), ນາຍົກລັດຖະມົນຕີປາກິສຖານ ທ່ານຊາຮິດ ກາການ ອັບບາຊີ (ຂວາ), ປະທານາທິບໍດີເທີກ ທ່ານ ເຄີບັນກູລີ ເບີດີມຸກຄາມີໂດບ (ທີສອງຈາກຊ້າຍ) ແລະລັດຖະມົນຕີອິນເດຍ ກະຊວງພາຍນອກ ທ່ານ ແອມ ຈີ ອັກບາ (ຊ້າຍ) ຮ່ວມພິທີວາງຖໍ່ການສ້າງ TAPI ໃນເມືອງເຮີຣັຕ ອັຟການິສຖານ.

ບໍ່ພໍ​ເທົ່າ​ໃດ​ຊົ່ວ​ໂມງຕໍ່​ມາ ລົດ​ບັນທຸກ​ລະ​ເບີດ​ຄັນ​ນຶ່ງ​ໄດ້ດືງຂະ​ນວນ​ຢູ່​ໃນ​ນະຄອນ ຫລວງ​ຂອງແຂວງລາຊາ​ລກາຣ​ກາຣ ສັງຫານ​ຢ່າງ​ໜ້ອຍ​ນຶ່ງ​ຄົນ ​ແລະ​ໄ​ດ້ຮັບ​ບາດ​ເຈັບ​ອີກເກົ້າ
​ຄົນ ຮວມທັງພວກ​ພົນລະ​ເຮືອນ ອີງ​ຕາມ​ພວກ​ເຈົ້າ​ໜ້າ​ທີ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ