ລົດລະເບີດສະຫລະຊີບ ຄັນໜຶ່ງ ໄດ້ແຕກຂຶ້ນໃນວັນພຸດມື້ນີ້ ຢູ່ໃນແຂວງ Helmand
ທາງພາກໃຕ້ ຂອງອັຟການິສຖານ ເຊິ່ງໄດ້ສັງຫານຢ່າງໜ້ອຍ 5 ຄົນ ແລະ ອີກ 38
ຄົນ ໄດ້ຮັບບາດເຈັບ.
ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ກ່າວວ່າ ການໂຈມຕີໃນເມືອງ Lashkar Gah ເມືອງ
ເອກຂອງແຂວງດັ່ງກ່າວ ໄດ້ເກີດຂຶ້ນຢູ່ໃກ້ໆ ກັບສຳນັກງານໃຫຍ່ຂອງຕຳຫຼວດ
ບ່ອນທີ່ຜູ້ຄົນ ໄດ້ໄປເຕົ້າໂຮມກັນຢູ່ຂ້າງນອກຢູ່ນັ້ນ.
ແມ່ຍິງສອງຄົນ ແລະ ທະຫານ ສອງຄົນ ແມ່ນລວມຢູ່ໃນຜູ້ທີ່ໄດ້ເສຍຊີວິດ.
ພວກກຸ່ມຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບເຫດລະເບີດແຕກດັ່ງກ່າວ.
Your browser doesn’t support HTML5
Afghanistan Attack